• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ວາງ​ສະ​ແດງ “ເສັ້ນ​ທາງ​ຂຶ້ນ​ດ້ຽນ​ບຽນ​” ສະ​ເຫຼີມ​ສະຫຼອງ 70 ປີ ​ແຫ່ງວັນ​ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ

ງານວາງສະແດງ “ເສັ້ນທາງຂຶ້ນດ້ຽນບຽນ” ຈະໄຂຂຶ້ນໃນວັນທີ 26 ເມສາ ແລະ ອັດລົງໃນວັນທີ 15 ພຶດສະພາ ຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ, ຢູ່ເຮືອນເລກທີ 66 ຖະໜົນ ຫງວຽນຖ໊າຍຮອກ, ຮ່າໂນ້ຍ.
ຜົນງານ "ຮັບສະມາຊິກພັກ ຢູ່ ດ້ຽນບຽນຝູ" ຂອງນັກຈິດຕະກອນ ຫງວຽນຊ໊າງ ຈະໄດ້ນຳມາວາງສະແດງໃນງານວາງສະແດງ (ພາບ: ຫໍພິພິທະພັນຈິດຕະກຳ)

ນີ້ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7 ພຶດສະພາ 1954 – 7 ພຶດສະພາ 2024).

ງານວາງສະແດງ ຈະແນະນຳຜະລິດຕະພັນຈິດຕະກຳພາບແຕ້ມ, ກຣາຟິກ, ແກ້ຄວັດສະຫຼັກ 70 ຢ່າງ ຂອງນັກຈິດຕະກອນ 34 ທ່ານ ເຊິ່ງໄດ້ປະດິດຄິດສ້າງໃນໄລຍະແຕ່ປີ 1949 – 2009. ບັນດາຜົນງານທີ່ໄດ້ນຳມາວາງສະແດງໃນງານສະແດງນີ້ ໄດ້ຄັດເລືອກໃນສາງສະສົມຂອງຫໍພິພິທະພັນ ວິຈິດສິນ ຫວຽດນາມ. ໃນຂອບເຂດງານວາງສະແດງ, ຍັງມີລາຍການ Art Talk ດ້ວຍຫົວຂໍ້ “ເສັ້ນທາງຂຶ້ນ ດ້ຽນບຽນ”; “ບັນດາອະນຸສອນກ່ຽວກັບນັກຈິດຕະກອນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໂຕງອກເວິນ”.

ງານວາງສະແດງ “ເສັ້ນທາງຂຶ້ນດ້ຽນບຽນ” ບໍ່ພຽງແຕ່ສະແດງຄວາມເຄົາລົບນັບຖື, ຄວາມເອກອ້າງທະນົງໃຈກ່ຽວກັບໜ້າປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ເຄີຍເຂົ້າຮ່ວມການຕໍ່ຕ້ານໃນບັ້ນຮົບດ້ຽນບຽນຝູອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top