ປະຫວັດສາດຂອງການຕໍ່ສູ້ກູ້ຊາດຕ້ານຈັກກະພັດ ອາເມລິກາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຍັງຈະຂີດໝາຍ ຈົດຈໍາຕະຫລອດໄປ ກ່ຽວກັບເລື່ອງລາວຕ່າງໆທີ່ຕື້ນຕັນໃຈ ຕິດພັນກັບຂົວຮ່ຽນເລືອງ ຊຶ່ງເປັນຂົວ ກ່າຍຂ້າມສອງຝັ່ງແມ່ນ້ຳ ເບ້ນຫາຍ ຢູ່ເມືອງ ຫວີງລິງ, ແຂວງ ກວາງຈິ.
ປີ 1954, ຫຼັງຈາກສັນຍາ ເຊີແນວ ໄດ້ຮັບການລົງນາມ, ປະເທດຫວຽດນາມໄດ້ ຖືກຕັດແບ່ງອອກເປັນສອງພາກເໜືອ-ໃຕ້ ໂດຍເອົາເສັ້ນຂະໜານ 17, ບ່ອນທີ່ມີສາຍແມ່ນ້ຳ ເບ້ນຫາຍໄຫຼຜ່ານ ເປັນເສັ້ນຂີດຂັ້ນຊົ່ວຄາວ. ເບື້ອງຕົ້ນຄິດວ່າການແບ່ງແຍກ ຊົ່ວຄາວນີ້ ຈະແກ່ຍາວພຽງ 2 ປີແລ້ວຈະສິ້ນສຸດພາຍຫລັງວັນເລືອກຕັ້ງ ທ້ອນໂຮມເປັນເອກະພາບທົ່ວປະເທດ, ແຕ່ ໃນຕົວຈິງ ແລ້ວມັນໄດ້ຖືກແກ່ຍາວໄປເຖິງ 21 ປີ, ໝາຍຄວາມວ່າຈົນເຖິງວັນພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975 ພາກເໜືອ, ພາກໃຕ້ຈຶ່ງໄດ້ມາທ້ອນໂຮມຢູ່ພາຍໃຕ້ຫລັງຄາເຮືອນດຽວກັນ.
ຕະຫຼອດ ໄລຍະເວລາ 21 ປີ ທີ່ແສນຍືດຍາວນັ້ນ, ຂົວຮ່ຽນເລືອງ ຍືນຍົງຄົງຕົວຢູ່ພາຍໃຕ້ຄວາມເຈັບປວດ, ດີ້ນຮົນແຫ່ງຄວາມຄອງຄອຍ. ເສັ້ນຂີດໝາຍດ້ວຍນໍ້າສີບາງໆ ຢູ່ລະຫວ່າງກາງຂົວຮ່ຽນ ເລືອງ ໄດ້ກາຍເປັນເສັ້ນຂີດຂັ້ນ ຕັດແບ່ງປະເທດອອກເປັນສອງພາກເໜືອ-ໃຕ້, ຕັດແບ່ງຄວາມຝັນຢາກເຕົ້າໂຮມກັນຂອງຊາວຫວຽດນາມ ນັບຫຼາຍສິບໝື່ນຄົນ ຢູ່ສອງເບື້ອງເສັ້ນຂີດແດນ, ພາໃຫ້ຜູ້ເປັນເມຍ ຄອງຄອຍຜົວ, ລູກໆຄອງຖ້າພໍ່, ອ້າຍເອື້ອຍ ຍາດພີ່ນ້ອງ ພັດພາກຈາກກັນ… ດ້ວຍເຫດນັ້ນ, ຂົວຮ່ຽນເລືອງໃນຄາວນັ້ນຈຶ່ງ ໄດ້ກາຍເປັນສັນຍາລັກທີ່ຂຶ້ນຊື່ລືຊາໄປທົ່ວໂລກ ກ່ຽວກັບຄວາມໄຝ່ຝັນອັນແຮງກ້າຕໍ່ສັນຕິພາບ, ປະເທດຊາດທ້ອນໂຮມເປັນເອກະພາບ ແລະ ບັນດາຄອບຄົວ ໂຮມຢູ່ດ້ວຍກັນ ຂອງຊາວຫວຽດນາມ.
ປະຈຸບັນ, ຂົວຮ່ຽນເລືອງ ແລະ ກຸ່ມປູສະນີຍະສະຖານປະຫວັດສາດ ຢູ່ສອງຝັ່ງແມ່ນ້ຳເບ້ນຫາຍ ໄດ້ກາຍເປັນຮ່ອງຮອຍປະຫວັດສາດລະດັບຊາດພິເສດ, ເປັນອະນຸສອນທີ່ບໍ່ອາດຫຼົງລືມໄດ້ງ່າຍ ເມື່ອຄຳນຶງເຖິງການສູ້ຮົບສຸດທີ່ດຸເດືອດຮ້າຍແຮງໃນອະດີດ ແລະ ທັງແມ່ນຈຸດນັດໝາຍທີ່ບໍ່ຄວນພາດ ບົນສາຍທາງເດີນແຕ່ພາກເໜືອຫາພາກໃຕ້ຫວຽດນາມ.
ປະຕິບັດ: ແທງຮ່ວາ, ຮວ່າງຮ່າ