• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ກຸງນ້ອຍ ຈືນ ກິນກັບເຂົ້າຂຽບ

ຮູບພາບໂຕກຸ້ງນ້ອຍ ມີຄວາມສະໜິດຕິດພັນ ກັບ ຕອນສະ ໄໝເຍົາໄວ ຂອງຫຼາຍໆ ຄົນ ເມື່ອລະດູນ້ຳແກ່ງມາເຖິງ. ກຸ້ງ ນ້ອຍສົດສາມາດປຸງແຕ່ງ ລາຍການອາຫານ ທີ່ແຊບໆຫຼາຍ ເຍື່ອງເຊ່ັນ: ກຸ້ງນ້ອຍ ຂົ້ວເຄັມ, ແກງກຸ້ງກັບ ໝາກເຟືອງ, ກຸ້ງ ນ້ອຍຈືນ ກິນກັບເຂົ້າຂຽບ, ກຸ້ງນ້ອຍ ຂົ້ວ ໝາກນັດພັນກັບ ແບ໋ັງຈ໋າງ (rice paper)... ວາລະສານ ສະບັບນີ້ ຂໍເໜີຕໍ່ ທ່ານຜູ້ອ່ານ ລາຍການອາຫານ ກຸ້ງນ້ອຍ ຈືນ ກິນກັບເຂົ້າ ຂຽບ. 
ກຸ້ງນ້ອຍ ສົດລ້າງໃຫ້ສະອາດ, ປະໃຫ້ສະເດັດນຳ້ແລ້ວປະ ສົມ ກັບ ແປ້ງໃຫ້ສະເໝີ. ຫຼັງຈາກນັ້ນນຳໄປຈືນດ້ວຍໄຟ ແຮງ, ຕັກອອກ ແລະ ປະໄວ້ໃຫ້ສະເດັດນຳ້ມັນ. ເມື່ອຈືນໃນ ນຳ້ ມັນຮ້ອນ, ເປີືອກກຸ້ງຈະເບັງຂຶ້ນເບິ່ງງາມຕາ.

ຕໍ່ຈາກນັ້ນ ນຳຫົວຜັກບົ່ວ, ຜັກທຽມຈືນເຫຼືອງ ກອບແລ້ວ ປະ ສົມກັບກຸ້ງໃຫ້ເຂົ້າກັນ, ໃສ່ນຳ້ປາໃຫ້ພໍກິນ.     

ລາຍການອາການນີ້ກິນກັບເຂົ້າຂຽບ. ການຮັບປະທານ ອາ ຫານ ນີ້ແມ່ນໃຊ້ປ່ຽງເຂົ້າຂຽບ ຄືດັ່ງບ່ວງກ້ານໜຶ່ງ. 


ເລືອກກຸ້ງນ້ອຍ ສົດ, ລ້າງໃຫ້ສະອາດ ແລະ ປະໄວ້ ໃຫ້ສະ ເດັດນຳ້. 


ປະສົມກຸ້ງນ້ອຍ ກັບແປ້ງ ແລ້ວຈືນໃຫ້ກອບ.


ຈືນຫົວຜັກບົ່ວ, ຜັກທຽມ ແລ້້ວປະສົມກັບກຸ້ງນ້ອຍ, ຕື່ມນຳ້ ປາໜ້ອຍໜຶ່ງ. 


ກຸ້ງນ້ອຍ ຈືນ ຮັບປະທານກັບເຂົ້າຂຽບ. 


ລາຍການອາຫານໄດ້ປະຕິບັດດ້ວຍຫົວໜ້າພໍ່ຄົວ ຫງວຽນຈຸງແທງ
ຮ້ານອາຫານ ມ໋ອນງອນຫວຽດນາມ, ເລກທີ 72/1, ຖະໜົນ ເຈີ່ນກວກຖາວ, ເມືອງ 8, ນະຄອນ ໂຮ່ຈີມິນ. 

 
ປະຕິບັດ: ຫງວຽນລວນ

ສິ່ງຍອດຍິ່ງເຝີ ຫວຽດ

ສິ່ງຍອດຍິ່ງເຝີ ຫວຽດ

ງານມະໂຫລານ ເຝີ 2025 ຊຶ່ງຈັດຂຶ້ນຢູ່ພະລາດຊະວັງ ທັງລອງ (ຮ່າໂນ້ຍ) ບໍ່ພຽງແຕ່ ເປັນເຫດການ ອາຫານການກິນ ທໍາມະດາເທົ່ານັ້ນ, ແຕ່ຍັງເປັນ ກິດຈະກໍາ ວັດທະນະທໍາ ທີ່ມີຄວາມໝາຍ, ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າດັ້ງເດີມ, ພ້ອມທັງ ເປີດ ທິດທາງໃໝ່ ໃນການໂຄສະນາ ເຝີ ຫວຽດນາມໃນຍຸກດີຈີຕອນ.

Top