• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຍາງທ່ຽນ: ກິ່ນຫອມຈາກທຳມະຊາດ

ມີຂາຍຢູ່ຕະຫຼາດຫາກໍ່ໄດ້ 3 ປີ, ແຕ່ເຄື່ອງໝາຍການຄ້າ ຍາງ ທ່ຽນ (ທູບທີ່ເຮັດຈາກໄມ້ເກດສະໜາ) ໄດ້ຮັບຄວາມນິຍົມຊົມ ຊອບຈາກຜູ້ບໍລິໂພກ ຢູ່ພາຍໃນ ແລະ ຕ່າງປະເທດຢ່າງ ຫຼວງ ຫຼາຍ ຍ້ອນຜະລິດ ຕະພັນດັ່ງກ່າວ ໄດ້ຜະລິດດ້ວຍແຫຼ່ງວັດຖຸ ດິບທີ່ມາ ຈາກ ທຳມະຊາດ. 
ທ້າຍປີ 2014, ອ້າຍ ທ້ຽນ ພ້ອມກັບໝູ່ ໄປຢາມລູກຄ້າຄົນໜຶ່ງ ທີ່ເຄີຍຊື້ສິນຄ້າ ຂອງ ຕົນຢູ່ ໃຕ້ຫວັນ, ລູກຄ້າຄົນນີ້ ເຊີນເພິ່ນໄປ ຢ້ຽມຢາມໂຮງງານຜະລິດທູບຂອງຕົນ ແລະ ຢາກຮ່ວມມື ກັບ ອ້າຍ ທ້ຽນ ເພື່ອຂະຫຍາຍການຜະລິດທູບ ທີ່ເຮັດຈາກໄມ້ ເກດ ສະໜາ ຢູ່ຫວຽດນາມ. ຕາມລູກຄ້າຄົນນີ້ໃຫ້ຮູ້ວ່າຢູ່ ໃຕ້ຫວັນ ບໍ່ ມີໄມ້ເກດສະໜາ, ແຕ່ປະຊາຊົນ 90% ແມ່ນນຳໃຊ້ທູບ ທີ່ ເຮັດ ຈາກໄມ້ເກດສະໜາ. ຍ້ອນຄວາມມັກຮັກກັບສາສະໜາພຸດ, ອ້າຍ ທ້ຽນ ແລະ ໝູ່ສອງຄົນຈິ່ງຕັດສິນໃຈສ້າງຕັ້ງ ບໍລິສັດ ຍາງ ທ່ຽນ.

ບໍ່ມີຜົນຮ້າຍ, ບໍ່ມີສານເຄມີ, ບໍ່ນຳໃຊ້ທາດຫອມ. ນັ້ນແມ່ນ 3 ທີ່ບໍລິສັດ ຍາງທ່ຽນ ຜະລິດທູບ ເພື່ອຮັບໃຊ້ໃຫ້ແກ່ ຜູ້ບໍລິໂພກ ໄດ້ນຳໃຊ້. 



ມູມໜຶ່ງໃນໂຮງງານຜະລິດທູບ ທີ່ເມືອງ ຮອກໂມນ, ນະຄອນ ໂຮ່ຈີມິນ ຂອງ ບໍລິສັດ ຍາງທ່ຽນ.


ການຜະລິດທູບ ສະອາດທຸກຂັ້ນຕອນ. 


ຂັ້ນຕອນການຜະລິດປະເພດທູບ ນຳໃຊ້ໃນເວລານັ່ງສະມາທິ. 


ບໍລິສັດ ຍາງທ່ຽນ ສະໜອງທູບທີ່ເຮັດດ້ວຍໄມ້ເກດສະໜາ 100% ຈາກທຳມະຊາດ,
ມີຄວາມປອດໄພ ແລະ ດີຕໍ່ສຸຂະພາບ
.



ຍາງທ່ຽນ ໄດ້ຜະລິດທູບສະອາດ 500 ໂຕນຕໍ່ປີ.


ທູບໄດ້ຮັບການກວດກາຢ່າງລະອຽດກ່ອນຈະໄດ້ສົ່ງອອກໄປ ຈຳໜ່າຍ.

ເນື້ອທີ່ປູກໄມ້ເກດສະໜາ ກວ້າງ 300 ເຮັກຕາຢູ່ເມືອງ ເຕິນຟູ໋, ດົ່ງນາຍ ເປັນບ່ອນສະໜອງໄມ້ເກດສະໜາ ໃຫ້ແກ່ບໍລິສັດ ຍາງທ່ຽນ. ໄມ້ເກດສະໜາ ຍັງເປັນຢາຊະນິດໜຶ່ງ ໄດ້ນຳໃຊ້ເພື່ອແກ້ ຫຼາຍພະຍາດຄື: ເຈັບທ້ອງ, ເຈັບກະເພາະ... ເວລາໄຕ້ທູບກິ່ນ ຂອງ ໄມ້ເກດສະໜາ ຈະເຮັດໃຫ້ເຮົາຮູ້ສຶກສະບາຍໃຈ, ສ້າງ ຄວາມສະຫງົບສຸກໃນຫວ່າງເວຫາຂອງການເປັນຢູ່.

ບັນດາສິນຄ້າຕົວແບບ ກ່ອນຈະໄດ້ຜະລິດອອກ, ທູບທຸກປະ ເພດ ຈະໄດ້ສົ່ງໄປ ກວດ ກາກິ່ນ, ນຳ້ໜັກ, ຄຸນນະພາບ ຂອງ ແປ້ງທູບ ຢູ່ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນ ໂຮ່ຈີມິນ. ຫຼັງຈາກບັນລຸໄດ້ມາດຕະຖານ ຈຶ່ງຫຸ້ມຫໍ່ແລ້ວຈໍາ ໜ່າຍ ອອກສູ່ຕະຫຼາດ.
 
ປະຈຸບັນ, ຍາງທ່ຽນ ມີໂຮງງານຜະລິດ 2 ແຫ່ງຢູ່ເມືອງ ຮອກ ໂມນ ແລະ ເມືອງ 12, ມີກຳລັງການຜະລິດ 500 ກວ່າໂຕນຕໍ່ ປີ. ທາງບໍລິສັດໄດ້ເປັນເຈົ້າການ, ປະຕິບັດການຜະລິດ ຢ່າງຄົບ ວົງຈອນ, ແຕ່ການສະໜອງແຫຼ່ງວັດຖຸດິບ ຈົນເຖິງການ ຜະລິດ ແລະ ຈຳໜ່າຍຜະລິດຕະພັນ. ທູບໄດ້ຂາຍອອກດ້ວຍລາຄາ ແຕກຕ່າງກັນ, ແຕ່ 25.000 ດົ່ງ/ກັບ ຈົນເຖິງ 2,5 ລ້ານດົ່ງ/ກັບ.



ບໍ່ມີຜົນຮ້າຍ, ບໍ່ມີສານເຄມີ, ບໍ່ນຳໃຊ້ທາດຫອມ. ນັ້ນແມ່ນ 3
ມາດຖານທີ່ບໍລິສັດ ຍາງທ່ຽນ ຜະລິດທູບ ເພື່ອຮັບໃຊ້ໃຫ້ແກ່ ຜູ້ບໍລິໂພກໄດ້ນຳໃຊ້.



ຍາງທ່ຽນ ໄດ້ສົ່ງທູບ ອອກໄປສູ່ 50 ປະເທດໃນໂລກຄື: ຍີ່ປຸ່ນ: ສປ ຈີນ, ໃຕ້ຫວັນ, ອາເມລິກາເໜືອ, ເອີຣົບ...


ຍາງທ່ຽນ ໄດ້ຜະລິດທູບຫຼາຍຊະນິດທີ່ແຕກຕ່າງກັນ.


ມີຂາຍຢູ່ຕະຫຼາດຫາກໍ່ໄດ້ 3 ປີ, ແຕ່ເຄື່ອງໝາຍການຄ້າ ຍາງທ່ຽນ
ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ຢ່າງຫຼວງ ຫຼາຍ.

ເຖິງປະຈຸບັນ, ຍາງທ່ຽນ ມີຮ້ານຂາຍທູບກວ່າ 2.000 ແຫ່ງຢູ່ 40 ແຂວງ, ນະຄອນໃນທົ່ວປະເທດຄື: Satra, Vinmart, AeonMall… ແລະ ສົ່ງອອກສູ່ກວ່າ 50 ປະເທດໃນໂລກຄື: ຍີ່ປຸ່ນ, ສປ ຈີນ, ໃຕ້ຫວັນ, ອາເມລິກາເໜືອ, ເອີຣົບ.
ບົດ: ຫງວຽນແອງ - ພາບ: ດັ້ງກິມເຟືອງ
 

ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ເມັດ ກາເຟ ຂຽວ ເພື່ອສົ່ງອອກ, ຜະລິດ ກາເຟ ຂົ້ວ ບົດ ແລະ ກາເຟ ຊອງ Coffilia; ຊາ Cascara ຮ່າຈຸກ ຈາກເປືອກ ກາເຟ; ຜະລິດຕະພັນຊີວະພາບ Namigo ຈາກ ຂີ້ ກາເຟ ແລະ ກາບກາເຟ ຫຼື ຝຸ່ນຊີວະພາບ ຈາກເປືອກ ກາເຟ ແລະ ກາບ ກາເຟ... ການປຸງແຕ່ງສິ່ງເສດເຫຼືອ ຂອງຜະລິດຕະພັນ ນີ້ ຈະກາຍເປັນວັດຖຸດິບ ເພື່ອຜະລິດ ໃຫ້ເປັນຜະລິດຕະ ພັນອື່ນໆ ໃນລະບົບນິເວດ, ບໍ່ມີສ່ວນໃດ ຂອງໝາກ ກາເຟ ຖືກປະຖິ້ມ. ນັ້ນ​ແມ່ນ​ຮູບ​ແບບ​ເສດ​ຖະ​ກິດໝູນວຽນ​ທີ່​ກຸ່ມ ບໍລິສັດ​ ກາ​ເຟ ​ມິງ​ຕ໋ຽນ ​ພວມ​ນຳ​ໃຊ້ ແລະ ໄດ້ແນະ​ນຳ​ໃນງານ​ວາງ​ສະ​ແດງ​ໂລກ 2020 (World Expo 2020).

Top