ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ.
ວັນທີ 13 ກຸມພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທີ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ຕ້ອນຮັບທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ເມື່ອແລກປ່ຽນທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສົນທະນາ - ທາບທາມຄວາມເຫັນ, ແກ້ໄຂຜົນຮ້າຍທີ່ເກີດຈາກສົງຄາມ, ການບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ການຮ່ວມມືດ້ານທະຫານ, ເຫຼົ່າຮົບ, ການປ້ອງກັນຊາດ, ຕຳຫຼວດທະເລ, ອຸດສາຫະກຳປ້ອງກັນຊາດ.
ສ່ວນທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ກໍ່ຢືນຢັນວ່າ ກະຊວງການຕ່າງປະເທດ ອາເມລິກາ ສະໜັບສະໜູນ ຫວຽດນາມ ໃນການແກ້ໄຂຜົນຮ້າຍທີ່ເກີດຈາກສົງຄາມ, ຢັ້ງຢືນຊື່, ນາມສະກຸນທະຫານທີ່ຫາຍສາບສູນໃນປາງສົງຄາມ.
(ແຫຼ່ງຄັດຈາກ VOV)