• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ແຂ່​ງ​ຂັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ UAV 2025 - ຂັນ PV GAS ສ້າງ​ສະ​ຖານ​ທີ່​ລະຫຼິ້ນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ນັກ​ສຶກ​ສາ

ການແຂ່ງຂັນໄດ້ສ້າງຕັ້ງຢ່າງເໝາະສົມກັບລະດັບຄວາມຮູ້ ແລະ ຄວາມສາມາດຂອງນັກຮຽນ, ນັກສຶກສາ, ສຸມໃສ່ອອກແບບ, ປະດິດສ້າງບັນດາຜະລິດຕະພັນ UAV ມີລະດັບອັດສະລິຍະໃດໜຶ່ງ, ສົມທົບກັບທັກສະການບັນຊາເພື່ອຂ້າມລະບົບສະກັດກັ້ນ, ຮົ້ວກີດຂວາງ ເພື່ອປະຕິບັດໜ້າທີ່ຕົວຈິງຄືການສະໜອງແທງພະລັງງານໃນຕົວເມືອງອັດສະລິຍະ.
ການມອບລາງວັນ

ພາຍຫຼັງຈັດຕັ້ງມາເປັນເວລາເກືອບ 3 ເດືອນ, ການແຂ່ງຂັນທີ່ມີຫົວຄິດປະດິດສ້າງ UAV 2025 - ຂັນ PV GAS, ເຊິ່ງເປັນການແຂ່ງຂັນຄັ້ງທຳອິດກ່ຽວກັບເຄື່ອງບິນບໍ່ມີຄົນຂັບ (UAV ໄດ້ຜັນຂະຫຍາຍດ້ວຍຂອບຂະໜາດ ທົ່ວໂລກ, ໄດ້ສິ້ນສຸດລົງໃນວັນທີ 7 ທັນວາຢູ່າຮ່າໂນ້ຍ. ການແຂ່ງຂັນໂດຍສະຖາບັນຄົ້ນຄ້ວາວິທະຍາສາດ, ອາວະກາດ ແລະ ໃຕ້ນ້ຳ ເຊິ່ງແມ່ນຫົວໜ່ວຍຂຶ້ນກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ສົມທົບກັບ ບໍລິສັດນ້ຳມັນອາຍແກັດ ຫວຽດນາມ ເຊິ່ງເປັນອົງການອຸປະຖຳການແຂ່ງຂັນ. ການແຂ່ງຂັນໄດ້ສ້າງຕັ້ງຢ່າງເໝາະສົມກັບລະດັບຄວາມຮູ້ ແລະ ຄວາມສາມາດຂອງນັກຮຽນ, ນັກສຶກສາ, ສຸມໃສ່ອອກແບບ, ປະດິດສ້າງບັນດາຜະລິດຕະພັນ UAV ມີລະດັບອັດສະລິຍະໃດໜຶ່ງ, ສົມທົບກັບທັກສະການບັນຊາເພື່ອຂ້າມລະບົບສະກັດກັ້ນ, ຮົ້ວກີດຂວາງ ເພື່ອປະຕິບັດໜ້າທີ່ຕົວຈິງຄືການສະໜອງແທງພະລັງງານໃນຕົວເມືອງອັດສະລິຍະ ຫຼື ໜູນຊ່ວຍບັນດາກໍລະນີສຸກເສີນ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top