• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳສູນກາງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ລາວ ອວຍພອນ 80 ປີແຫ່ງວັນຊາດ ຫວຽດນາມ

ຕາງໜ້າບັນດາກະຊວງ, ຂະແໜງການຂອງ ລາວ ໄດ້ອວຍພອນບັນດາຜົນງານທີ່ຍິ່ງໃຫຍ່ ແລະ ຮອບດ້ານໃນທຸກຂົງເຂດ ເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ໃນຕະຫຼອດໄລຍະ 80 ປີຜ່ານມາ;
(ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຮັບກະເຊົ້າດອກໄມ້ອວຍພອນຈາກທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ລາວ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ສຳເລັດຜົນ, ວັນຊາດທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025) ແລະ ວັນມູນເຊື້ອຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2025), ແຕ່ວັນທີ 19 – 20 ສິງຫາ, ການນຳສູນກາງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ລາວ ໄດ້ໄປອວຍພອນຢູ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ວຽງຈັນ.

        ຕາງໜ້າບັນດາກະຊວງ, ຂະແໜງການຂອງ ລາວ ໄດ້ອວຍພອນບັນດາຜົນງານທີ່ຍິ່ງໃຫຍ່ ແລະ ຮອບດ້ານໃນທຸກຂົງເຂດ ເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ໃນຕະຫຼອດໄລຍະ 80 ປີຜ່ານມາ; ພ້ອມກັນນັ້ນ, ກໍ່ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດຢ່າງໃຫຍ່ຫຼວງກວ່າອີກ.

        ການນຳຂັ້ນສູງ ລາວ ກໍ່ສະແດງຄວາມປິຕິຊົມຊື່ນ, ພາກພູມໃຈຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ການນຳ 2 ພັກ, 2 ລັດລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ, ພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

(ແຫຼ່ງຄັດຈາກ VOV)

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.

Top