• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນ ຕຽນກົງທີ່ເປັນເອກະລັກຢູ່ເຂດເກາະຮ່ານາມ

ງານບຸນຕຽນກົງຖືກຈັດຂຶ້ນຢູ່ເຂດເກາະຮ່ານາມເທດສະບານກວ໋າງອຽນແຂວງກວ໋າງນິງແຕ່ວັນທີ 5 ຫາວັນທີ 7 ເດືອນຈຽງໄລ່ຕາມຈັນທະປະຕິທິນແຕ່ລະປີ. ງານບຸນເພື່ອແນໃສ່ເຊີດຊູຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີ ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳຂອງຊາວເຂດປາກທະເລແບັກດັງ.
  ງານບຸນຕຽນກົງຖືກຈັດຂຶ້ນແຕ່ວັນທີ 5 ຫາວັນທີ 7 ເດືອນຈຽງໃນແຕ່ລະປີ ໄດ້ດຶງດູດແຂກທ່ອງທ່ຽວ ແລະ ຜູ້ມາຮ່ວມຢ່າງຫຼວງຫຼາຍ  

ງານບຸນ ຕຽນກົງເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເຊິ່ງຊາວເຂດເກາະຮ່ານາມໃນແຂວງກວ໋າງນິງໄດ້ຮັກສາໄວ້ ເພື່ອແນໃສ່ອາໄລຫາ 17 ບຸກຄົນເຊິ່ງແມ່ນບັນດາຜູ້ທຳອິດທີ່ໄດ້ສ້າງບ້ານແປງເມືອງຢູ່ເຂດນີ້. ທ່ານຟ້າມວັນມິກຜູ້ເຝົ້າຍາມຢູ່ຫໍບູຊາຕຽນກົງເປັນເວລາ 30 ປີໃຫ້ຮູ້ວ່າງານບຸນ ຕຽນກົງໄດ້ເລີ່ມຈັດຂຶ້ນນັບແຕ່ສະຕະວັດທີ XVII ເຊິ່ງໄດ້ຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງເຂດເກາະຮ່ານາມແລະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຊາວປະມົງເຂດປາດທະເລແບັກດັງ. ທ່ານກ່າວວ່າ:

 “ປີ 1434 ເມື່ອເຈົ້າຊີວິດເລເລິ້ຍໄດ້ຕີເອົາຊະນະຕໍ່ກຳລັງທະຫານມິງ, ລວມມີ 80.000 ຄົນ, ພະອົງໄດ້ມີແຜນນະໂຍບາຍຍົກຍ້າຍປະຊາຊົນໄປຍັງເຂດຫ່າງໄກສອກຫຼີກ ເພື່ອບຸກເບີກພື້ນທີ່. ເພາະສະນັ້ນ 17 ບຸກຄົນທຳອິດຈາກດິນແດນທັງລອງໄດ້ລ່ອງໄປຕາມລຳແມ່ນ້ຳແຈັງເພື່ອປັກຫຼັກໝາຍຊອກຫາທີ່ດິນແລະເມື່ອຢຸດແວ່ຢູ່ແຫ່ງນີ້ ໄດ້ຍິນສຽງກົບຮ້ອງ.ໝາຍຄວາມວ່າຢູ່ທີ່ນີ້ມີນ້ຳຈືດແລະຈາກນັ້ນບຸກຄົນເຫຼົ່ານັ້ນໄດ້ບຸກເບີກພື້ນທີ່ ແລະ ສ້າງບ້ານຢູ່ທີ່ນັ້ນ”.

ງານບຸນ ຕຽນກົງໄດ້ຖືກຈັດຂຶ້ນຢູ່ໃນບໍລິເວນ 7 ຕາແສງຂອງເກາະ ຮ່ານາມ ດ້ວຍໃຈກາງແມ່ນປູຊະນີຍະສະຖານຫໍບູຊາຕຽນກົງທີ່ຕາແສງເກິ່ມລາ ເຊິ່ງໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດ. ນັບແຕ່ວັນທີ 2 ເດືອນ12 ໄລ່ຕາມຈັນທະປະຕິທິນ ບັນດາວົງຕະກຸນທີ່ມີຜູ້ມີອາຍຸສູງໄດ້ໄປຍັງຫໍບູຊາຕຽນກົງເພື່ອປະດັບປະດາ ກະກຽມວັດຖຸເຄື່ອງຂອງຖວາຍບູຊາ ແລະ ກຽມຈັດພິທີກຳຕ່າງໆໃຫ້ແກ່ງານບຸນ. ຄວາມເປັນເອກະລັກເຊິ່ງຊາວບ້ານທຸກໆຄົນມີຄວາມກະຕືລືລົ້ນໃນງານບຸນນັ້ນແມ່ນການເຄື່ອນໄຫວແຫ່ພວກຜູ້ເຖົ້າມີອາຍຸ 80 ປີ 90 ປີ ແລະ 100 ປີເຕັມໄປຍັງຫໍບູຊາຕຽນກົງ. ທ່ານຫງວຽນກວາງຢຶ ອາຍຸ 85 ປີ ຫົວໜ້າຄະນະຈັດຕັ້ງງານບຸນບ້ານອຽນດົງໃຫ້ຮູ້ວ່າ ສະເພາະບ້ານອຽນດົງ ການແຫ່ພວກພໍ່ຕູ້ມີອາຍຸສູງ ຖືກຈັດຂຶ້ນແບບລວມໝູ່ ດ້ວຍຂະບວນແຫ່ຍາວນັບເປັນກິໂລແມັດ. ພໍ່ຕູ້ ຫງວຽນກວາງຢຶໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກໍ່ໄດ້ປຶກສານຳກັນໃນການຈັດຕັ້ງພິທີອວຍພອນອາຍຸຍືນແບບລວມໝູ່ ເພື່ອຮັກສາບັນດາຄຸນຄ່າອັນເປັນປະເພນີທັງມີຄວາມສະເໜີພາບແລະບໍ່ຈຳແນກຄວາມຮັ່ງມີແລະທຸກຍາກຢູ່ໄກຫຼືຢູ້ໃກ້. ປີນີ້ແມ່ນປີທີ 21 ທີ່ງານບຸນໄດ້ຖືກຈັດຂຶ້ນແລະມີພໍ່ຕູ້ 398ຄົນຖືກແຫ່ໄປຍັງຫໍບູຊາ.ເຄື່ອງຖວາຍບູຊາລວມມີຫົວໝູ, ບັ໊ນໄຢ່, ໝາກແລະໃບພູ, ໝາກໄມ້ ເຫຼົ້າ...”

ປີນີ້ງານບຸນຕຽນກົງມີພໍ່ຕູ້ 198 ຄົນ ມີອາຍຸ 80 ປີ 90 ປີ ແລະມີພໍ່ຕູ້ 4 ຄົນມີອາຍຸ 100 ປີ ເຕັມ ໄດ້ມານີ້ ຖວາຍເຄື່ອງບູຊາຕໍ່ບັນພະບູລຸດ. ແມ່ຕູ້ ຫວູທິຖຸ໋ຍ ອາຍຸ 80 ປີເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

“ຂ້າພະເຈົ້າຮູ້ສຶກດີໃຈທີ່ລູກເຕົ້າໄດ້ຈັດຕັ້ງພິທີອວຍພອນອາຍຸຍືນ ໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກມີສຸຂະພາບແຂງແຮງຂຶ້ນແລະ ພາກພູມໃຈທີ່ສຸດ”.

ງານບຸນ ຕຽນກົງແມ່ນວັນບຸນຂອງບັນດາວົງຕະກຸນຢູ່ເຂດເກາະຮ່ານາມ. ທ່ານງູດິ່ງຢຸ໊ງຮອງຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເທດສະບານກວ໋າງອຽນຕີລາຄາວ່າ:  “ບັນດາຄອບຄົວໃນວົງຕະກຸນໄດ້ເຮັດໃຫ້ງານບຸນຍືນຍົງຄົງຕົວກັບການເວລາ. ເຖິງວ່າຈະໄປໃສຢູ່ພາຍໃນປະເທດຫຼືຕ່າງປະເທດກໍ່ຕາມແຕ່ລູກຫຼານກໍ່ລ້ວນແຕ່ພາກັນມາຮ່ວມວັນບຸນຕຽນກົງເພື່ອສະແດງຄວາມຮູ້ບຸນຄຸນຂອງບັນພະບູລຸດໃນວັນທີ 2 ເດືອນ 12 ໄລ່ຕາມຈັນທະປະຕິທິນ”.

ເມື່ອລະດູບານໃໝ່ວຽນມາໃນແຕ່ລະປີ ຢູ່ບັນດາຕາແສງເກາະຮ່ານາມພັດຟົດຟື້ນມ່ວນຊື່ນໃນທ່າມກາງສຽງກອງສຽງດົນຕີພ້ອມກັບທຸງ 5 ສີສວຍງາມເພື່ອອວຍພອນອາຍຸຍືນໃຫ້ແກ່ບັນດາພໍ່ຕູ້. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຊາວບ້ານຄິດເຖິງຄຸນງາມຄວາມດີຂອງບັນດາຜູ້ໄດ້ສ້າງບ້ານແປງເມືອງເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ລູກຫຼານສະແດງຄວາມກະຕັນຍູຕໍ່ພໍ່ແມ່ນີ້ທັງແມ່ນການເຄື່ອນໄຫວເພື່ອລຸ້ນໝຸ່ມເພີ່ມຄວາມເຂົ້າໃຈແລະເພີ່ມຄວາມຮັກຕໍ່ຄຸ່ນຄາວັດທະນະທຳອັນເປັນປະເພນີ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ ເພື່ອພ້ອມກັນຮັກສາສືບທອດໃຫ້ຄົນລຸ້ນຫຼັງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top