• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຈ໊າກ໋າ ຮ່າໂນ້ຍ

ຊາວ ຮ່າໂນ້ຍ ຕ່າງຕີລາຄາສູງ ເນື່ອງຈາກ ຄວາມສະອຽດອ່ອນ, ສະ ຫງຽມຄ່ຽມຄົມ ແຕ່ກໍສຸດທີ່ພິຖີພິຖັນ ແລະ ເອົາໃຈໃສ່ ໃນການທຳ ອາ ຫານ ຢູ່ສະເໝີ. ຍ້ອນຄວາມພິຖີພິຖັນນີ້ ໄດ້ເຮັດໃຫ້ລາຍການອາ ຫານ ສາມັນຊົນທົ່ວໄປ ແລະ ງ່າຍໆ ເຊັ່ນ: ຈ໊າກ໋າ (ຢໍ່ປາ) ໄດ້ສ້າງ ໃຫ້ມີ ຊີວິດຊີວາ ແລະ ກາຍເປັນຈຸດ ສຸດຍອດ ໃນສິລະປະການ ກິນ ຂອງ ຊາວ ຮ່າໂນ້ຍ.
ພິເສດ, ດ້ວຍຄວາມປະທັບໃຈ ແລະ ນັບມື້ມີລັກສະນະ ທົ່ວໄປ ຕາມ ວັນເວລາ, ຊື່ຂອງລາຍການອາຫານນີ້ ໄດ້ຕັ້ງຊື່ ໃຫ້ຄຸ້ມຖະໜົນນ້ອຍ ແຫ່ງໜຶ່ງ ໃນເຂດຖະໜົນບູຮານຂອງ ຮ່າໂນ້ຍ  ແລະ ກາຍເປັນຈຸດທີ່ ບໍ່ຄວນພາດ ໃນການເດີນທາງຄົ້ນພົບ ເຂດດິນ ທີ່ມີມູນເຊື້ອ ວັດທະ ນະທຳ ນັບພັນປີ ຂອງ ແຂກທາງໄກໄທຕ່າງເມືອງ ຈາກທຸກສາ ລະທິດ, ນັ້ນແມ່ນ ຄຸ້ມຖະໜົນ ຈ໊າກ໋າ.

ຈ໊າກ໋າ ແມ່ນເຮັດຈາກ ຊີ້ນປາກົດ (Bagridae). ນີ້ແມ່ນປະເພດ ປາ ໜັງ, ກະດູກໜ້ອຍ, ຊີ້ນຫອມນົວ. ພິເສດ ໜັງຂອງມັນແຊບທີ່ສຸດ. ເຄັດລັບໃນການສ້າງ ລົດຊາດ ທີ່ຫອມແຊບ ໃຫ້ແກ່ລາຍການອາ ຫານ ນີ້ ແມ່ນຢູ່ໃນການເອືອບເຄື່ອງເທດ. ສ່ວນປະສົມ ເຄື່ອງເທດ ລວມມີ: ແປ້ງຂີ້ໝິ້ນ, ຜັກທຽມ, ຜັກບົ່ວ, ຫົວຄ່າ, ເກືອ, ນຳ້ຕານ, ນຳ້ ປາ ແລະ ຕື່ມກະປິ ອີກໜ້ອຍໜຶ່ງ.



ວັດຖຸປະກອບເພື່ອການປຸງແຕ່ງລາຍການອາຫານ ຈ໊າກ໋າ ລວມມີ ຊີ້ນປາກົດ, ຜັກບົ່ວ, ຜັກຊີ, ໝາກເຜັດ, ປິກຸ້ງ...

ລາຍການອາຫານ ຈ໊າຈ໋າ ມີຊື່ສຽງ ຂອງ ຊາວ ຮ່າໂນ້ຍ. 

ນີ້ແມ່ນບັນດາວັດຖຸປະກອບຈາກທຳມະຊາດ ແລະ ຫາງ່າຍ, ພາຍ ໃຕ້ສີມືຂອງພໍ່ຄົວ ໄດ້ສ້າງເປັນລາຍການອາຫານ ທີ່ສ້າງ ພະລັງຈູງ ໃຈ ໃຫ້ກັບຜູ້ຊີມເປັນພິເສດ.

ລາຍການອາຫານ ຈ໊າກ໋າ ເຄີຍໄດ້ໜັງສືພິມ ແລະ ເວັບໄຊ ກ່ຽວກັບ ອາຫານການກິນ ແຖວໜ້າຂອງໂລກ ໃຫ້ຄຳສັນລະເສີນວ່າ ນີ້ແມ່ນ “ລາຍການອາຫານ ທີ່ຕ້ອງໄດ້ທົດລອງກິນ ຈັກຄັ້ງໜຶ່ງໃນຊີວິດ”.

 
ບົດ: ຖາວວີ - ພາບ: ເຈິ່ນແທງຢາງ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ.

Top