• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕະຫລາດແຮງງານມີສັນຍານດີຂຶ້ນ, ຮັບປະກັນການພັດທະນາເສດຖະກິດ - ສັງຄົມຂອງນະຄອນຫລວງ

6 ເດືອນຕົ້ນປີ 2024, ເສດຖະກິດ ນະຄອນຫລວງ ຮ່າໂນ້ຍ ມີສັນຍານດີຂຶ້ນ, ມີວິສາຫະກິດຫລາຍແຫ່ງເປີດກວ້າງການຜະລິດ - ດຳເນີນທຸລະກິດ. ສະນັ້ນ ຄວາມຕ້ອງການຮັບສະໝັກແຮງງານແມ່ນເພີ່ມຂຶ້ນ, ເປັນຕົ້ນແມ່ນບັນດາຮາກຖານດຳເນີນທຸລະກິດ ການບໍລິການ ຢູ່ບັນດາເມືອງໃຈກາງນະຄອນ, ຊ່ວຍໃຫ້ຕະຫລາດແຮງງານມີສັນຍານດີຂຶ້ນ, ປະກອບສ່ວນຮັບປະກັນການພັດທະນາສະຫວັດດີການສັງຄົມຂອງນະຄອນຫລວງ.

ນ້ອງຫາກໍ່ຮຽນຈົບພະແນກບໍລິຫານທຸລະກິດສະຖາບັນທະນາຄານນ້ອງປາດຖະນາຢາກຊອກໄດ້ວຽກງານກ່ຽວກັບຂົງເຂດບໍລິຫານບຸກຄະລາກອນນ້ອງຫວັງວ່າ ວຽກງານນີ້ອາດຈະຊ່ວຍນ້ອງພັດທະນາຕົນເອງກໍ່ຄືມີສະພາບແວລ້ອມເຮັດວຽກຢ່າງຂະຍັນຂັນເຄື່ອນດ້ວຍລາຍຮັບເປັນປົກກະຕິ.

ນ້ອງຮຽນຈົບຂະແຫນງເສດຖະກິດການລົງທຶນເມື່ອມາຊອກຫາວຽກເຮັດງານທຳໃນງານພົວພັນຕິດຕໍ່ວຽກນ້ອງປາດຖະນາຢາກຊອກໄດ້ວຽກງານທີ່ເໝາະສົມກ່ຽວກັບຂົງເຂດທຸລະກິດ ຫລື ເຮັດວຽກງານການບໍລິການຮັບໃຊ້ລູກຄ້າ.

ຜູ້ອອກແຮງງານໄປຊອກຮູ້ຄວາມຕ້ອງການຮັບສະໝັກແຮງງານຢູ່ ງານພົວພັນຕິດຕໍ່ແນະນຳວຽກເຮັດງານທຳ ຢູ່ ເມືອງ ລອງບຽນ ປີ 2024

ຕາມຕົວເລກການສຳຫລວດຂອງສູນການບໍລິການວຽກເຮັດງານທຳ ຮ່າໂນ້ຍ ໃຫ້ເຫັນວ່າ: ໃນເດືອນ ມິຖຸນາ, ຄາດວ່າ ຜູ້ອອກແຮງງານ ມີຄວາມຕ້ອງການຊອກວຽກເຮັດງານທຳແມ່ນປະມານກວ່າ 16.500 ຄົນ, ສ່ວນຫລາຍສຸມໃສ່ຢູ່ໝວດເກນອາຍຸແຕ່ 25 – 34 ປີ (ກວ່າ 45%), ໝວດເກນອາຍຸ ແຕ່ 35 ປີຂຶ້ນໄປ ແລະ ແຕ່ 15 – 24 ປີ. ໃນຂະນະນັ້ນ ທາງວິສາຫະກິດ, ຄາດວ່າ ຄວາມຕ້ອງການຮັບສະໝັກຄົນງານ ດ້ວຍປະມານກວ່າ 46.000 ຕຳແໜ່ງງານ, ສຸມໃສ່ເຂົ້າໃນໝວດຂະແຫນງຄື: ການເຄື່ອນໄຫວການບໍລິການອື່ນ (46,86%), ຖັດຈາກນັ້ນແມ່ນບັນດາຂະແຫນງຄື: ອຸດສາຫະກຳປຸງແຕ່ງ ຜະລິດເຄື່ອງຈັກອຸປະກອນ, ການສຶກສາບຳລຸງສ້າງ. ພິເສດ ຂະແຫນງເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ ຮ່າໂນ້ຍ ພວມກາຍເປັນຂົງເຂດດຶງດູດຄວາມສົນໃຈ ດ້ວຍການພັດທະນາຂອງບັນດາບໍລິສັດເຕັກໂນໂລຊີທ້ອງຖິ່ນ ແລະ ສາກົນ. ທ່ານ ໂດ໋ດຶກຈີ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດສະຫນອງຊັບພະຍາກອນມະນຸດ ເຍີນກຽດ ຈຳກັດ ໃຫ້ຮູ້ວ່າ:

 “ປະຈຸບັນບໍລິສັດ ພວມສະຫນອງປະມານກວ່າ 40.000 ແຮງງານໃນຂອບເຂດທົ່ວປະເທດສ່ວນຫລາຍແມ່ນຢູ່ບັນດາບໍລິສັດ ວິສາຫະກິດໃຫຍ່ຄືSamsung, Viettel, Shinhan.. ດ້ວຍຫລາຍຕຳແໜ່ງງານທີ່ແຕກຕ່າງເພື່ອຕອບສະຫນອງຄວາມຕ້ອງການແຮງງານທີ່ພວມເພີ່ມຂຶ້ນສູງຂອງຕະຫລາດແຮງງານຢູ່ພາຍໃນປະເທດບໍລິສັດໄດ້ມີແຜນການຮັບສະໝັກແຮງງານກວ່າ 2.000 ຄົນ ດ້ວຍລະດັບເງິນເດືອນສູງສົມຄວນ.

ເມື່ອໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງຕະຫລາດແຮງງານຢູ່ບໍລິເວນ ນະຄອນຫລວງ ໃນໄລຍະຈະມາເຖິງ, ທ່ານ ຫວູກວາງແທ່ງ, ຮອງຜູ້ອຳນວຍການສູນການບໍລິການວຽກເຮັດງານທຳ ຮ່າໂນ້ຍ ຖືວ່າ: ສະພາບການເສດຖະກິດ -ສັງຄົມ ເປັນປົກກະຕິ ໄດ້ສ້າງໂອກາດທີ່ດີໃຫ້ແກ່ບັນດາວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ. ບັນດາວິສາຫະກິດຢູ່ບໍລິເວນ ນະຄອນ ກໍ່ຕັ້ງຫນ້າຮັບສະໝັກແຮງງານເພື່ອຮັບໃຊ້ໃຫ້ແກ່ການຜະລິດສິນຄ້າຕາມໃບສັ່ງຊື້ໃຫມ່, ເປີດກວ້າງຂອບຂະຫນາດການຜະລິດດຳເນີນທຸລະກິດ. ທ່ານ ຫວູກວາງແທ່ງ ໃຫ້ຮູ້ວ່າ:    

ຜ່ານຊຸມເດືອນຜ່ານມາ ອາດເຫັນໄດ້ວ່າ ອັດຕາສ່ວນວິສາຫະກິດຈົດທະບຽນຮັບສະໝັກແຮງງານຢູ່ສູນ ແມ່ນເພີ່ມຂຶ້ນຈາກນັ້ນ ກໍ່ຢັ້ງຢືນໄດ້ວ່າ ຄວາມຕ້ອງການຮັບສະໝັກແຮງງານເພີ່ມຂຶ້ນບາງຊ່ວງເວລາແມ່ນຂຶ້ນເຖິງ 30  35%. ຄວາມຕ້ອງການຮັບສະໝັກແຮງງານຂອງບັນດາວິສາຫະກິດແມ່ນໃຫຍ່ຫລວງຄຽງຄູ່ກັນນັນ ກຳລັງຜູ້ອອກແຮງງານຊອກວຽກເຮັດງານທຳກໍ່ເພີ່ມຂຶ້ນຫລາຍແຕ່ລະເດືອນອາດຂຶ້ນເຖິງນັບໝື່ນໆຄົນ.

ປີນີ້ ນະຄອນ ຮ່າໂນ້ຍ ໄດ້ວາງອອກຄາດໝາຍແກ້ໄຂວຽກເຮັດງານທຳໃຫມ່ໃຫ້ແກ່ຜູ້ອອກແຮງງານ 165.000 ຄົນ; ອັດຕາສ່ວນຜູ້ວ່າງງານຢູ່ຕົວເມືອງຫລຸດລົງຕ່ຳກວ່າ 3% ແລະ ຍົກອັດຕາສ່ວນແຮງງານຜ່ານການບຳລຸງສ້າງແມ່ນຂຶ້ນເຖິງກວ່າ 74%. ໃນ 6 ເດືອນຕົ້ນປີ 2024, ທົ່ວນະຄອນ ໄດ້ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານເກືອບ 125.000 ຄົນ, ບັນລຸ 75,7% ແຜນການວາງອອກທັງປີ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ທ່ານ ຫງວຽນໄຕນາມ, ຮອງຫົວຫນ້າພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ: ເພື່ອຮັບປະກັນບັນດາຄາດໝາຍທີ່ວາງອອກໃຫ້ໄດ້ນັ້ນ, ພະແນກໄດ້ຊີ້ນຳສູນການບໍລິການວຽກເຮັດງານທຳ ຮ່າໂນ້ຍ ແລະ ບັນດາຫົວຫນ່ວຍກ່ຽວຂ້ອງ ສືບຕໍ່ຜັນຂະຫຍາຍປະຕິບັດບັນດາມາດຕະການຢ່າງຄົບຊຸດ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ການສະຫນອງ ແລະ ຄວາມຕ້ອງການແຮງງານ, ຫນູນຊ່ວຍການຫັນປ່ຽນອາຊີບແບບຍືນຍົງໃຫ້ແກ່ຜູ້ອອກແຮງງານ ແລະ ຫລຸດຜ່ອນອັດຕາສ່ວນຜູ້ວ່າງງານ, ຕັ້ງຫນ້າຫນູນຊ່ວຍ ຮັກສາວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຄົນງານ.

          ພວກຂ້າພະເຈົ້າສືບຕໍ່ປະຕິບັດການຈັດຕັ້ງການສອນວິຊາຊີບແນະນຳການບຳລຸງສ້າງວິຊາຊີບຕາມຄວາມຕ້ອງການຂອງຕະຫລາດແຮງງານຢູ່ ນະຄອນຫລວງພ້ອມກັນນັ້ນ ພວກຂ້າພະເຈົ້າ ກໍ່ຈະສືບຕໍ່ສະຫນີ ຄະນະກຳມະການປະຊາຊົນ ນະຄອນ ຍື່ນສະເຫນີ ສະພາປະຊາຊົນ ນະຄອນ ຈັດແບ່ງແຫລ່ງງົບປະມານຫນູນຊ່ວຍການແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍອື່ນໆ.

          ນະຄອນ ຮ່າໂນ້ຍ ກໍ່ວາງຄາດໝາຍ ເພີ່ມທະວີການບຳລຸງສ້າງໃຫ້ຜູ້ອອກແຮງງານມີລະດັບຄວາມຮູ້ດ້ານວິຊາສະເພາະ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ສະນັ້ນ ແຕ່ນີ້ ຮອດທ້າຍປີ, ນະຄອນ ຈະສືບຕໍ່ປ່ຽນໃຫມ່ຢ່າງຮອບດ້ານ, ພັດທະນາການສຶກສາວິຊາຊີບ, ບຳລຸງສ້າງວິຊາຊີບທີ່ເໝາະສົມກັບຄວາມຕ້ອງການປະຈຸບັນ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ.

(ແຫຼ່ງຄັດຈາກ VOV)

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ຕາມທ່ານແລ້ວ, ບັນດາການອອກສຽງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຖືທ່ານແມ່ນໄພນາບຂູ່ຕໍ່ພື້ນຖານປະຊາທິປະໄຕ ອາເມລິກາ.

Top