• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດ​ວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ແກ່​ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ຕອນຄ່ຳວັນທີ 14 ກັນຍາ, ຢູ່ນະຄອນ ບວນມາທວດ, ແຂວງດັກລັກ ໄດ້ດຳເນີນ “ວັນບຸນໄຫວ້ພະຈັນພ້ອມກັບເພື່ອນໆມາໂຮງຮຽນຢ່າງເບີກບານມ່ວນຊື່ນ”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງລາຍການວັນບຸນໄຫວ້ພະຈັນ “ໂຄມໄຟແຈ້ງສະຫວ່າງຄວາມໄຝ່ຝັນ” ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ສະພາກອງເຍົາວະຊົນສູນກາງ ຈັດຂຶ້ນ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ ກ່າວຄຳເຫັນທີ່ວັນບຸນ (ພາບ: TTXVN)

ຢູູ່ວັນບຸນ, ນ້ອງໆເຍົາວະຊົນໄດ້ຮັບຊົມການສະແດງຟ້ອນສິງໂຕ ແລະ ບັນດາລາຍການສະແດງສິລະປະ ກ່ຽວກັບ “ວັນບຸນໄຫວ້ພະຈັນ ເຊິ່ງມີການເຊື່ອມຈອດທາງໄກກັບເຍົາວະຊົນບັນດາແຂວງຄື: ຫ໋າຍຝ່ອງ, ເລິມດົ່ງ, ບິ່ງເຢືອງ, ຕຽນຢາງ ແລະ ນະຄອນໂຮ່ຈີມິນ. ຄະນະຈັດຕັ້ງໄດ້ມອບຂອງຂວັນ 1.700 ພູດລວມມີທຶນການສຶກສາ, ລົດຖີບ ແລະ ຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ພວກນ້ອງໆທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ດັກລັກ.

ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ປາດຖະໜາຢາກບັນດາພວກນ້ອງໆສືບຕໍ່ມານະພະຍາຍາມໃນການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ບື່ນຕົວຂຶ້ນໃນການດຳລົງຊີວິດ; ສາມັກຄີກັນ, ແບ່ງປັນ, ຊ່ວຍເຫຼືອພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນພວກນ້ອງທີ່ຖືກຜົນຕາມມາຢ່າງໜັກໜ່ວງຈາກພາຍຸ Yagi, ນ້ຳຖ້ວມ…

ໃນຂະນະນັ້ນ, ຢູ່ນະຄອນໂຮ່ຈີມິນ, ຕອນບ່າຍວັນທີ 14 ກັນຍາ, ມີນ້ອງນ້ອຍ 500 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກກຳພ້າຍ້ອນພະຍາດໂຄວິດ - 19 ຢູ່ນະຄອນໄດ້ເຂົ້າຮ່ວມລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ຄັ້ງທີ 18 ໂດຍ Saigontourist Group ແລະ ໜັງສືພິມ ແທັງນຽນ ຈັດຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ຕາມທ່ານແລ້ວ, ບັນດາການອອກສຽງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຖືທ່ານແມ່ນໄພນາບຂູ່ຕໍ່ພື້ນຖານປະຊາທິປະໄຕ ອາເມລິກາ.

Top