• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ໋ວາງນິງ: ໄຂງານບຸນ ແບກດັ່ງ ປີ 2024

ໂດຍຈັດຂຶ້ນໃນລະຫວ່າງວັນທີ 14 – 17 ເມສາ (ກົງກັບວັນທີ 6 – 9 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ງານບຸນໄດ້ຈັດຕັ້ງປະຈຳປີ, ດ້ວຍພິທີອາໄລຫາສະແດງຄວາມຮູ້ບຸນຄຸນຂອງບັນພະບຸລຸດ, ປູຍາຕາຍາຍ ແລະ ຢັ້ງຢືນຄວາມໝາຍ, ຄຸນຄ່າປະຫວັດສາດຂອງໄຊຊະນະ ແບກດັ່ງ ໃນວິວັດການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ.
ການສະແດງສິລະປະທີ່ພິທີ

ຕອນຄ່ຳວັນທີ 14 ເມສາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ແບກດັ່ງ, ເທດສະບານ ກ໋ວາງອຽນ (ແຂວງ ກ໋ວາງນິງ), ໄດ້ໄຂງານບຸນ ແບກດັ່ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 1086 ປີ (938 – 2024); 1043 ປີ (981 – 2024) ແລະ 736 ປີ (1288 – 2024) ແຫ່ງໄຊຊະນະ ແບກດັ່ງ. ໂດຍຈັດຂຶ້ນໃນລະຫວ່າງວັນທີ 14 – 17 ເມສາ (ກົງກັບວັນທີ 6 – 9 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ງານບຸນໄດ້ຈັດຕັ້ງປະຈຳປີ, ດ້ວຍພິທີອາໄລຫາສະແດງຄວາມຮູ້ບຸນຄຸນຂອງບັນພະບຸລຸດ, ປູຍາຕາຍາຍ ແລະ ຢັ້ງຢືນຄວາມໝາຍ, ຄຸນຄ່າປະຫວັດສາດຂອງໄຊຊະນະ ແບກດັ່ງ ໃນວິວັດການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ. ທ່ານ ເຈິ່ນດຶກຖັ໋ງ, ປະທານຄະນະກຳມະການປະຊາຊົນ ເທດສະບານ ກ໋ວາງອຽນ, ແຂວງ ກ໋ວາງນິງ, ໃຫ້ຮູ້ວ່າ:

“ປີກາຍ, ເທດສະບານ ກ໋ວາງອຽນ ໄດ້ສ້າງສຳເນົາເອກະສານເພື່ອນຳປູຊະນີຍະສະຖານລະດັບຊາດ ພິເສດ ແບກດັ່ງ ເຂົ້າສຳເນົາເອກະສານເຂດປູຊະນີຍະສະຖານ ແລະ ເຂດທິວທັດທຳມະຊາດ ອຽນຕື້ - ຫວີງງຽມ - ກົນເຊີນ, ກຽບບາກ ເພື່ອຍືນສະເໜີຕໍ່ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເປັນມໍລະດົກໂລກ. ປະຈຸບັນ, ເທດສະບານ ກ໋ວາງອຽນ ພວມປັບປຸງການວາງແຜນຜັງລະອຽດ ແລະ ສະເໜີລົງທຶນໄລຍະ II ໂຄງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານລະດັບຊາດພິເສດ ໄຊຊະນະ ແບກດັ່ງ ຢ່າງຮີບດ່ວນ ແລະ ພ້ອມນັ້ນ, ນຳເຂດ ປູຊະນີຍະສະຖານລະດັບຊາດພິເສດ ແບກດັ່ງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂວງ ກ໋ວາງນິງ”.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top