• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຍໍາ ປູມ້າ

ຍໍາ ປູ ມ້າ ເປັນລາຍການອາຫານ ທ່ີແຊບ, ໜ້າດຶງດູດໃຈ ຜູ້ຄົນຢູ່ ຕາມຝັ່ງທະເລພາກກາງ ມັກໃຊ້ ສຳລັບງານລ້ຽງແຂກ ທີ່ຮັກແພງ ມາ ຢ້ຽມຢາມຄອບຄົວ.
ຕົ້ນກໍາເນີດ ຂອງລາຍການອາຫານ ຍໍາ ປູມ້າ ແມ່ນມາຈາກ ຜູ້ອາໄສ ຢູ່ຕາມຝັ່ງທະເລ ພາກກາງ ຂອງ ຫວຽດນາມ, ບ່ອນທີ່ ປູມ້າ ຫາໄດ້ ທຸກມື້. ເຂົາເຈົ້າໄດ້ໃຊ້ຊີ້ນ ປູມ້າ ກັບສ່ວນປະກອບຕ່າງໆ ເຊັ່ນ: ຜັກ ຫອມ, ໝາກຖົ່ວດິນ, ຫົວກາຣົດ, ໝາກຫຸ່ງ ປະສົມເຂົ້າກັນ ໃຫ້ກາຍ ເປັນລາຍການອາຫານ ທີ່ມີຊື່ວ່າ ຍໍາ ປູມ້າ.

ຂັ້ນຕອນການເຮັດ ຍໍາ ປູມ້າ ຈະຕ້ອງເລືອກ ປູມ້າ ໂຕທີ່ໃຫຍ່, ມີຊີ້ນ ຫຼາຍ, ລ້າງໃຫ້ສະອາດ ແລະ ນຳໄປຕົ້ມ ຫຼື ໜຶ້ງໃຫ້ສຸກແລ້ວ ແກະກະ ດອງ ປູມ້າ ອອກເພື່ອເອົາແຕ່ຊີ້ນ. ໝາກຮຸ່ງ, ຫົວກາຣົດ ຂູດເປັນເສັ້ນ, ຖົ່ວດິນຂົ້ວ, ຜັກຫອມ ລ້າງໃຫ້ສະອາດ. ຖ້າມັກ ລາຍການອາຫານ ແຊບກວ່າ ກໍສາມາດຕື່ມຊີ້ນງົວ ແຫ້ງຈີກເປັນເສັ້ນໆ ໜ້ອຍໜຶ່ງ. ປະ ສົມນໍ້າແຈ່ວ ສົ້ມຫວານ ເພື່ອໂຣຍໃສ່ ຊີ້ນປູມ້າ ກັບສ່ວນປະກອບທີ່ ໄດ້ກ່າວມາຂ້າງເທິງ. ຜະລິດຕະພັນສໍາເລັດຮູບ ຈະແມ່ນລາຍການ ອາຫານ ຍໍາ ປູມ້າ ທີ່ຈັບຕາຈັບໃຈ ດ້ວຍຄວາມສົດ, ລົດຊາດທ່ີແຊບ ກັບສີສົ້ມ ຂອງ ຫົວກາຣົດ, ສີຂາວ ຂອງ ໝາກຫຸ່ງ ແລະ ສີຂຽວ ຂອງ ຜັກຫອມ. ນອກຈາກນັ້ນ ແມ່ນສີບົວ ຂອງ ຊີ້ນປູມ້າ, ສ່ວນປະກອບ ເຫຼົ່ານີ້ ປະສົມເຂົ້າກັນ ເພື່ອສ້າງເປັນລົດຊາດ ທີ່ເຢັນ ແລະ ແຊບ.



ສ່ວນປະກອບ ສຳລັບ ລາຍການອາຫານ ຍໍາ ປູມ້າ ລວມມີ: ປູມ້າ, ໝາກຫຸ່ງ, ຫົວກາຣົດ, ໝາກຖົ່ວດິນ ແລະ ຜັກຫອມ. 


ຊີ້ນ ປູມ້າສົດ ທ່ີຖືກແກະກະດອງອອກ.


ລາຍການອາຫານ ຍໍາ ປູມ້າ ແມ່ນໃຊ້ ສຳລັບ ການເລີ່ມຕົ້ນ ງານລ້ຽງ. 

ສຳລັບຄົນພາກກາງ, ລາຍການອາຫານ ຍໍາ ປູມ້າ ຍັງສະແດງ ໃຫ້ ເຫັນ ບຸກຄະລິກກະພາບທີ່ສະຫວາດສະເຫວີຍ ແລະ ເຕັມໄປດ້ວຍ ນໍ້າໃຈ ຂອງ ເຈົ້າຂອງເຮືອນ ເມື່ອຕ້ອນຮັບແຂກ ມາຢາມຄອບຄົວ. ມັນກໍຍັງເປັນລາຍການອາຫານ ມີການປະສົມປະສານ ລະຫວ່າງ ສ່ວນປະກອບພື້ນຖານ ຂອງ ອາຫານ ຫວຽດນາມ ເຊັ່ນ: ລົດຊາດສົ້ມ ແລະ ຫວານຂອງນໍ້າແຈ່ວ, ລົດຊາດເຢັນ ຂອງ ຜັກຫອມ, ລົດຊາດ ຫວານໝາກຫຸ່ງ, ຫົວກາຣົດ ແລະ ພົ້ນເດັ່ນ ແມ່ນຄວາມຫອມມັນ ຂອງ ປູມ້າ ທີ່ສ້າງເປັນລົດຊາດສະເພາະ ຂອງລາຍການອາຫານ ຍໍາ ປູມ້າ. 

ທີ່ຢູ່ຮ້ານອາຫານ ສະຫຼັດ ປູມ້າ Oson: 
ຮ່ອມ 1 ຖະໜົນ ເຈິ່ນຮຸຍລ້ຽວ, ເຮືອນເລກທີ 105- C5 ຢ໊າງຫວໍ໊, ຮ່າໂນ້ຍ
ໂທລະສັບ: 097.885.3579 - 039.857.4102
Bບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top