• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ ພົນ​ລະ​ເຮືອນ

ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ).
  ທ່ານເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)  

ໂດຍສືບຕໍ່ກອງປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍເດືອນສິງຫາຂອງຄະນະປະຈຳສະພາແຫ່ງຊາດ, ວັນທີ 16 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ແຜນຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ ພົນລະເຮືອນ. ນີ້ແມ່ນຮ່າງກົດໝາຍຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດປະກອບຄຳເຫັນຄັ້ງທຳອິດຢູ່ກອງປະຊຸມຄັ້ງທີ4, ສະພາແຫ່ງຊາດ ຊຸດທີ XV. ຮ່າງກົດໝາຍລວມມີ: 7 ພາກ, 74 ມາດຕາ ໂດຍສຸມໃສ່ 6 ນະໂຍບາຍລວມມີ: ການຕີລາຄາລະດັບຄວາມສ່ຽງຂອງໄພພິບັດ, ບັນຫາເກີດຂຶ້ນໃນການປ້ອງກັນ ພົນລະເຮືອນ; ຈັດແບ່ງວຽກງານໃນການຄຸ້ມຄອງແຫ່ງລັດ ແລະ ແບ່ງຂັ້ນໃນການຈັດຕັ້ງການເຄື່ອນໄຫວປ້ອງກັນ, ຮັບມື, ແກ້ໄຂບັນຫາໄພພິບັດ, ບັນດາເຫດທີ່ເກີດຂຶ້ນ, ກຳນົດມາດຕະການປົກປ້ອງປະຊາຊົນຕໍ່ໄພພິບັດ, ເຫດການທີ່ເກີດຂຶ້ນ  ແລະ ໜູນຊ່ວຍປະຊາຊົນທີ່ຖືກເສຍຫາຍ, ປ່ຽນແປງໃໝ່ການຈັດຕັ້ງຂອງຄະນະຊີ້ນຳການປ້ອງກັນພົນລະເມືອງແຫ່ງຊາດ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂະໜາດໃຫຍ່ (big data) ໃນການປ້ອງກັນ, ຮັບມື, ແກ້ໄຂຜົນເສຍຫາຍຈາກໄພພິບັດ, ເຫດການທີ່ເກີດຂຶ້ນ; ກຳນົດສະພາບການສຸກເສີນກ່ຽວກັບການປ້ອງກັນຊາດພົນລະເຮືອນ. ການປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນແມ່ນຕ້ອງເໝາະສົມກັບສະພາບການໄພທຳມະຊາດ, ໂລກລະບາດ, ສະພາບການໂລກ ແລະ ພາກພື້ນທີ່ມີການຜັນແປເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍ່ຕາມ, ການປ້ອງກັນພົນລະເຮືອນຄາດວ່າຈະແມ່ນການເຄື່ອນໄຫວປະຈຳ, ມີບົດບາດສຳຄັນຕໍ່ການຄົງຕົວ ແລະ ພັດທະນາຂອງປະເທດຊາດ, ດັ່ງນັ້ນເລື່ອງປະກາດໃຊ້ກົດໝາຍຕ້ອງຄົ້ນຄ້ວາຢ່າງລະອຽດ, ຕັ້ງຢູ່ໃນຍຸດທະສາດສັງລວມກ່ຽວກັບການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ແລະ ກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top