ທ່ານປະທານສະພາສູງ/ປະທານພັກ ປຊຊ ກຳປູເຈຍ ກຳອຳນາດ Hun Sen ໄດ້ກ່າວເຕືອນຄວາມອາດສາມາດນຳໃຊ້ຫຼາຍມາດຕະການໂຕ້ຕອບທີ່ແຂງກະດ້າງທີ່ມີຕໍ່ ໄທ...
ທ່ານປະທານສະພາສູງ ກຳປູເຈຍ Hun Sen (ພາບ: face book Hun sen)
ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ກຳປູເຈຍ-ໄທ ພາຍຫຼັງການປະທະກັນຢູ່ເຂດຊາຍແດນ ຍັງບໍ່ທັນມີສັນຍານຫລຸດລົງ. ຕອນຄ່ຳວັນທີ 20 ມິຖຸນາ, ທ່ານປະທານສະພາສູງ/ປະທານພັກ ປຊຊ ກຳປູເຈຍ ກຳອຳນາດ Hun Sen ໄດ້ກ່າວເຕືອນຄວາມອາດສາມາດນຳໃຊ້ຫຼາຍມາດຕະການໂຕ້ຕອບທີ່ແຂງກະດ້າງທີ່ມີຕໍ່ ໄທ, ລວມມີການຢຸດຕິການນຳເຂົ້ານ້ຳມັນຈາກປະເທດບ້ານໃກ້ເຮືອນຄຽງ.
ຄຳຖະແຫຼງນີ້ໄດ້ເອົາລົງບັນດາບັນຊີເຄືອຄ່າຍອິນເຕີແນັດສ່ວນຕົວ ໃນຕອນຄ່ຳວັນທີ 20 ມິຖຸນາ, ທ່ານປະທານສະພາສູງ ໄດ້ຕຳນິ້ນິຕຽນຂໍ້ສະເໜີຂອງກຸ່ມຝ່າຍຄ້ານ ໄທ ຮຽກຮ້ອງລັດຖະບານຢຸດຕິການສົ່ງອອກນ້ຳມັນໄປ ກຳປູເຈຍ. ທ່ານຖືວ່າການກະທຳນີ້ ຈະເຮັດໃຫ້ເສຍຫາຍດ້ານເສດຖະກິດທີ່ໃຫ່ຍຫຼວງໃຫ້ແກ່ ໄທ, ໂດຍສະເພາະແມ່ນກຸ່ມບໍລະສັດພະລັງງານແຫ່ງລັດ PTT.
(ແຫຼ່ງຄັດຈາກ VOV)