• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ລາວ

ບັນດາອົງການຈັດຕັ້ງປະຊາຊົນສອງປະເທດນັບມື້ນັບມີຫຼາຍການເຄື່ອນໄຫວຮ່ວມມືທີ່ແທດຈິງ, ມີປະສິດທິຜົນ, ຍາມໃດກໍ່ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະ ກັນ. ຄະນະກຳມະການສັນຕິພາບ ຫວຽດນາມ, ຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ.

ບັນດາອົງການຈັດຕັ້ງປະຊາຊົນສອງປະເທດນັບມື້ນັບມີຫຼາຍການເຄື່ອນໄຫວຮ່ວມມືທີ່ແທດຈິງ, ມີປະສິດທິຜົນ, ຍາມໃດກໍ່ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະ ກັນ. ຄະນະກຳມະການສັນຕິພາບ ຫວຽດນາມ, ຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ.

    

ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ ໃນວັນທີ 5 ຕຸລາ

ຕອນບ່າຍວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສົມໝາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

        ເພື່ອປະກອບສ່ວນຊຸກຍູ້ການພົວພັນແບບພິເສດລະຫວ່າງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງຂຶ້ນຕື່ມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມຫວັງວ່າ: ບັນດາອົງການຈັດຕັ້ງປະຊາຊົນສອງປະເທດນັບມື້ນັບມີຫຼາຍການເຄື່ອນໄຫວຮ່ວມມືທີ່ແທດຈິງ, ມີປະສິດທິຜົນ, ຍາມໃດກໍ່ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະ ກັນ. ຄະນະກຳມະການສັນຕິພາບ ຫວຽດນາມ, ຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ, ບັນດາອົງການປະຊາຊົນສອງປະເທດຄວນມີບັນດາລາຍການຮ່ວມມືແທດຈິງ, ລະອຽດກ່ວາ, ເພື່ອປະກອບສ່ວນເຂົ້າໃຈການພັດທະນາຂອງສອງປະເທດ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ງແທັງເໝິນ ໃຫ້ຮູ້ວ່າ: ການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາອົງການປະຊາຊົນ ຫວຽດນາມ ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາອົງການປະຊາຊົນຂອງລາວ ຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ສົມໝາດ ພົນເສນາ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການເຮັດວຽກລະຫວ່າງຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ກັບຄະນະກຳມະການສັນຕິພາບ ຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍລ້ວນແຕ່ມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນ ແລະ ບົດບາດຂອງສອງອົງການພົວພັນຕ່າງປະເທດ, ພົວພັນແລກປ່ຽນປະຊາຊົນ. ທ່ານຮອງປະທານສະພາແຫ່ງຊາດ ສົມໝາດ ພົນເສນາ ໃຫ້ຮູ້ວ່າ: ລາວ ຈະສືບຕໍ່ໂຄສະນາເຜີຍແຜ່, ສຶກສາ ແລະ ຮັກສານ້ຳໃຈຄວາມສາມັກຄີ ມິດຕະພາບແບບພິເສດລະຫວ່າງສອງປະເທດ; ຍູ້ແຮງການພົວພັນແລກປ່ຽນວັດທະນະທຳ, ສົ່ງເສີມການຄ້າ, ການທ່ອງທ່ຽວ; ສົມທົບກັນຊຸກຍູ້ການແກ້ໄຂບັນດາບັນຫາຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເກັບກູ້ລູກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top