• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ກຸກເຟືອງ - ປ່າສະຫງວນແຫ່ງຊາດ ຊັ້ນນໍາ ຂອງ ອາຊີ

ກຸກເຟືອງ ແມ່ນ ປ່າສະຫງວນແຫ່ງຊາດ ແຫ່ງທຳອິດ ຂອງ ຫວຽດນາມ ໄດ້ຮັບການເຊີດ ຊູ ຈາກອົງການ World Travel Awards ວ່າ ເປັນປ່າສະຫງວນແຫ່ງຊາດ ອັນດັບແຖວໜ້າ ຂອງ ອາຊີ ເປັນເວລາ 3 ປີ ຕິດຕໍ່ກັນ (2019-2021).

ກຸກເຟືອງ ແມ່ນ ປ່າສະຫງວນແຫ່ງຊາດ ແຫ່ງທຳອິດ ຂອງ ຫວຽດ ນາມ ມີເນື້ອທີ່ 22 ພັນເຮັກຕາ, ເປັນໜຶ່ງ ໃນບັນດາ “ເມັດແກ້ວມະນີ” ອັນລໍ້າຄ່າ ຂອງ ລະບົບນິເວດ ປ່າໄມ້ ໃນໂລກ ແລະ ໄດ້ຮັບການເຊີດ ຊູ ຈາກອົງການ World Travel Awards ວ່າ ເປັນປ່າສະຫງວນແຫ່ງຊາດ ອັນດັບແຖວໜ້າ ຂອງ ອາຊີ ເປັນເວລາ 3 ປີ ຕິດຕໍ່ກັນ (2019-2021). ຕະຫຼອດໄລຍະເກືອບ 60 ປີ ນັບຕັ້ງແຕ່ ປ່າສະຫງວນ ແຫ່ງ ຊາດ ໄດ້ຮັບການສ້າງຕັ້ງຂຶ້ນ, ວຽກງານ ອະນຸລັກຮັກສາສັດ ແລະ ພືດ ໄດ້ ຮັບຜົນສໍາເລັດຫຼາຍຢ່າງໃຫຍ່ຫຼວງ, ໄດ້ຮັບຮອງຈາກ ສາກົນວ່າ ເປັນ ເຂດອະນຸລັກສັດປ່າ ໃຫຍ່ທີ່ສຸດ ໃນ ອາຊີ ຕາເວັນອອກສ່ຽງໃຕ້.

ລະບົບນິເວດ ທາງທຳມະຊາດ ທີ່ຫຼາກຫຼາຍ ໃນປ່າສະຫງວນ ແຫ່ງຊາດ ກຸກເຟືອງ

ທັນທີຫຼັງໄດ້ຮັບກຽດຮັບລາງວັນ ຈາກ World Travel Awards, ພວກຂ້າພະເຈົ້າ ໄດ້ສົນທະນາກັບທ່ານຜູ້ອຳນວຍການ ປ່າສະຫງວນແຫ່ງຊາດ ຫງວຽນວັນຈິ໋ງ. ທ່ານ ຫງວຽນວັນຈິ໋ງ ໄດ້ອະທິບາຍໃຫ້ພວກຂ້າພະເຈົ້າຮູ້ ຢ່າງລະອຽດວ່າ ເປັນຫຍັງ ກຸກເຟືອງ ຈຶ່ງໄດ້ຮັບການຍອມຮັບຢ່າງຕໍ່ເນື່ອງວ່າ ແມ່ນປ່າສະຫງວນແຫ່ງຊາດ ແຖວໜ້າຂອງ ອາຊີ.

ດ້ວຍພູມສັນຖານ ທີ່ເປັນເອກະລັກ, ປ່າສະຫງວນແຫ່ງຊາດ ກຸກເຟືອງ ມີຄຸນຄ່າ ທາງດ້ານ ບູຮານຄະດີ, ບູຮານຊີວະສາດ ແລະ ທໍລະນີສາດ, ພູມສັນຖານທີ່ອຸດົມສົມບູນ. ມີສະຖານທີ່ ບູຮານຄະດີ ຈໍານວນຫຼາຍ ໄດ້ຖືກຄົ້ນພົບ ດ້ວຍຄຸນຄ່າທາງວິທະຍາສາດ ກ່ຽວກັບ ປະຫວັດຄວາມເປັນມາ ຂອງມະນຸດ. ໃນນັ້ນໜ້າສົນໃຈກວ່າໝູ່ ແມ່ນຖ້ຳ ກອນມອງ, ຖ້ຳຄົນບູຮານ... ນອກຈາກນັ້ນ, ມີຖ້ຳແຫ້ງນັບຫຼາຍສິບແຫ່ງ ໄດ້ຄົ້ນພົບ ແລະ ກຳລັງຖືກສໍາຫຼວດ ຜ່ານການທ່ອງທ່ຽວ. ຜ່ານການສຳຫຼວດເບື້ອງຕົ້ນ, ພວກຂ້າພະເຈົ້າ ໄດ້ຢືນຢັນວ່າ ປ່າສະຫງວນແຫ່ງຊາດ ກຸກເຟືອງ ຍັງມີຖ້ຳຫຼາຍແຫ່ງ ພວມລໍຖ້າ ນັກວິທະຍາສາດ ແລະ ນັກສຳຫຼວດມາຄົນພົບ.



ກຸກເຟືອງ ແມ່ນປ່າສະຫງວນແຫ່ງຊາດ ແຫ່ງທຳອິດ ຂອງ ຫວຽດນາມ ມີເນື້ອທີ່ 22.408 ເຮັກຕາ, ເປັນໜຶ່ງໃນບັນດາ “ເມັດແກ້ວມະນີ” ອັນລໍ້າຄ່າ ຂອງ ລະບົບນິເວດ ປ່າໄມ້ ໃນໂລກ. ພິເສດ ເປັນເວລາ 3 ປີ ຕິດຕໍ່ກັນ (2019-2021) ປ່າສະຫງວນ ແຫ່ງຊາດ ແຫ່ງນີ້ ໄດ້ຮັບການເຊີດຊູ ຈາກອົງການ World Travel Awards ວ່າ ເປັນປ່າສະຫງວນແຫ່ງຊາດ ອັນດັບແຖວ ໜ້າ ຂອງ ອາຊີ. ພາບ: ມິງດຶກ


ເຈົ້າໜ້າທີ່ ຂອງ ສູນຊ່ວຍເຫຼືອສັດປ່າ ທີ່ໃກ້ຈະສູນພັນ ກຸກ ເຟືອງ ດູແລ ໂຕລີງ ກ່ອນຈະປ່ອຍຄືນສູ່ປ່າ. ພາບ: ມິງດຶກ


ຄ່າງ ໃນສະພາບແວດລ້ອມທໍາມະຊາດ ຢູ່ປ່າສະຫງວນ ແຫ່ງຊາດ ກຸກເຟືອງ. ພາບ: ມິງດຶກ


ເຕົ່າ Pulkin ໂຕໜຶ່ງ ຢູ່ປ່າສະຫງວນແຫ່ງຊາດ ກຸກເຟືອງ. ພາບ: ນິງແມ້ງຖັ໋ງ


ມາຍັງປ່າສະຫງວນແຫ່ງຊາດ ກຸກເຟືອງ ໃນເດືອນເມສາ - ພຶດສະພາ ຂອງ ທຸກໆ ປີ, ທ່ານຈະໄດ້ເຫັນກັບຕາ ຄວາມສວຍງາມ
ເມື່ອຝູງແມງກະເບື້ອ ອົບພະຍົບມາແຫ່ງນີ້ ເປັນຈຳນວນ ຫຼວງຫຼາຍ. ພາບ: ມິງດຶກ



ເຫງັນ ທ່ີເກີດ ແລະ ໃຫຍ່ ໃນສະພາບແວດລ້ອມທຳມະຊາດ ຢູ່ ປ່າສະຫງວນແຫ່ງຊາດ ກຸກເຟືອງ. ພາບ: ມິງດຶກ


ຕົ້ນໄມ້ຊີ ອາຍຸ 1000 ປີ ຢູ່ ປ່າສະຫງວນແຫ່ງຊາດ ກຸກ ເຟືອງ. ພາບ: ເຈື່ອງຮຸຍ


ສັດເລືອຄານ ກາຍເປັນຫີນ (Placodontia) ມີອາຍຸກວ່າ 200 ລ້ານປີ ທີ່ຖືກຄົ້ນພົບຢູ່ເຂດປ່າດົງດິບ ກຸກເຟືອງ. ພາບ: ເຈື່ອງຮ່ວາ 


ພະນັກງານສູນອະນຸລັກເຕົ່າ ກຸກເຟືອງ ກວດພະຍາດໃຫ້ເຕົ່າ ກ່ອນຈະປ່ອຍຄືນສູ່ປ່າ. ສູນດັ່ງກ່າວມີເຕົ່າ 1.700 ໂຕ, ໃນນັ້ນມີ 22 ປະເພດ ຢູ່ທ້ອງຖິ່ນເດີມ ແລະ ຫາຍາກ. ແຕ່ລະປີ,
ສູນ ຍັງ ຊ່ວຍກູ້ຊີບ ເຕົ່າ ໄດ້ແຕ່ 200 ຫາ 300 ໂຕ ແລະ ວາງສະ ແດງ ຕົວຢ່າງຂອງເຕົ່າ ຫຼາຍຊະນິດ ເພື່ອ ໃຫ້ນັກທ່ອງທ່ຽວ ໄດ້ ຊົມເຕົ່າ ໃນທໍາມະຊາດ. ພາບ: ມິງດຶກ


ນອກຈາກນັ້ນ, ປ່າສະຫງວນແຫ່ງຊາດ ກຸກເຟືອງ ແມ່ນ ປ່າເຂດຮ້ອນ ມີລັກຂະນະຄື ລະບົບນິເວດ ມີການຫັນປ່ຽນ ລະຫວ່າງ ພູຫີນປູນ ແລະ ພູດິນ. ພື້ນທີ່ປ່າສ່ວນໃຫຍ່ ປະກອບດ້ວຍປ່າ ເຂດຮ້ອນ ທີ່ຕຶບ ໜາ ໃນເຂດດິນຕໍ່າ (ຕ່ຳກວ່າ 500 ມ) ແລະ ພູຕໍ່າ (ຕ່ຳກວ່າ 500 ມ), ຖືກກັດເຊາະ ຈາກຫີນໃບ ແລະ ຫີນປູນ. ບັນດາ ພຶກສາສາດ ປ່າ ເຫຼົ່ານີ້ ສະແດງ ໃຫ້ເຫັນ ຄຸນລັກສະນະ ຂອງ ລະບົບນິເວດ ພູຫີນປູນ ແລະ ລັກສະນະ ຊີວະນາໆ ພັນສູງ..

ປ່າສະຫງວນແຫ່ງຊາດ ກຸກເຟືອງ ເປັນເຂດອະນຸລັກ ທຳມະຊາດ ແລະ ປ່າຊົມໃຊ້ ສະເພາະ ຕັ້ງຢູ່ບໍລິເວນເຂດແດນ 3 ເຂດ ຄື ພາກ ຕາເວັນຕົກສ່ຽງເໜືອ, ເຂດທົ່ງພຽງແມ່ນ້ຳແດງ ແລະ ພາກກາງ ຕອນ ເໜືອ ຂອງ 3 ແຂວງຄື: ນິງບິ່ງ, ຮວ່າບິ່ງ, ແທງຮ໋ວາ.

ພິເສດ, ແຕ່ໃດໆ ມາ ປ່າສະຫງວນແຫ່ງຊາດ ກຸກເຟືອງ ແມ່ນສູນຄົ້ນຄ້ວາ ຂອງຫຼາຍອົງການຈັດຕັ້ງ ອະນຸລັກສັດ ແລະ ພືດ ລະດັບຊາດ ແລະ ສາກົນ. ອີງຕາມການສໍາຫຼວດ ຂອງ ບັນດາ ອົງການຈັດຕັ້ງ, ມີ ພຶກສາສາດ 2234 ປະເພດ, ຂຶ້ນກັບ 931 ສາຍພັນ ແລະ 231 ຕະ ກຸນ. ໃນນັ້ນມີພືດ ເປັນຢາ 430 ປະເພດ, ພືດກິນໄດ້ 229 ປະ ເພດ, ມີ 57 ປະເພດ ຖືກບັນທຶກໄວ້ ໃນປຶ້ມແດງ ຫວຽດນາມ ແລະ ປຶ້ມແດງ ຂອງ ອົງການ IUCN.

ລະບົບສັດຢູ່ ກຸກເຟືອງ ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍທີສຸດ. ສັດມີກະດູກສັນຫຼັງ ມີ 669 ປະເພດ  ຊຶ່ງປະກອບມີ: ສັດມີນົມ 138 ປະເພດ, ນົກ 337 ປະເພດ, ສັດເລືອຄານ 80 ປະເພດ, ສັດເຄິ່ງບົກ ເຄິ່ງນ້ຳ 48 ປະເພດ ແລະ ປາ 66 ປະເພດ. ໃນຈຳນວນປາທີ່ ອາໄສ ຢູ່ຕາມແມ່ນ້ຳ, ຫ້ວຍນໍ້າ ກຸກເຟືອງ, ມີປາຊະນິດໃໝ່ ຈຳນວນໜຶ່ງ ທີ່ ຫາກໍໄດ້ ຕັ້ງຊື່ເປັນຄັ້ງທຳອິດຄື ປານ໋ຽດ ກຸກເຟືອງ (ຊື່ວິທະຍາສາດ ແມ່ນ Pterocrypis cucphuongensis) ແລະ ຂີ້້ໂກະຫູ ກຸກເຟືອງ (ຊື່ ວິທະຍາສາດແມ່ນ Pterocrypis cucphuongensis)... ສັດບໍ່ມີກະດູກ ສັນຫຼັງ ມີ 1.899 ປະເພດ. ໃນນັ້ນ, ປະເພດແມງໄມ້ ມີບົດບາດຕົ້ນຕໍ ເປັນຈຳນວນຫຼວງຫຼາຍເຊັ່ນ: ແມງໄມ້ປີກແຂງ (Coleoptera) 454 ຊະນິດ, ປະເພດແມງໄມ້ ໃນຕະກຸນ ແມງກະເບື້ອ (Lepidoptera) 378 ຊະນິດ ແລະ ແມງໄມ້ ໃນຕະກຸນ ຜິ້ງ (Hymenoptera) 314 ຊະນິດ.

ທ່ານ ຫງວຽນວັນຈິ້ງ ໃຫ້ຮູ້ຕື່ມວ່າ: ປະຊາຊົນ ທີ່ດຳລົງຊີວິດ ຢູ່ອ້ອມປ່າ ກຸກເຟືອງ ສ່ວນຫຼາຍແມ່ນຊົນເຜົ່າ ເມືື່ອງ - ຊົນເຜົ່າມີວັດທະນະ ທຳ ທີ່ມີມາແຕ່ດົນນານ, ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການສ້າງ ສີສັນວັດທະນະທຳ ຂອງ ຫວຽດນາມ. ເຂົາເຈົ້າ ມີສາຍພົວພັນທີ່ ສະ ໜິດຕິດແໜ້ນ ກັບປ່າໄມ້ ໂດຍຜ່ານຊີວິດ ຈິດສຳນຶກ. ນີ້ແມ່ນພື້ນຖານ ເພື່ອໃຫ້ເຂົາເຈົ້າ ເຂົ້າຮ່ວມ ກັບຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ໃນການປົກປັກຮັກສາທຳມະຊາດ. ບໍ່ວ່າໃຜທີ່ມາຍັງປ່າ ກຸກເຟືອງ ກໍ ສາມາດຮູ້ສຶກໄດ້ ຄວາມງາມ ດັ່ງເດີມ ຂອງເຂດປ່າດົງດິບ - ນີ້ແມ່ນ ຈຸດພິເສດສະເພາະ ທີ່ບ່ອນອື່ນບໍ່ຄ່ອຍມີ.


"ວົງກົດ" ທີ່ລຶກລັບ ແລະ ໜ້າອັດສະຈັນ

ນັກທ່ອງທ່ຽວ ທັງຢູ່ ພາຍໃນ ແລະ ຕ່າງປະເທດຫຼາຍຄົນ ເມື່ອມາຍັງ ປ່າສະຫງວນແຫ່ງຊາດ ແຫ່ງທຳອິດ ຂອງ ຫວຽດນາມ ໄດ້ໃຫ້ ຂໍ້ສັງ ເກດວ່າ ກຸກເຟືອງ ກວ້າງຂວາງ ແລະ ມີຄວາມລຶກລັບເໝືອນດັ່ງ      “ເຂົາວົງກົດ ທີ່ໜ້າ ອັດສະຈັນ”. ທ່ານ ຫງວຽນວັນຈິ໋ງ ໄດ້ອະທິບາຍ ກ່ຽວກັບ ປະກົດການນີ້ວ່າ: “ປ່າດົງດິບ ມີປະຫວັດຄວາມເປັນມາ ນັບລ້ານປີຄື ກຸກເຟືອງ, ແນ່ນອນ ມີລະບົບຄຸນຄ່າທີ່ເຊື່ອງຊ້ອນ ແລະ ໜ້າສົນໃຈ. ໃນຕົວບັນດາໂງ່ນຫີນປູນ ທີ່ແຫ້ງກະແດ້ງນັ້ນ ໄດ້ບັນຈຸ ລະບົບນິເວດ ກັບ ສັດ ແລະ ພຶກສາສາດ ນັບຫຼາຍຮ້ອຍ, ຫຼາຍພັນ ຊະນິດ ທີ່ແຕກຕ່າງກັນ. ແນ່ນອນວ່າ ມັນເປັນຄວາມລຶກລັບ ແລະ ເປັນສິ່ງມະຫັດສະຈັນ ຢ່າງຍິ່ງ!”.

ທ່ານ ຈິ໋ງ ໄດ້ຢືນຢັນຕື່ມອີກວ່າ ດ້ວຍລະບົບນິເວດທີ່ຫຼາກຫຼາຍ ແລະ ອຸດົມສົມບູນ, ພາຍຫຼັງໄດ້ຮັບການສ້າງຕັ້ງບໍ່ດົນ, ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ກຸກເຟືອງ ໄດ້ດຳເນີນປະຕິບັດຢ່າງຄົບຊຸດ ທັງ ສາມວຽກງານພ້ອມໆ ກັນຄື:  ປົກປັກຮັກສາປ່າໄມ້ ຕິດພັນກັບການອະນຸລັກຊີວະນາໆ ພັນ; ຄົ້ນຄວ້າວິທະຍາສາດ, ຮ່ວມມືກັບ ສາກົນ ກ່ຽວກັບ ການອະນຸລັກ; ສຶກສາ ສິ່ງແວດລ້ອມ ຕິດພັນ ກັບ ການຂຸດ ຄົ້ນ ການທ່ອງທ່ຽວ ຊີວະພາບ.

ວຽກງານອະນຸລັກ ພືດໄດ້ດຳເນີນມາ ແຕ່ປີ 1985, ປ່າສະຫງວນແຫ່ງຊາດ ກຸກເຟືອງ ໄດ້ສ້າງ ສວນພືດ ມີເນື້ອທີ່ 167 ເຮັກຕາ. ປັດຈຸບັນ, ໄດ້ປູກພືດ 811 ຊະນິດ. ສວນພືດ ກຸກເຟືອງ ໄດ້ຖືວ່າ ເປັນສວນພືດ ແຫ່ງທຳອິດ ໃນລະບົບປ່າສະຫງວນແຫ່ງຊາດ ແລະ ເຂດອະນຸລັກ ທຳມະຊາດຢູ່ ຫວຽດນາມ ໄດ້ຮັບການສ້າງຂຶ້ນຢ່າງ ມີແບບມີແຜນ.

ປັດຈຸບັນ, ປ່າສະຫງວນແຫ່ງຊາດ ກຸກເຟືອງ ພວມດໍາເນີນ ປະຕິບັດ 3 ໂຄງການອະນຸລັກຄື: ອະນຸລັກ ບັນດາປະເພດ ລີງ ທີ່ໃກ້ຈະສູນພັນ ແລະ ຫາຍາກຂອງ ຫວຽດນາມ; ອະນຸລັກ ສັດກິນຊີ້ນ ຂະໜາດນ້ອຍ ແລະ ລິ່ນ; ອະນຸລັກເຕົ່າ ນ້ໍາຈືດ ແລະ ສັດປ່າບາງຊະນິດ ເຊັ່ນ: (ໂອ່ງ, ກວາງ, ບັນດາສັດໃນຕະກຸນ ນົກຂົວ, ປະເພດລີງ... ). ປັດຈຸບັນ ກຳ ລັງຊ່ວຍເຫຼືອ, ອະນຸລັກສັດ 64 ຊະນິດກັບຈຳນວນ ສັດປ່າ 2700 ໂຕ.



ນັກກວດກາປ່າ ປ່າສະຫງວນແຫ່ງຊາດ ກຸກເຟືອງ ກວດກາ ແລະ ປົກປັກຮັກສາປ່າເປັນປະຈຳ. ພາບ: ນິງແມ້ງຖັ໋ງ


ຕາມຜົນການສືບສວນ ຂອງ ສະມາຄົມປົກປັກຮັກສາສັດ Frankfurt (ເຢຍລະມັນ) ປະຈຳ ຫວຽດນາມ, ຄ່າງ ກົ້ນຂາວ (Trachypithecus delacouri) ຍັງມີພຽງຢູ່ ຫວຽດນາມ
ຈຳນວນ 200 ກວ່າໂຕ ຊຶ່ງແຈກຢາຍຢູ່ 18 ເຂດ ໃນປ່າສະຫງວນແຫ່ງຊາດ ກຸກເຟືອງ. ພາບ: ມິງດຶກ



ໝີທີ່ຖືກ ເຈົ້າໜ້າທີ່ຢຶດ ຈາກຂະບວນການຄ້າ ສັດປ່າ ຜິດ ກົດໝາຍ ໄດ້ຮັບການເບິ່ງແຍງດູແລ ຢູ່ ສູນອະນຸລັກ ຮັກສາໝີ ກຸກເຟືອງ ກ່ອນຈະປ່ອຍຄືນສູ່ປ່າ. ພາບ: ມິງດຶກ


ພະນັກງານ ຂອງ ສູນອະນຸລັກເຕົ່າ ກຸກເຟືອງ ປະຕິບັດ ຂັ້ນ ຕອນ ການໃຫ້ເຕົ່າ ປະເພດມີຄ່າຫາຍາກ ອອກໄຂ່ ໃນສະພາບ ແວດ ລ້ອມເຄິ່ງທຳມະຊາດ. ພາບ: ມິງດຶກ


ເຈົ້າໜ້າທ່ີສູນຊ່ວຍເຫຼືອສັດໃກ້ຈະສູນພັນ ກຸກເຟືອງ ດູແລລີງ ທ່ີຊ່ວຍມາໄດ້. ພາບ: ມິງດຶກ


ເຈົ້າໜ້າທ່ີ ປ່າສະຫງວນແຫ່ງຊາດ ກຸກເຟືອງ ເຂົ້າຮ່ວມການປ່ອຍສັດປ່າ ຄືນສູ່ທຳມະຊາດ ພາຍຫຼັງໄດ້ຮັບການຊ່ວຍເຫຼືອ. ພາບ: ນິງດຶກເຟືອງ


ໂຕລິນ ຖືກວາງສະແດງຢູ່ຫໍພິພິທະພັນ ກຸກເຟືອງ. ພາບ: ມິງດຶກ


ຝູງກວາງໄດ້ຮັບການເບິ່ງແຍງຢູ່ປ່າສະຫງວນແຫ່ງຊາດ ກຸກເຟືອງ. ພາບ: ນິງດຶກເຟືອງ
 

ນັກທ່ອງທ່ຽວສາກົນ ມີຄວາມສົນໃຈ ເປັນພິເສດ ກັບ ຝູງ ແມງກະເບື້ອ ຢູ່ປ່າສະຫງວນແຫ່ງຊາດ ກຸກເຟືອງ. ພາບ: ມິງດຶກ


ຫໍພິພິທະພັນ ກຸກເຟືອງ ຕັ້ງຢູ່ບໍລິເວນປ່າສະຫງວນແຫ່ງ ຊາດ ກຸກເຟືອງ. ໃນຊຸມປີມໍ່ໆ ມານີ້, ຫໍພິພິທະພັນ ໄດ້ເກັບຕົວ ຢ່າງ ແມງໄມ້ ນັບພັນຊະນິດ ເຊັ່ນ: ແມງກະເບື້ອ, ແມງປໍ, ຈັກ ຈັ່ນ,
ແມງຫາມຜີ, ນົກ ແລະ ສັດປະເພດອື່ນໆ ເຊັ່ນ: ໝີ, ເສືອ ດາວ, ລີງ, ຄ່າງ... ນັບຫຼາຍພັນຕົວຢ່າງ ເພື່ອຮັບໃຊ້ວຽກງານ ຄົ້ນຄວ້າ ວິທະຍາສາດ ແລະ ການທ່ອງທ່ຽວ. ພາບ: ມິງດຶກ



ໂຄງການສຶກສາສະຕິຄວາມຮັບຮູ້ ໃນໂຄງການ ອະນຸລັກ ຮັກສາ ກຸກເຟືອງ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1996 ໂດຍ ການສະໜັບສະໜູນຂອງ BP ແລະ ອົງການຈັດຕັ້ງທ່ີ ບໍ່ຂຶ້ນກັບ ລັດຖະບານ ໂດຍບ່ໍຫວັງຜົນກຳໄລ ARA ຢູ່ເຢຍລະມັນ. ຈຸດປະ ສົງ ຂອງໂຄງການແມ່ນເພື່ອເພີ່ມຄວາມເຂົ້າໃຈ ແລະ ຄວາມຮັບຮູ້ ກ່ຽວກັບຄວາມສຳຄັນ ຂອງການອະນຸລັກ ຮັກສາປ່າສະຫງວນແຫ່ງຊາດ ກຸກເຟືອງ. ພາບ: ມິງດຶກ


ກຸກເຟືອງ ມີສູນ ແລະ ໂຄງການ ກ່ຽວກັບຊ່ວຍເຫຼືອສັດປ່າ ເປັນຈຳ ນວນຫຼາຍຄື: ໂຄງການອະນຸລັກເຕົ່າ, ໂຄງການອະນຸລັກສັດກິນ ຊີ້ນ ແລະ ລິ່ນ, ໂຄງການຊ່ວຍເຫຼືອ ແລະ ອະນຸລັກ ປະເພດ ລີງ. ບັນດາ ສູນຊ່ວຍເຫຼືອ ແລະ ໂຄງການເຫຼົ່ານີ້ ສ່ວນຫຼາຍແມ່ນຕັ້ງຢູ່ ອ້ອມ ບໍລິ ເວນ ປະຕູຮົ້ວສວນ ແລະ ມີປ້າຍ ຊີ້ບອກ ຢ່າງຄົບຖ້ວນ ເພື່ອໃຫ້ນັກ ທ່ອງທ່ຽວ ສາມາດເຂົ້າຊົມ ແລະ ຊອກຮູ້ໄດ້. ກິດຈະກໍາ ເຫຼົ່ານີ້ ຍັງໄດ້ ຮັບການສົ່ງເສີມ, ໂດຍສະເພາະ ແມ່ນການຮ່ວມມື ກັບ ບັນດາໂຮງ ຮຽນທີ່ ໃກ້ຄຽງ ເພື່ອສຶກສາ ອົບຮົມ ໃຫ້ແກ່ນັກຮຽນ, ນັກສຶກສາ ກ່ຽວ ກັບ ສິ່ງແວດລ້ອມ.

ຮູບການທ່ອງທ່ຽວຊີວະພາບ ຖືວ່າ ແມ່ນທິດທາງຕົ້ນຕໍ ໃນທິດພັດທະ ນາປ່າສະຫງວນ, ແມ່ນຍຸດທະສາດ ພັດທະນາ ທີ່ ແຂວງ ນິງບິ່ງ ກຳ ນົດທິດໃຫ້ ປ່າສະຫງວນແຫ່ງຊາດ ກຸກເຟືອງ, ມີແຜນ ສັງລວມ ພັດ ທະນາ ວຽກງານທ່ອງທ່ຽວ ເຖິງປີ 2025 ແລະ ເຖິງປີ 2030.

ນັບແຕ່ເດືອນພຶດສະພາ ເປັນຕົ້ນໄປ, ຖ້າມີໂອກາດມາຍັງ ປ່າສະ ຫງວນ ແຫ່ງຊາດ ກຸກເຟືອງ, ທ່ານຈະມີໂອກາດ ໄດ້ຄົ້ນພົບ ດິນແດນ ແຫ່ງແມງກະເບື້ອ ທີ່ສວຍງາມ ແລະ ແປກຕາຫຼາຍຊະນິດ. ໃນຊຸມມື້ນີ້, ປ່າສະຫງວນແຫ່ງຊາດ ກຸກເຟືອງ ຄືເປັນ “ງານບຸນ” ຂອງແມງ ກະ ເບື້ອ. ຈາກການບັນທຶກ, ຢູ່ທີ່ນີ້ ມີແມງ ກະເບື້ອ ສາຍພັນຕ່າງໆ ກວ່າ 400 ຊະນິດ.


ນັບແຕ່ເດືອນກໍລະກົດ ມາເຖິງປັດຈຸບັນ, ປ່າສະຫງວນແຫ່ງຊາດ ກຸກເຟືອງ ໄດ້ເປີດທົວ ການທ່ອງທ່ຽວ “ກັບບ້ານ” ເພື່ອໃຫ້ ນັກທ່ອງ ທ່ຽວ ໄດ້ສຳຜັດ ແລະ ພ້ອມກັບເຈົ້າໜ້າທີ່ ອະນຸລັກ ປ່ອຍສັດປ່າ ຄືນ ສູ່ທຳມະຊາດ ພາຍຫຼັງໄດ້ຮັບການຊ່ວຍເຫຼືອ. ສຳລັບທົວ ທ່ອງທ່ຽວນີ້, ນັກທ່ອງທ່ຽວບໍ່ພຽງແຕ່ ໄດ້ປ່ອຍສັດປ່າ ຄືນສູ່ປ່າໂດຍກົງ ເທົ່ານັ້ນ, ແຕ່ຍັງກາຍເປັນ “ທູດ” ເຜີຍແຜ່ ສານ ກ່ຽວກັບ ການອະນຸລັກ ທຳມະ ຊາດ ອີກດ້ວຍ.

ການທ່ອງທ່ຽວຊຸມຊົນ ແມ່ນຕົວແບບ ທີ່ໄດ້ພັດທະນາຢ່າງແຂງແຮງ ຢູ່ ຫວຽດນາມ ໃນຊຸມປີມໍ່ໆ ມານີ້. ຮູບແບບການທ່ອງທ່ຽວນີ້ ໄດ້ດຳເນີນ ມາແຕ່ປີ 2009, 2010, ໂດຍສະເພາະ ແມ່ນຢູ່ໝູ່ບ້ານ ຂອງ ຊົນເຜົ່າ ເມື່ອງ ຢູ່ເຂດກັນຊົນ ຂອງປ່າຄື: ບ້ານ ຈ໋າກ (ຕາແສງ ລາກ ຖິ້ງ, ເມືອງ ອຽນຖຸຍ, ແຂວງ ຮ່ວາບິ່ງ), ບ້ານ ແຄງ (ຕາແສງ ເອິນ ເງ້ຍ), ເມືອງ ລາກເຊີນ, ແຂວງ ຮ່ວາບິ່ງ). ນັກທ່ອງທ່ຽວທີ່ເຂົ້າຮ່ວມ ທົວທ່ອງທ່ຽວນີ້ ຈະໄດ້ຄົ້ນພົບກັບ ວັດທະນະທຳ ທີ່ເປັນເອກະລັກສະເພາະ ຂອງ ຊົນເຜົ່າ ເມື່ອງ, ເຂົ້າຮ່ວມການພົບປະແລກປ່ຽນວັດທະນະທຳ, ຮຽນຮູ້ຮີດຄອງປະເພນີ ພື້ນເມືອງ ຂອງ ຊາວທ້ອງຖິ່ນ...

ໃນສະພາບການ ທີ່ປະເທດ ພວມຊຸກຍູ້ ຟື້ນຟູ ການທ່ອງທ່ຽວພາຍຫຼັງການລະບາດ ໂຄວິດ-19, ປ່າສະຫງວນແຫ່ງຊາດ ກຸກເຟືອງໄດ້ສ້າງ, ປະກາດໃຊ້ ແລະ ປະຕິບັດ ບັນດາຜະລິດຕະພັນທ່ອງທ່ຽວຊີວະພາບໃໝ່. ທ່ານຜູ້ອຳນວຍການ ເຂດປ່າສະຫງວນແຫ່ງຊາດ ກຸກເຟືອງ ຫງວຽນວັນຈິ໋ງ ໃຫ້ຮູ້ວ່າ: “ນັບແຕ່ເດືອນສິງຫາ ຮອດປັດຈຸບັນ, ຄະນະ ຄຸ້ມຄອງປ່າສະຫງວນແຫ່ງຊາດ ກຸກເຟືອງ ໄດ້ຈັດຕັ້ງຫຼາຍໂຄງການທ່ອງທ່ຽວຄື: ທ່ອງທ່ຽວຟື້ນຟູ (ຊຸມຊົນ, ນັກທ່ອງທ່ຽວ ມີຄວາມຮັກ ຕໍ່ທຳມະຊາດ ຮ່ວມກັບທາງສວນໃນຄວາມພະຍາຍາມກູ້ຊີບ, ເບິ່ງແຍງ ດູແລ, ອະນຸລັກ ປະເພດ ສັດປ່າ ມີຄ່າຫາຍາກ ທີ່ໃກ້ຈະສູນພັນ), ລາຍການ "ຮຽນຜ່ານປະສົບ ການຕົວຈິງ ເປັນເວລາໜຶ່ງວັນ ສະ ຫງວນ ໃຫ້ແກ່ ນັກຮຽນ ໃນເຂດກັນຊົນ ແລະ ທ້ອງຖິ່ນ ຕິດກັບ ປ່າສະ ຫງວນແຫ່ງຊາດ ກຸຸກເຟືອງ", ລາຍການ “ອາສາສະໝັກ” ແລະ ທົວ “ກັບບ້ານ”. ປະຕິບັດເປົ້າໝາຍຄູ່ ຕາມການຊີ້ນຳ ຂອງ ລັດຖະບານ, ພວກຂ້າພະເຈົ້າ ຍາມໃດກໍມີ ຄວາມປາດຖະໜາ ໄດ້ຕ້ອນຮັບ ແລະ ຮັບໃຊ້ນັກທ່ອງທ່ຽວ ເມື່ອມາ ຍັງປ່າ ກຸກເຟືອງ, ຍາມໃດກໍແມ່ນ “ບາດກ້າວສີຂຽວ, ໃຊ້ຊີວິດ ໃນຄວາມສະຫງົບສຸກ,  ໄປພ້ອມໆ ກັບຈຳກັດ ການແຜ່ລະບາດ ໂຄວິດ-19 ອີກດ້ວຍ”.


ທ່ານ ຫງວຽນວັນຖ໋າຍ, ຜູ້ອຳນວຍການ ສູນອະນຸລັກສັດປ່າ ຫວຽດ ນາມ, ມີສຳນັກງານໃຫຍ່ ຢູ່ເຂດປ່າສະຫງວນແຫ່ງຊາດ ກຸກເຟືອງ, ໄດ້ຮັບລາງວັນ Goldman Environmental Prize ໃນປີ 2021 - ຊຶ່ງ ເປັນລາງວັນດ້ານສິ່ງແວດລ້ອມ ໃຫຍ່ທີ່ສຸດໂລກ ຫຼື ເອີ້ນວ່າ “Nobel ຂຽວ”.


ບົດ: ນິງດຶກເຟືອງ - ພາບ: ນິງດຶກເຟືອງ, ມິງດຶກ, ນິງແມ້ງຖັ໋ງ, ເຈື່ອງຮຸຍ - ແປໂດຍ: ບິກລຽນ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top