• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳປັ່ນກອງທັບເຮືອລາຊະອານາຈັກ ອັງກິດ ຢ້ຽມຢາມມິດຕະພາບນະຄອນ ໂຮ່ຈີມິນ

ການຢ້ຽມຢາມຂອງກ່ຳປັ່ນໃນໂອກາດນີ້ ໄດ້ສ້າງຂີດໝາຍເຄິ່ງສະຕະວັດແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ.
  ກຳປັ່ນກອງທັບເຮືອ HMS Spey ແຫ່ງລາຊະອານາຈັກ ອັງກິດ ເຂົ້າທຽບທ່າກ່ຳປັ່ນນະຄອນ ໂຮ່ຈີມິນ (ພາບ: ເລເຟືອງ)  

ຕອນບ່າຍວັນທີ 07 ກຸມພາ, ກຳປັ່ນກອງທັບເຮືອແຫ່ງລາຊະອານາຈັກ ອັງກິດ ມີຊື່ວ່າ HMS Spey ໂດຍພັນຕີ, ກັບຕັນເຮືອ Michael Proudman ແລະ ນາຍທະຫານ, ລູກເຮືອ 46 ຄົນໄດ້ເຂົ້າທຽບທ່າກ່ຳປັ່ນນະຄອນ ໂຮ່ຈີມິນ, ເລີ່ມຕົ້ນການຢ້ຽມຢາມມິດຕະພາບນະຄອນ ໂຮ່ຈີມິນ ເປັນເວລາ 5 ວັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັງກິດ (1973 – 2023). ນີ້ແມ່ນກ່ຳປັ່ນກອງທັບເຮືອແຫ່ງລາຊະອານາຈັກລຳທີ 4 ຂອງ ອັງກິດ ໄດ້ມາຢ້ຽມຢາມ ຫວຽດນາມ ໃນຮອບເວລາ 5 ປີຜ່ານມາ.

ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Iain Frew ເນັ້ນໜັກວ່າ, ການຢ້ຽມຢາມຂອງກ່ຳປັ່ນໃນໂອກາດນີ້ ໄດ້ສ້າງຂີດໝາຍເຄິ່ງສະຕະວັດແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ. ໃນຂະນະນັ້ນ, ທ່ານ ພັນຕີ, ກັບຕັນກ່ຳປັ່ນ HMS Spey, ຢືນຢັນວ່າ ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ລາຊະອານາຈັກ ອັງກິດ ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ຜ່ານນັ້ນ, ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງລາຊະອານາຈັກ ອັງກິດ ໃນການຊຸກຍູ້ສະຖຽນລະພາບ ແລະ ຄວາມໝັ້ນຄົງທົ່ວໂລກຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ຢ່າງບໍ່ຢຸດຢັ້ງ.

ໃນເວລາຢ້ຽມຢາມນະຄອນ, ບັນດານາຍທະຫານ, ລູກເຮືອຈະເຂົ້າຢ້ຽມຂໍ່ຳນັບການນຳຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ; ການນຳກອງບັນຊາການທະຫານເຂດ 7; ຢ້ຽມຢາມ ແລະ ເຮັດວຽກກັບທະຫານເຮືອເຂດ 2, ຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທຳບາງແຫ່ງຢູ່ນະຄອນ ໂຮ່ຈີມິນ…

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top