• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັ​ກ, ລັດ ເຂົ້າ​ສຸ​ສານ​ໄວ້ອາໄລ​​ປະ​ທານ​ໂຮ່​ຈີ​ມິນ

ພຶດຕິກຳຕົວຈິງທີ່ອຸດົມສົມບູນ ແລະ ມີຊີວິດຊີວາຂອງການປະຕິວັດ ຫວຽດນາມ ໃນໄລຍະ 93 ປີຜ່ານມາ ໄດ້ພິສູດໃຫ້ເຫັນການນຳພາຂອງພັກ ແມ່ນປະຖົມປັດໄຈແຖວໜ້າໃນການຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ.
  ບັນດາການນຳໄປວາງພວງມາລາ ຢູ່ສຸສານ ໂຮ່ຈີມິນ (ພາບ: TTXVN)  
ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2023), ຕອນເຊົ້າວັນທີ 3 ກຸມພາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານ ໂດວັນຈຽນ ເລຂາສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ - ຜູ້ສ້າງຕັ້ງ, ນຳພາ, ຝຶກຝົນຫຼໍ່ຫຼອມພັກກອມມູນິດ ຫວຽດນາມ, ກອງນ້ຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຊົນຊາດ ຫວຽດນາມ. ພຶດຕິກຳຕົວຈິງທີ່ອຸດົມສົມບູນ ແລະ ມີຊີວິດຊີວາຂອງການປະຕິວັດ ຫວຽດນາມ ໃນໄລຍະ 93 ປີຜ່ານມາ ໄດ້ພິສູດໃຫ້ເຫັນການນຳພາຂອງພັກ ແມ່ນປະຖົມປັດໄຈແຖວໜ້າໃນການຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top