ເອກອັກຄະລັດຖະທູດ ອາເມລິກາ ຜ່ານບັນດາອາຍຸການລ້ວນແຕ່ສະໜັບສະໜູນວິໄສທັດຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຍົກສູງທີ່ຕັ້ງບົດບາດ, ມູນຄ່າຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ຜ່ານການຄົ້ນຄ້ວາ ແລະ ພັດທະນາ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.
ການໂອ້ລົມສົນທະນາ 30 ປີແຫ່ງການພົວພັນ ຫວຽດນາມ – ອາເມລິກາ: ບົດບາດຂອງການຮ່ວມມືພາກລັດ – ເອກະຊົນ
“30 ປີແຫ່ງການພົວພັນ ຫວຽດນາມ – ອາເມລິກາ: ບົດບາດຂອງການຮ່ວມມືພາກລັດ – ເອກະຊົນ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາໂດຍສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ເປັນປະທານຮ່ວມກັບສູນ ອາເມລິກາ - ອາຊຽນ, ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC), ມະຫາວິທະຍາໄລ ລັດ Arizona ຈັດຂຶ້ນໃນວັນທີ 20 ມິຖຸນາ, ຢູ່ນະຄອນຫຼວງ ວໍຊິງຕັນ (ອາເມລິກາ). ເຫດການນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງການພົວພັນສອງປະເທດໃນປີ 2025.
ການໂອ້ລົມສົນທະນາລວມມີສອງວາລະປຶກສາຫາລື, ສຸມໃສ່ຫວນຄືນບັນດາຂີດໝາຍສຳຄັນໃນການພົວພັນສອງຝ່າຍ ແລະ ບົດບາດຂອງຂົງເຂດເອກະຊົນ, ພ້ອມທັງຍົກອອກບັນດາຂໍ້ສະເໜີຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ.
ເຂົ້າຮ່ວມການໂອ້ລົມສົນທະນາ, ເອກອັກຄະລັດຖະທູດ ອາເມລິກາ ຜ່ານບັນດາອາຍຸການລ້ວນແຕ່ສະໜັບສະໜູນວິໄສທັດຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຍົກສູງທີ່ຕັ້ງບົດບາດ, ມູນຄ່າຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ຜ່ານການຄົ້ນຄ້ວາ ແລະ ພັດທະນາ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ. ບັນດານັກຮຽນຮູ້ ແລະ ວິສາຫະກິດຄື Intel, Boeing, Lockheed Martin ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຫວຽດນາມ ດ້ວຍກຳລັງໜຸ່ມ, ລະດັບວິຊາສະເພາະສູງ ແລະ ການກຳນົດທິດພັດທະນາຕາມເຕັກໂນໂລຢີສູງຄື AI ແລະ Quantum.
(ແຫຼ່ງຄັດຈາກ VOV)