• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຍຳຍອດພ້າວ ພາກຕາເວັນຕົກ

ໃຜເຄີຍມາຍັງ​ພາກ​ຕາ​ເວັນ​ຕົກ​ ຂອງ ​ຫວຽດ​ນາມ ກໍ​ບໍ່ອາດຫຼົງ​ລືມ​ໄດ້ບັນ​ດາຜະລິດຕະພັນ ທີ່ເປັນສິ່ງຍອດຍິ່ງ ຂອງ ແຖບດິນແຫ່ງນີ້. ໃນ​ນັ້ນ, ອາຫານ​ທີ່​ພິເສດສຸດ, ເປັນການເປີດເລື່ອງ​ລາວ ວັດທະນະທຳອາ ຫານ​ການກິນ​ທີ່​ໜ້າ​ສົນ​ໃຈ​ ຂອງ​ ເຂດ​ປູກ​ໝາກ​ພ້າວ​ ທີ່​ມີ​ຊື່​ສຽງ ​ຫວຽດ ນາມ ​ແມ່ນ​ລາຍການອາຫານ ຍຳຍອດພ້າວ. 

ພາກ​ຕາ​ເວັນ​ຕົກ​ ຂອງ​ ຫວຽດ​ນາມ ​ປະ​ກອບ​ດ້ວຍ 13 ແຂວງ, ​ໃນ​ນັ້ນ​ມີ​ຫຼາຍ​ແຂວງ ​​ມີ​ເນື້ອ​ທີ່​ປູກ​ໝາກ​ພ້າວເຖິງ 90% ເຊັ່ນ: ເບັ໋ນແຈ (ກວ່າ 72.000 ເຮັກຕາ), ຈ່າ​ວິງ (ເກືອບ 20.000 ເຮັກຕາ), ຕ່ຽນ​ຢາງ (ກວ່າ 14.000 ເຮັກຕາ), ຫວິ໊ງລອງ (ກວ່າ 7.000 ເຮັກຕາ). ຕົ້ນພ້າວ ບໍ່ພຽງແຕ່ມີຄວາມຕິດພັນ ກັບປະຊາຊົນ ໃນດິນແດນແຫ່ງນີ້ເທົ່ານັ້ນ, ແຕ່ຍັງປະດິດສ້າງ ຜະລິດຕະພັນພິເສດ ທີ່ມີຊື່ສຽງຢູ່ ທົ່ວທຸກຫົນແຫ່ງ. ຍຳຍອດພ້າວ ແມ່ນລາຍການອາຫານ ທີ່ສົດແຊບ ແລະ ເຂັ້ມຂົ້ນ ໄປດ້ວຍລັກສະນະທ້ອງຖິ່ນ. 

ເພື່ອປຸຸງແຕ່ງລາຍການອາຫານ ຍຳຍອດພ້າວ ພາກຕາເວັນຕົກ, ປະຊາຊົນ ຈະຕ້ອງຕັດ ຕົ້ນພ້າວ ຕົ້ນໜຶ່ງ ທີ່ປູກມາເປັນເວລາຫຼາຍປີ ເພື່ອເປັນວັດຖຸປຸງແຕ່ງ. ຍອດພ້າວ ແມ່ນສ່ວນສີຂາວອ່ອນ ຢູ່ໃນ ລຳຕົ້ນ, ລວມທັງ ຍອດອ່ອນທີ່ຍັງບໍ່ທັນແຕກອອກນອກ ແລະ ກ້ານໃບ. ນີ້ແມ່ນອາຫານ ທີ່ອຸດົມໄປດ້ວຍທາດບໍາລຸງ ແລະ ດີຕໍ່ສຸຂະພາບ. 

ສ່ວນປະກອບສຳລັບການເຮັດລາຍການ ຍຳຍອດ ພ້າວ ປະກອບດ້ວຍ: ຍອດພ້າວ, ກຸ້ງ, ຜັກດິບ…
ຍອດພ້າວ ແມ່ນອາຫານທີ່ອຸດົມໄປດ້ວຍທາດບໍາລຸງ ແລະ ດີຕໍ່ສຸຂະ ພາບ.
ລາຍການ ຍຳຍອດ ພ້າວ ພາກຕາເວັນຕົກ.

ເລືອກສ່ວນຂາວທີສຸດຂອງຍອດພ້າວ ນຳໄປແຊ່ນໍ້າກ້ອນ, ບີບນ້ຳ  ໝາກນາວເລັກນ້ອຍ ເພື່ອໃຫ້ ຍອດພ້າວ ຂາວ ກອບ. ຫຼັງຈາກນັ້ນຊອຍ ຍອດພ້າວ ເປັນປ່ຽງບາງໆ ເທົ່າຂໍ້ມື.  ສ່ວນປະກອບໄປພ້ອມເພື່ອປະສົມເຂົ້າກັນໃຫ້ເປັນຍຳ ປະກອບດ້ວຍ: ຜັກສົດເຊັ່ນ: ຫົວກາຣົດ, ໝາກແຕງກວາ, ຫົວຜັກບ່ົວໃຫຍ່ສີມ່ວງ, ຜັກ ຫອມປ້ອມ. ນອກ​ນັ້ນ ຍັງ​ມີ​ກຸ້ງ​ປອກ ​ເອົາແຕ່ສ່ວນຊີ້ນ, ຫູ​ໝູ​​ຕົ້ມສຸກ​ແລ້ວ​ຊອຍເປັນເສັ້ນ. ສຸດທ້າຍ ປະສົມເຄື່ອງປະກອບທຸກຢ່າງເຂົ້າກັນ ກັບນໍ້າຊອດສົ້ມຫວານ ແລ້ວຖືວ່າ ລາຍການອາຫານ ຍຳຍອດພ້າວ ໄດ້ສຳເລັດ.

ທ່ານ ເລ​ຫງອກ​ກວນ, ພໍ່​ຄົວ​ຮ້ານ​ອາ​ຫານ ເຈີ້ເກວ (ຕະຫຼາດ ບ້ານ ນາ)ໄດ້ໃຫ້ຮູ້​ວ່າ: ຕົວເພິ່ນເອງເຄີຍ​ໄດ້​ໄປ​ທຸກຫົນທຸກແຫ່ງ ຢູ່ ​ຫວຽດ​ນາມ ເພື່ອປຸງແຕ່ງລາຍການອາຫານພື້ນເມືອງຫຼາຍ​ເຍື່ອງ, ແຕ່ເມື່ອ​ເຮັດ​ຍຳຍອດພ້າວ ​ພາກ​ຕາ​ເວັນ​ຕົກ, ເພິ່ນໄດ້ມີ​ແຮງ​ບັນ​ດານ​ໃຈ​ຫຼາຍ. ຍ້ອນວ່າເມື່ອອາຫານສຳເລັດ ແລະ  ຈັດວາງໃສ່ຈານ ຜູ້ຮັບປະທານ ຄືໄດ້ຊົມຮູບແຕ້ມແຜ່ນໜຶ່ງ ທີ່ມີຊີວິດຊີວາ ກັບ ສີຂາວນວນ ຂອງ ຍອດພ້າວ, ສີແດງສົດໃສ ຂອງ ກຸ້ງ, ສີຂາວ ຂອງຫູໜູ, ສີຂຽວເຢັນ ຂອງ ຜັກຫອມປ້ອມ, ສີແດງ ຂອງ ຫົວກາຣົດ... ທັງໝົດໄດ້ປະສານ ເຂົ້າກັນ ເພື່ອສ້າງເປັນລາຍການອາຫານ ຍຳຍອດພ້າວ ພາກຕາເວັນຕົກ ທີ່ແຊບເຖິງໃຈ. 

ນັກຊີມສາມາດເພີດເພີນກັບອາຫານຢູ່ຮ້ານອາຫານ ເຈີ້ເກວ:

ເລກທີ່ 1, ຖະໜົນ 163 ຮວ່າງເງິນ, ບ້ານ ຈຸງຮ່ວາ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ.
ຊັ້ນ 2 - ຕຶກ My Way Hotel & Residence - ເລກທີ 2, ຮ່ອມ 86 ຢຸຍເຕິນ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ. ເບີໂທ: 093 657 1080


ປະຕິບັດໂດຍ: VNP/ແທງຢາງ - ແປໂດຍ: ບິກລຽນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top