ການພ້ອມກັນຈັດຕັ້ງພິທີເຄົາລົບທຸງຊາດໃນທົ່ວລະບົບຊາວໜຸ່ມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຫັນດີເປັນເອະພາບ ໃນການກະທຳເທົ່ານັ້ນ ຫາກຍັງເປີດສາກໃຫ້ແກ່ຊີວິດການເມືອງທີ່ເລິກເຊິ່ງກວ້າງຂວາງຂອງໄວໜຸ່ມທົ່ວປະເທດ.
ພິທີເຄົາລົບທຸງຊາດ ຂອງຄະນະຊາວໜຸ່ນ(ພາບ: TTXVN)
ຕອນເຊົ້າວັນທີ 19 ມັງກອນ, ໃນທ່າມກາງບັນຍາກາດກ່ອນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຢູ່ສຳນັກງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຢູ່ນະຄອນຫຼວງ ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມໄດ້ມີຄວາມເປັນກຽດຈັດຕັ້ງພິທີເຄົາລົບທຸງຊາດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.
ຈາກສູນກາງ, ໂດຍຕອບສະໜອງ ແລະ ປະຕິບັດຕາມການຊີ້ນຳຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະຊາວໜຸ່ມທຸກຂັ້ນພາຍໃນປະເທດ, ບັນດາຕາແສງ, ເທດສະບານ, ເຂດພິເສດ ແລະ ບັນດາໂຮງຮຽນໄດ້ພ້ອມກັນຈັດພິທີເຄົາລົບທຸງຊາດ, ຜ່ານນັ້ນສະແດງນ້ຳໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງໄວໜຸ່ມຕໍ່ພັກ, ຕໍ່ປະເທດຊາດ.
ການພ້ອມກັນຈັດຕັ້ງພິທີເຄົາລົບທຸງຊາດໃນທົ່ວລະບົບຊາວໜຸ່ມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຫັນດີເປັນເອະພາບ ໃນການກະທຳເທົ່ານັ້ນ ຫາກຍັງເປີດສາກໃຫ້ແກ່ຊີວິດການເມືອງທີ່ເລິກເຊິ່ງກວ້າງຂວາງຂອງໄວໜຸ່ມທົ່ວປະເທດ, ຜ່ານນັ້ນ ເສີມສ້າງອຸດົມການປະຕິວັດ, ຫຼໍ່ຫຼອມຈິດໃຈຄວາມຮັບຜິດຊອບ ແລະ ສະຕິພົນລະເມືອງຂອງໄວໜຸ່ມຕໍ່ໜ້າບັນດານະໂຍບາຍຊີ້ຂາດໃຫຍ່ຂອງພັກ
(ແຫຼ່ງຄັດຈາກ VOV)