• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຕ້ອນຮັບພວກອ້າຍກັບຄືນສູ່ບ້ານເກີດເມືອງນອນ

ໃນລະດູແລ້ງປີ 2025-2026, ໂດຍຕອບສະໜອງ “ຂະບວນການ 500 ວັນທັງກາງເວັນ ແລະກາງຄືນຍູ້ແຮງການຊອກຫາ, ຂຸດເອົາ ແລະຢັ້ງຢືນລາຍຊື່ຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການສຳຫຼວດ, ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ 80 ອັດຖິ ຢູ່ບໍລິເວນ 3 ແຂວງຂອງປະເທດເພື່ອນລາວ, ລວມມີ: ຊຽງຂວາງ, ວຽງຈັນ, ໄຊສົມບູນ.

ໃນຊຸມວັນທ້າຍເດືອນພຶດສະພາ, ຈາກປະເທດລາວ, ຜ່ານໄລຍະທາງກວ່າ 400 ກິໂລແມັດ ຂ້າມຜ່ານດ່ານສາກົນນໍ້າກັ໊ນ, ຂະບວນລົດ ໄດ້ນໍາສົ່ງອັດຖິຂອງພວກອ້າຍມາຮອດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງີລົກ (ຕາແສງດົງລົກ, ແຂວງເງະອານ). ຄະນະພັກແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການປະຊາຊົນແຂວງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານ ໄດ້ຈັດພິທີໄວ້ອາໄລ ແລະປົງສົບຢ່າງສົມກຽດ, ສະແດງຄວາມຮູ້ບຸນຄຸນ ແລະອາໄລຫາຢ່າງສຸດຊຶ້ງ. ແຕ່ລະອັດຖິທີ່ໄດ້ນໍາສົ່ົງກັບຄືນປະເທດແມ່ນຜົນການເດີນທາງທີ່ບໍ່ຮູ້ອິດຮູ້ເມື່ອຍຂອງຜູ້ຊອກຫາອັດຖິເພື່ອນຮ່ວມກົມກອງໃນທ່າມກາງພູຜາປ່າດົງ, ແມ່ນພະຍານຫຼັກຖານພິສູດໃຫ້ເຫັນເຖິງນໍ້າໃຈໄມຕີຈິດສາກົນອັນຊື່ສັດບໍລິສຸດ, ພ້ອມທັງສະແດງໃຫ້ເຫັນຄຸນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ.

ຕາມແຜນການແລ້ວ, ໃນລະຫວ່າງວັນທີ 20-27 ພຶດສະພາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ ແລະຢັ້ງຢືນລາຍຊື່ຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈະປະສານສົທທົບຈັດພິທີໄວ້ອາໄລ ແລະປົງສົບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ທີ່ເສຍສະຫຼະຊີວິດຢູ່ລາວ 153 ອັດຖິ, ຢູ່ບໍລິເວນ 6 ແຂວງ, ນະຄອນ, ຄື: ເງະອານ, ເຫວ້, ກວາງຈິ, ຮ່າຕິ໊ງ, ແທັງຮວ໋າ, ດ້ຽນບຽນ.

 

(ແຫຼ່ງຄັດຈາກ qdnd.vn)

ເຝີ ຫວຽດນາມ ພິຊິດໃຈບັນດານັກສຶກສາ ຍີ່ປຸ່ນ

"ເຝີ" ຫວຽດນາມ ພິຊິດໃຈບັນດານັກສຶກສາ ຍີ່ປຸ່ນ

ໃນຂອບເຂດໂຄງການແລກປ່ຽນວັດທະນະທຳສາກົນ, ມະຫາວິທະຍາໄລສາກົນ Kanda ຢູ່ແຂວງ Chiba ໄດ້ນຳເອົາ "ເຝີ" (ອາຫານປະເພດເສັ້ນທີ່ມີນ້ຳຊຸບແບບມູນເຊື້ອ ອັນເປັນເອກະລັກຂອງ ຫວຽດນາມ) ເຂົ້າໃນເມນູອາຫານຂອງໂຮງຮຽນ ນັບແຕ່ວັນທີ 18 ເປັນຕົ້ນມາ. ນັບແຕ່ນັ້ນມາ, ບັນດານັກສຶກສາສາມາດຮັບປະທານອາຫານທີ່ມີລົດຊາດສະເພາະຕົວນີ້ ຂອງຫວຽດນາມ ໃນຄາບເຂົ້າສວາຍ ເປັນເວລາສອງອາທິດ.

Top