• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກ​ລຸກ​ນ້ຳ​ໃຈ​ startup ໃນ​ໝູ່​ນັກ​ຮຽນ, ນັກ​ສຶກ​ສາ

ມີຫຼາຍຮູບແບບສະຕາດອັບ (start up), ປະດິດຄິດສ້າງທີ່ເປັນເອກະລັກ, ມີລັກສະນະໝູນໃຊ້ສູງ ໂດຍນັກຮຽນ, ນັກສຶກສາໃນທົ່ວປະເທດແນະນຳໃນວັນບຸນສະຕາດອັບແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ VI, ເຊິ່ງໄດ້ດຳເນີນຢູ່ນະຄອນ ເກີ່ນເທີ ໃນກາງເດືອນພຶດສະພາຜ່ານມາ. ວັນບຸນດັ່ງກ່າວໄດ້ກາຍເປັນເວທີແຫ່ງພູມປັນຍາ, ເຊີດຊູຄວາມສາມາດປະດິດຄິດສ້າງ, ຜົນງານຂອງນັກຮຽນ, ນັກສຶກສາ, ພ້ອມທັບປຸກລຸກນ້ຳໃຈສະຕາດອັບ, ຄວາມຄາດຫວັງກໍ່ຮ່າງສ້າງຕົວ, ສ້າງອາຊີບ, ປະກອບສ່ວນເຮັດໃຫ້ນັກຮຽນ, ນັກສຶກສາປ່ຽນແປງຈິນຕະນາການ, ຄວາມຮັບຮູ້, ກ້າຄິດ, ກ້າທຳ ແລະ ເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ.
ແຂກມາຢ້ຽມຊົມທົດລອງຮູບແບບສະເໝືອນຈິງ ທີ່ນອນໃນໂຄງການ “ການສຶກສາໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນກ່ຽວກັບການເກັບຂີ້ເຫຍື້ອ” ຂອງກຸ່ມນັກສຶກສາມະຫາວິທະຍາໄລເກີ່ນເທີ

ຄຳແນະນຳທີ່ຈັບໃຈຂອງກຸ່ມນັກສຶກສາມະຫາວິທະຍາໄລ ເຕິນຈ່າວ, ແຂວງ ຕວຽນກວາງ, ກ່ຽວກັບໂຄງການ “ບັ້ງຊາຂາງໄຟ” ໄດ້ດຶງດູດຜູ້ມາຮ້ານຂາຍເຄື່ອງເປັນຈຳນວນຫຼາຍ. “ບັ້ງຊາຂາງໄຟ” ແມ່ນໜຶ່ງໃນຈຳນວນ 80 ໂຄງການດີເດັ່ນທີ່ຕິດເຂົ້າຮອບຊີງຊະນະເລີດຂອງການເສັງສະຕາດອັບແຫ່ງຊາດ ສຳລັບນັກຮຽນ, ນັກສຶກສາໃນປີນີ້. ຕາມອາຈານ ຮວ່າງແອັງດ່າວ, ມະຫາວິທະຍາໄລ ເຕິນຈ່າວ ແລ້ວ, ກຸ່ມນັກສຶກສາຂອງໂຮງຮຽນ ເກີດມີແນວຄວາມຄິດດັ່ງກ່າວເມື່ອໄປທັດສະນະສຶກສາຢູ່ເຂດປູກຕົ້ນຊາທີ່ມີຊື່ສຽງຂອງແຂວງ ຕວຽນກວາງ. ນະທີ່ນີ້, ຊີວິດການເປັນຢູ່ຂອງປະຊາຊົນຕິດພັນກັບຕົ້ນຊາ, ແຕ່ຄຸນຄ່າດ້ານເສດຖະກິດຈາກຕົ້ນຊານັ້ນແມ່ນຍັງບໍ່ສູງເທົ່າທີ່ຄວນ. ຕໍ່ສະພາບຕົວຈິງນັ້ນ, ພວກນ້ອງຈຶ່ງເກີດມີແນວຄວາມຄິດເຮັດເປັນຜະລິດຕະພັນບັ້ງຊາຂາງໄຟ ດ້ວຍຄວາມປາດຖະໜານຳມາເຊິ່ງຜະລິດຕະພັນທີ່ຫຼາກຫຼາຍກວ່າ, ຜ່ານນັ້ນ, ກໍຊ່ວຍຍົກສູງລາຍຮັບໃຫ້ແກ່ຜູ້ປູກຕົ້ນຊາຢູ່ທ້ອງຖິ່ນ.

ເພື່ອຜະລິດໄດ້ບັ້ງຊາຂາງໄຟຊຸດໜຶ່ງນັ້ນ ແມ່ນເສຍເວລາຢ່າງໜ້ອຍປະມານແຕ່ 2  3 ເດືອນການຂາງໄຟຈະເຮັດໃຫ້ຊາມີກິ່ນຫອມຂອງຄວັນໄຟຂອງດອກໄມ້ ແລະ ລົດຊາດເປັນເອກະລັກຂອງເຂດປູກຊາ ຕວຽນກວາງພາຍຫຼັງການໝັກຊາລົດາດຂອງຊາຈະຫຼຸດລົງປະມານ 40  50%, ລົດຫວານຂອງຊາຈະຮັກສາໄດ້ດົນກວ່າເມື່ອທຽບໃສ່ຊາປຸງແຕ່ງແບບທຳມະດາບໍ່ພຽງແຕ່ເທົ່ານັ້ນຊາໝັກ ຍັງມີກຸ່ມຈຸນລິນຊີທີ່ດີຕໍ່ສຸຂະພາບ ແລະ ເໝາະສົມກັບຜູ້ບໍລິໂພກສ່ວນໃຫຍ່”.

ຢູ່ເຂດວາງສະແດງບັນດາຜະລິດຕະພັນເຕັກໂນໂລຢີ, ແຂກມາຢ້ຽມຊົມຈະໄດ້ທົດລອງຮູບແບບສະເໝືອນຈິງ ທີ່ນອນໃນໂຄງການ “ການສຶກສາໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນກ່ຽວກັບການເກັບຂີ້ເຫຍື້ອ” ຂອງກຸ່ມນັກສຶກສາມະຫາວິທະຍາໄລເກີ່ນເທີ. ນ້ອງ ເຈິ່ນຫງວຽນເຍິດຮຸຍ, ນັກສຶກສາຂະແໜງວິທະຍາສາດຄອມພິວເຕີ, ມະຫາວິທະຍາໄລເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ສັງກັດມະຫາວິທະຍາໄລເກິ່ນເທີ, ໄດ້ແນະນຳກ່ຽວກັບໂຄງການສະຕາດອັບຂອງກຸ່ມວ່າ:

ນີ້ແມ່ນໄລຍະທຳອິດຂອງໂຄງການ ດ້ວຍການທົດລອງ ແມ່ນເກມເກັບຂີ້ເຫຍື້ອຢູ່ໃນຂອບຂະໜາໜ້ອ. ຫຼັງຈາກນັ້ນພວກນ້ອງຈະເປີດກວ້າງຕື່ມອີກໃນຫຼາຍຂົງເຂດທີ່ແຕກຕ່າງກັນຢູ່ພາຍໃນນະຄອນເຂດຊົນນະບົດ ຼື ຢູ່ຕ່າງປະເທດອີກດ້ວຍນີ້ແມ່ນໂຄງການທີ່ພວກນ້ອງໄດ້ຮ່ວມມືກັບ ໄທລັ່ງ ແລະ ຈີນນີ້ແມ່ນບັນດາຜະລິດຕະພັນຄົ້ນຄວ້າວິທະຍາສາດມີນັກຮຽນຫຼາຍຄົນພ້ອມກັນປະຕິບັດ ແລະ ໄດ້ຮັບການແນະນຳຈາກອາຈານຫຼາຍຄົນ.

  ນອກຈາກບັນດາຜະລິດຕະພັນທີ່ມີລັກສະນະໝູນໃຊ້ສູງເຂົ້າໃນຂົງເຂດກະສິກຳ, ເຕັກໂນໂລຢີ, ບັນດາກຸ່ມນັກສຶກສາຍັງມຸ່ງໄປເຖິງຕະຫຼາດບໍລິໂພກ 4.0, ຮັບໃຊ້ບັນດາຂະແໜງການທີ່ນຳມາເຊິ່ງປະໂຫຍດຫຼາຍຢ່າງ, ເຊັ່ນ: ການທ່ອງທ່ຽວ, ແຟຊັນ, ບັນເທີງ…, ພົ້ນເດັ່ນແມ່ນໂຄງການ “Bamboo lights” ຂອງມະຫາວິທະຍາໄລ ຮວ່າບິ່ງ, ຮ່າໂນ້ຍ. ຕາມນ້ອງ ຫງວຽນເຟືອງແອັງ, ສະມາຊິກຂອງໂຄງການ “Bamboo lights”, ບັນດາດອກໄຟທີ່ເຮັດຈາກໄມ້ໄຜ່ ໄດ້ສົ່ງສານທີ່ວ່າ “ປ່ຽນແສງໄຟ, ປ່ຽນຄວາມຮູ້ສຶກ”, ສ່ວນເສດໄມ້ໄຜ່ທີ່ເຫຼືອຈາກການເຮັດດອກໄຟນັ້ນ ຈະໄດ້ເຮັດເປັນບັດແທນຄຳຂອບໃຈທີ່ມີຄວາມໝາຍ.

ວກນ້ອງພວມຕັ້ງໜ້າໂຄສະນາຜະລິດຕະພັນຢູ່ບັນດາ ຟະແລັດຟອມສື່ສັງຄົມອອນໄລຄື Zalo, TikTok ຫຼື ຈັດ workshop. ປັດຈຸບັນໂຄງການຂອງພວກນ້ອງໄດສ້າງລາຍຮັບ ແລະ ຂາຍໄດ້ກວ່າ 300 ຜະລິດຕະພັນດ້ວຍລາຄາແຕ່ 500  700.000 ດົ່ງຕໍ່ອັນຢູ່ທາງໜ້າຂອງດອກໄຟ ໄດ້ແກະຄວັດສະຫຼັກຮູບ ວັດເສົາດຽວດອກບົວໄມ້ໄຜ່… ຢ່າງປະດິດປະດອຍສິ່ງພິເສດແມ່ນຢູ່ດ້ານຫຼັງຂອງດອກໄຟໄມ້ໄຜ່ມີລະຫັດ QR, ລູກຄ້າສາມາດສະແກນ ເພື່ອອ່ານບັນດາເລື່ອງລາວກ່ຽວກັບການທ່ອງທ່ຽວຂອງ ຫວຽດນາມ.

ໃນຂະນະນັ້ນ, ໂຄງການ “ໂອກອນຢາບ” (ສັດ 12 ລາສີ) ຂອງກຸ່ມນັກຮຽນໂຮງຮຽນມັດທະຍົມຕອນປາຍ ຫງວຽນທິມິງຄາຍ, ໂຮ່ຈີມິນ, ກໍໄດ້ສ້າງຄວາມປະທັບໃຈຍ້ອນການປະສົມປະສານລະຫວ່າງການລະຫຼີ້ນພື້ນເມືອງ ຫວຽດນາມ ກັບເຕັກໂນໂລຢີ 4.0. ນ້ອງ ຫງວຽນໂດ້ແອັງທື, ສະມາຊິກໃນກຸ່ມແບ່ງປັນວ່າ:

ວກນ້ອງໄດ້ເພີ່ມຄວາມໜ້າຕື່ນເຕັ້ນຄວາມຈັບອົກຈັບໃຈຂອງເກມ ດ້ວຍວິທີສ້າງເປັນຊຸດກາດສຟັ່ງຊັ່ນ (function card) ເພື່ອປະສົມປະສານລະຫວ່າງປັດໄຈ board game ທັນສະໄໝ ກັບເລື່ອງລາວກ່ຽວກັບ ສັດ 12 ລາສີຂອງ ຫວຽດນາມ ແລະ ບັນດາເຮື່ອງລາວກ່ຽວກັບຄຳສຸພາສິດ ເຂົ້າໃນໂຄງການສ້າງເປັນຊຸດ board game ທັງມີຄວາມເປັນທັນສະໄໝ ແລ ເປັນແບບື້ນເມືອງ.”

ບັນດາແນວຄວາມຄິດສະຕາດອັບ ທີ່ເຂົ້າຮ່ວມວັນບຸນສະຕາດອັບແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ VI ມີຄຸນນະພາບສູງ, ຫຼາຍຮູບຫຼາຍແບບ, ເນື້ອໃນແນວຄວາມຄິດສຸມໃສ່ແກ້ໄຂບັນດາບັນຫາຂອງສັງຄົມ. ພ້ອມທັງ, ກໍສະແດງໃຫ້ເຫັນຄວາມສາມາດປະດິດຄິດສ້າງ, ຈິນຕະນາການປ່ຽນແປງໃໝ່, ໄຫວພິບຂອງຄົນລຸ້ນໜຸ່ມໃນການສະຕາດອັບ. ນີ້ແມ່ນປະຖົມປັດໄຈທີ່ສະດວກ, ຊ່ວຍໃຫ້ນັກຮຽນ, ຮັກສຶກສາມີກຳລັງໜູນ, ປະສົບການເພີ່ມເຕີມໃນວິວັດການໝູນໃຊ້ຄວາມຮູ້ເຂົ້າໃນການວິວັດການກໍ່ຮ່າງສ້າງຕົວ, ສ້າງອາຊີບໃນອະນາຄົດ./.

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດນາມ ໄດ້ ມີຄວາມມານະພະນາທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU; ພ້ອມທັງ ມານະພະຍາຍາມເຈລະຈາ, ປຶກສາຫາລືເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC).

Top