• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂຄ​ສະ​ນາການ​ທ່ອງ​ທ່ຽວ​ຜ່ານ​ດົນ​ຕີ​ພື້ນ​ເມືອງ​ໃນ​ລະ​ບົບ​ດີ​ຈີ​ຕອນ ຂອງຫວຽດ​ນາມ

ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ສື່ສັງຄົມອອນລາຍ Tiktok ແລະ ສະຫະພັນການທ່ອງທ່ຽວ ຫວຽດນາມ ເປີດບັ້ນໂຄສະນາ “ສຽງເພງ ຫວຽດນາມ” ຜ່ານດົນຕີພື້ນເມືອງ.

ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ສື່ສັງຄົມອອນລາຍ Tiktok ແລະ ສະຫະພັນການທ່ອງທ່ຽວ ຫວຽດນາມ ເປີດບັ້ນໂຄສະນາ “ສຽງເພງ ຫວຽດນາມ” ຜ່ານດົນຕີພື້ນເມືອງ.

    

ພາບປະກອບ: vietnamnet.vn

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ ຫຼາຍ ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ

ໃນອາທິດຜ່ານມາ, ເພື່ອນ ອານຸສິດ ມາຈາກແຂວງ ຊຽງຂວາງ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າມັກລາຍການຄົ້ນຫາ ຫວຽດນາມ ທີ່ສຸດ, ຜ່ານລາຍການນີ້, ນອກຈາກໄດ້ຮັບຮູ້ບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງ ຫວຽດນາມແລ້ວ, ຂ້າພະເຈົ້າຍັງໄດ້ຮູ້ຂໍ້ມູນຫຼາຍຢ່າງກ່ຽວກັບວັດທະນະທຳຮີດຄອງປະເພນີຂອງ ຫວຽດນາມ ອີກດ້ວຍ.

ເພື່ອນ ຫອມມາລາ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍຄວາມດີໃຈວ່າ: ການທ່ອງທ່ຽວ ຫວຽດນາມມີພັດທະນາຢ່າງກະໂດດຂັ້ນ, ຍ້ອນມີການຊີ້ນຳຢ່າງສະຫຼາດສ່ອງໃສຂອງການນຳທຸກຂັ້ນ ຂ້າພະເຈົ້າຮູ້ສຶກປະທັບໃຈ ຕໍ່ການໂຄສະນາການທ່ອງທ່ຽວຜ່ານດົນຕີພື້ນເມືອງໃນລະບົບດີຈີຕອນ ຂອງຫວຽດນາມ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບວິທີການໂຄສະນານີ້ ຫວັງວ່າບັນນາທິການ ພາກພາສາລາວ ແນະນຳລະອຽດໃຫ້ແດ່

ເພື່ອນ ຫອມມາລາ ທີ່ຮັກແພງ! ຫວ່າງແລ້ວນີ້, ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ສື່ສັງຄົມອອນລາຍ Tiktok ແລະ ສະຫະພັນການທ່ອງທ່ຽວ ຫວຽດນາມ ເປີດບັ້ນໂຄສະນາ “ສຽງເພງ ຫວຽດນາມ” ຜ່ານດົນຕີພື້ນເມືອງ.

ຕາມນັ້ນແລ້ວ, ສື່ສັງຄົມອອນລາຍ Tiktok ຈະລົງຄຼິບວີດີໂອດົນຕີ “ສຽງເພງ ຫວຽດນາມ”, ເຊິ່ງນຳໃຊ້ລະບົບປະສານສຽງ ຈາກດົນຕີພື້ນເມືອງ 3 ຊະນິດນັ້ນແມ່ນ ກວານເຫາະ, ຂັບເພງພື້ນເມືອງເຫ້ວ ແລະ ກ໋າຍເລື່ອງ ເຊິ່ງໄດ້ປະຕິບັດໂດຍນັກດົນຕີ ໂງຮົ່ງກວາງ. ທ່ານ ຫງວຽນເລຝຸກ ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ໃຫ້ຮູ້ວ່າ ການທ່ອງທ່ຽວ ຫວຽດນາມ ແລະ ວັດທະນະທຳແມ່ນສອງຂົງເຂດຍາມໃດກໍ່ສົມທົບ ແລະ ໄປຄຽງຄູ່ກັນ.

ໃນນັ້ນ, ດົນຕີພື້ນເມືອງໄດ້ປະກອບສ່ວນສ້າງແຫຼ່ງບັນດານໃຈໃຫ້ແກ່ການທ່ອງທ່ຽວ ຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍພໍສົມຄວນ. ທ່ານກໍ່ຫວັງວ່າ, ຮູບແບບຮ່ວມມືໃນສື່ສັງຄົມ ອອນລາຍ TikTok ຈະແມ່ນເຄື່ອງມືຫຼັກໃນການແຜ່ຂະຫຍາຍຄວາມງາມທາງດ້ານວັດທະນະທຳຂອງທ້ອງຖິ່ນ ໃຫ້ເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນ, ພິເສດແມ່ນໃນສະພາບການໂຄສະນາ ການທ່ອງທ່ຽວແບບທາງໄກໄດ້ກາຍເປັນທ່າອ່ຽງທີ່ຈຳເປັນ.                                                                               

ເພື່ອນບຸນມີ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ facebook ດ້ວຍເນື້ອໃນຄືດັ່ງນີ້: ພາຍຫຼັງຕິດຕາມຂ່າວໃນເວັບໄຊ vovworld.vn, ຂ້າພະເຈົ້າໄດ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈ ຖືເອົາວັນທີ 10 ຕຸລາຂອງ ທຸກປີ ແມ່ນຫັນເປັນດີຈີຕອນແຫ່ງຊາດ, ສິ່ງນີ້ຢັ້ງຢືນວ່າ ຫວຽດນາມຖືວຽກງານຫັນເປັນດີຈີຕອນເປັນບັນຫາສຳຄັນທີ່ສຸດ. ດັ່ງນັ້ນໃນປີ 2022 ນີ້, ຫວຽດນາມ ໄດ້ເຄື່ອນໄຫວຫຍັງແດ່ເພື່ອຕອບສະໜອງວັນດັ່ງກ່າວ? ຂໍຂອບໃຈ.

ເພື່ອນ ບຸນມີ ທີ່ຮັກແພງ! ໃນເວລາຜ່ານມາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວ ປຸກລະດົມຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ ດ້ວຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນຮູຍຢຸງ ແລະບັນດາຜູ້ຕາງໜ້າບາງຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຂອງກະຊວງ, ຜູ້ຕາງໜ້າກົມສົ່ງເສີມການຄ້າ - ກະຊວງອຸດສາຫະກຳ ການຄ້າ, ຜູ້ຕາງໜ້າບັນດາວິສາຫະກິດ ເຕັກໂນໂລຢີດີຈີຕອນ ຫວຽດນາມ ແລະ ນັກຂ່າວເປັນຈຳນວນຫຼາຍທີ່ມາຈາກບັນດາອົງການສື່ມວນຊົນຂັ້ນສູນກາງ ແລະ ທ້ອງຖິ່ນ.

ທີ່ການຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນຮູຍຢຸງ ສະມາຊິກຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໃຫ້ຂໍ້ສັງເກດວ່າ, ປີ 2022 ແມ່ນປີທຳອິດທີ່ ຫວຽດນາມ ຈັດຕັ້ງວັນຫັນເປັນດີຈີຕອນແຫ່ງຊາດ. ລາຍການ ເດືອນຕຸລາ - ເດືອນຊົມໃຊ້ດີຈີຕອນ ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມເພື່ອຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ 10 ຕຸລາ ແນໃສ່ສົ່ງເສີມ, ຊຸກຍູ້ປະຊາຊົນນຳໃຊ້ ດີຈີຕອນ, ຊົມໃຊ້ຜະລິດຕະພັນ, ການບໍລິການດີຈີຕອນໃຫ້ຫຼາຍກ່ວາອີກ, ໄດ້ຊົມໃຊ້ຜົນປະໂຫຍດໂດຍກົງຈາກການຫັນເປັນດີຈີຕອນ.

ທັດສະນະຂອງຄະນະກຳມະການແຫ່ງຊາດ ກ່ຽວກັບການເຫັນເປັນດີຈີຕອນ, ກະຊວງຖະແຫຼງຂ່າວ ແລະ ສືສານ ອົງການປະຈຳການຂອງຄະນະກຳມະການແມ່ນປະຕິບັດບັນດາວຽກງານທີ່ຈຳເປັນ, ມີປະສິດທິຜົນ, ນຳເອົາຜົນປະໂຫຍດຢ່າງລະອຽດມາໃຫ້ປະຊາຊົນ, ຫົວຂໍ້ຂອງການເຄື່ອນໄຫວຫັນເປັນດີຈີຕອນໃນປີນີ້ແມ່ນການເຄື່ອນໄຫວຂອງປະຊາຊົນໃນສະພາບດີຈີຕອນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ ລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທລະດັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top