• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ)

ເລື່ອງປັບປຸງກົດໝາຍແມ່ນເພື່ອແກ້ໄຂສິ່ງທີຍັງຄົງຄ້າງ, ສ້າງພື້ນຖານນິຕິກຳໃໝ່ໃຫ້ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ.
ກອງປະຊຸມຄັ້ງທີ 32 ສືບຕໍ່ເຮັດວຽກ (ພາບ: quochoi.vn)

ໂດຍສືບຕໍ່ລາຍການຂອງກອງປະຊຸມຄັ້ງທີ 32, ວັນທີ 17 ເມສາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ). ເລື່ອງປັບປຸງກົດໝາຍແມ່ນເພື່ອແກ້ໄຂສິ່ງທີຍັງຄົງຄ້າງ, ສ້າງພື້ນຖານນິຕິກຳໃໝ່ໃຫ້ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ຮັບປະກັນຄວາມປະສົມກົມກ່ຽວລະຫວ່າງການອະນຸລັກຮັກສາ ແລະ ການພັດທະນາ.

        ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບເນື້ອໃນຈຳນວນໜຶ່ງຂອງການປັບປຸງ, ເພີ່ມເຕີມທີ່ມະຕິເລກທີ 8 ປີ 2019 ກຳນົດບາງລະບອບສຳລັບສະມາຊິກອົງການ ຫວຽດນາມ ປະຈຳຕ່າງປະເທດ; ປະກອບຄຳເຫັນໃສ່ໃບສະເໜີຂອງລັດຖະບານ ກ່ຽວກັບບົດລາຍງານຄົ້ນຄວ້າຄວາມສາມາດເປັນໄປໄດ້ຂອງໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນຕົກ ຕອນແຕ່ ຢາເງັ້ຍ (ດັກນົງ) - ເຈີນແທ່ງ (ບິ່ງເຟືອກ); ປະກອບຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 15 ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ ພຶດສະພາ ຈະມາເຖິງ…

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top