• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄ່ຳຄືນແຫ່ງສຽງຄ້ອງປະສານສຽງ ອາຊີຕາເວັນອອກສ່ຽງໃຕ້ 2025: ຈັງຫວະແຫ່ງຄວາມສາມັກຄີ

ທ່າມກາງກະແສຟອງແຫ່ງການດຳລົງຊີວິດອັນຟ້າວຟັ່ງຂອງນະຄອນຫຼວງຮ່າໂນ້ຍ, ຍັງມີມຸມນ້ອຍໆອັນງຽບສະຫງົບແຫ່ງໜຶ່ງ ເຊິ່ງເປັນບ່ອນທີ່ມີສຽງເຂັມກະທົບກັບຜືນຜ້າດັງຂຶ້ນເບົາໆ ປະສານກັບສຽງຫົວທີ່ສົດໃສຂອງເດັກນ້ອຍຜູ້ດ້ອຍໂອກາດໃນທຸກໆມື້. ຢູ່ແຫ່ງນີ້, ເສັ້ນໄໝພົມໄດ້ຖືກຖັກທໍໃຫ້ກາຍເປັນຜົນງານສິລະປະທີ່ມີຊີວິດຊີວາ – ເຊິ່ງມັນບໍ່ໄດ້ມີພຽງແຕ່ສີສັນທີ່ສວຍງາມເທົ່ານັ້ນ, ແຕ່ຫາກຍັງເຕັມໄປດ້ວຍຄວາມມຸ່ງໝັ້ນ, ຄວາມຮັກແພງ ແລະ ຄວາມເຊື່ອໝັ້ນຕໍ່ການດຳລົງຊີວິດ. /MediaUpload/Video/2025/12/22/southeast-asia-gong-harmony-night-2025-rhythms-of-unity-22-10-52-8.mp4

VNA/VNP

ບັນຍາກາດຕົ້ນລະດູໃບໄມ້ປົ່ງ ຢູ່ຕະຫຼາດດອກໄມ້ນະຄອນຫຼວງຮ່າໂນ້ຍ

ບັນຍາກາດຕົ້ນລະດູໃບໄມ້ປົ່ງ ຢູ່ຕະຫຼາດດອກໄມ້ນະຄອນຫຼວງຮ່າໂນ້ຍ

ເຖິງວ່າຈະຍັງເຫຼືອເວລາອີກຫຼາຍກວ່າໜຶ່ງເດືອນ ຈຶ່ງຈະຮອດບຸນປີໃໝ່ປະເພນີ (ບຸນເຕັດ) ປີ 2026 ກໍຕາມ, ແຕ່ບັນຍາກາດຂອງລະດູໃບໄມ້ປົ່ງໄດ້ມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍແລ້ວ. ຢູ່ຕະຫຼາດດອກໄມ້ ກວາງອານ (Quang An), ດອກທໍ (Peach), ດອກໝາກຈອງ (Pear) ແລະ ດອກໝາກໝັ້ນ (Plum) ໄດ້ເບີກບານກ່ອນກຳນົດ, ເຮັດໃຫ້ທົ່ວບໍລິເວນເຕັມໄປດ້ວຍສີສັນແຫ່ງບຸນເຕັດ.ບັນດາຮ້ານຂາຍດອກໄມ້ຕາມລະດູການທີ່ວາງລຽງລາຍກັນຢູ່ຕະຫຼາດ ໄດ້ເຮັດໃຫ້ຜູ້ມາຢ້ຽມຊົມຮູ້ສຶກໄດ້ທັນທີວ່າ ບຸນປີໃໝ່ປະເພນີກຳລັງໃກ້ເຂົ້າມາແລ້ວ. ໃນໂອກາດວັນພັກບຸນປີໃໝ່ສາກົນ 4 ວັນ, ຊາວຮ່າໂນ້ຍຈຳນວນຫຼວງຫຼາຍໄດ້ພາກັນໄປຕະຫຼາດ, ຍ່າງຊົມດອກໄມ້ທີ່ພວມເບີກບານ ແລະ ເຂົ້າຮ່ວມໃນບັນຍາກາດອັນຟົດຟື້ນຂອງບຸນປະເພນີ.

Top