• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຊຸມຮອບທີ 11 ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ

ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ຕີລາຄາາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງສະມາຄົມສາສະໜາຄຼິດ ຫວຽດນາມ ເຂົ້າໃນການພັດທະນາ ແລະ ວັດຖະນາຖາວອນຂອງປະເທດຊາດ.
ທີ່ການປະຊຸມ (ພາບ: BNG)

ວັນທີ 17 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານເຈົ້າອະນຸວົງ,   Miroslaw Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ, ໄດ້ເປັນປະທານການປະຊຸມປະຈຳປີ ຮອບທີ 11 ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ.

ທີ່ການປະຊຸມ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ສາສະໜາຂອງ ຫວຽດນາມ. ທ່ານນາງໄດ້ຕີລາຄາາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງສະມາຄົມສາສະໜາຄຼິດ ຫວຽດນາມ ເຂົ້າໃນການພັດທະນາ ແລະ ວັດຖະນາຖາວອນຂອງປະເທດຊາດ.

ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ Miroslaw Wachowski ໄດ້ເນັ້ນໜັກວ່າ, ສັນຕະປະປາ Francis ປາດຖະໜາຢາກໃຫ້ປະຊາຄົມຊາວຄຼິດ ຫວຽດນາມ ປະຕິບັດທິດນຳ “ຊາວຄຼິດທີ່ດີ ແມ່ນພົນລະເມືອງທີ່ດີ” ແລະ ສົ່ງເສີມປະຊາຄົມຊາວຄຼິດ ປະກອບສ່ວນເຂົ້າໃນຊີວິດຂອງປະເທດຊາດ. ທ່ານຢືນຢັນວ່າ ສັນຕະປະປາຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ ຫວຽດນາມ.

ສອງຝ່າຍເຫັນດີເປັນເອກະສັນວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາກົນໄກຮ່ວມມື, ໂອ້ລົມສົນທະນາ ໂດຍສະເພາະແມ່ນສືບຕໍ່ເສີມຂະຫຍາຍບົດບາດສຳຄັນຂອງ ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ.

(ແຫຼ່ງຄັດຈາກ VOV)

ປຸກ​ລຸກ​ນ້ຳ​ໃຈ​ startup ໃນ​ໝູ່​ນັກ​ຮຽນ, ນັກ​ສຶກ​ສາ

ປຸກ​ລຸກ​ນ້ຳ​ໃຈ​ startup ໃນ​ໝູ່​ນັກ​ຮຽນ, ນັກ​ສຶກ​ສາ

ມີຫຼາຍຮູບແບບສະຕາດອັບ (start up), ປະດິດຄິດສ້າງທີ່ເປັນເອກະລັກ, ມີລັກສະນະໝູນໃຊ້ສູງ ໂດຍນັກຮຽນ, ນັກສຶກສາໃນທົ່ວປະເທດແນະນຳໃນວັນບຸນສະຕາດອັບແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ VI, ເຊິ່ງໄດ້ດຳເນີນຢູ່ນະຄອນ ເກີ່ນເທີ ໃນກາງເດືອນພຶດສະພາຜ່ານມາ. ວັນບຸນດັ່ງກ່າວໄດ້ກາຍເປັນເວທີແຫ່ງພູມປັນຍາ, ເຊີດຊູຄວາມສາມາດປະດິດຄິດສ້າງ, ຜົນງານຂອງນັກຮຽນ, ນັກສຶກສາ, ພ້ອມທັບປຸກລຸກນ້ຳໃຈສະຕາດອັບ, ຄວາມຄາດຫວັງກໍ່ຮ່າງສ້າງຕົວ, ສ້າງອາຊີບ, ປະກອບສ່ວນເຮັດໃຫ້ນັກຮຽນ, ນັກສຶກສາປ່ຽນແປງຈິນຕະນາການ, ຄວາມຮັບຮູ້, ກ້າຄິດ, ກ້າທຳ ແລະ ເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ.

Top