• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ແຜ່​ກະ​ຈາຍ​ບັນ​ຍາ​ການ​ສາ​ມັກ​ຄີ​ເຖິງ​ເພື່ອນ​ມິດ​ສາ​ກົນ

ວັນທີ 19 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ເລີ່ມເຮັດວຽກມື້ທຳອິດ ຢູ່ຮ່າໂນ້ຍ, ດຶງດູດຄວາມສົນໃຈ ແລະ ສື່ມວນຊົນສາກົນ.
  ຖານຂໍ້ມູນການເງິນ - ເສດຖະກິດຂອງ ລັດເຊຍ (1prime.ru) ໄດ້ລົງຂ່າວວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN )  

ຖານຂໍ້ມູນການເງິນ - ເສດຖະກິດຂອງ ລັດເຊຍ (1prime.ru) ໄດ້ລົງຂ່າວວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມວ່າ ສຸມໃສ່ປຶກສາຫາລື ແລະ ຮັບຮອງເອົາຍຸດທະສາດພັດທະນາເສດຖະກິດສັງຄົມ ຂອງຫວຽດນາມຮອດປີ 2030, ພ້ອມກັບບັນດາບັນຫາສຳຄັນກ່ຽວກັບການຈັດຕັ້ງ ແລະ ບຸກຄະລາກອນ.

ລາຍການຂ່າວຂອງພັກແນວໂຮມປົດປ່ອຍ ໂມຊຳບິກ (Frelimo) ໂດຍແມ່ນພັກກຳອຳນາດຢູ່ ໂມຊຳບິກ ໄດ້ເນັ້ນໜັກເຖິງບັນຍາກາດສາມັກຄີ, ຟົດຟື້ນມ່ວນຊືນ ແລະ ຄື້ກຄື້ນຢູ່ ຮ່າໂນ້ຍໃນຊຸມວັນກະກຽມ ແລະ ໄຂກອງປະຊຸມໃຫຍ່.

ໜັງສືພິມ Granma,  ສຽງຂອງພັກກອມມູນິດ ກຸຍບາ ໄດ້ລົງບົດວິຈານດ້ວຍຫົວຂໍ້ “ຫວຽດນາມ ພວມສ້າງພື້ນຖານໃຫ້ແກ່ໄລຍະເປັນເຈົ້າຕົນເອງດ້ານຍຸດທະສາດ”, ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່ຂອງ ຫວຽດນາມ, ອີງໃສ່ຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດຮັບມືກັບຕໍ່ໜ້າການຜັນແປໃນທົ່ວໂລກ.

ໜັງສືພິມ “ຊາວໜຸ່ມ ລຸກຮື້ຂຶ້ນ”, ສຽງຂອງຄະນະຊາວໜຸ່ມກອມມູນິດ ກຸຍບາ ຢັ້ງຢືນວ່າ ພາຍໃຕ້ການນຳພາຂອງພັກ, ຊາວຫວຽດນາມລຸ້ນປະຈຸບັນ ບໍ່ຕ້ອງດຳລົງຊີວິດໃນສົງຄາມອີກ ຫາກຍັງຫ້າວຫັນກັບວຽກງານກໍ່ສ້າງປະເທດແຫ່ງຄວາມຜາສຸກ, ພັດທະນາ ແລະ ມະນຸດສະທຳ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

Top