• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ນັກ​ຂ່າວ​ໂລກ 2024 ປຶກ​ສາ​ຫາ​ລື​ສິ່ງ​ທ້​າ​ທາຍ​ຈາກ AI ຕໍ່​ອະ​ນາ​ຄົດ​ຂອງ​ຂະ​ແໜງ​ສື່ມວນ​ຊົນ

ໃນໄລຍະດຳເນີນກອງປະຊຸມ, ນອກຈາກບັນດາວາລະປຶກສາຫາລືແບ່ງປັນວິຊາການ, ທັກສະໃນການເຮັດຂ່າວ ແລະ ພິເສດແມ່ນອະນາຄົດຂອງສື່ມວນຊົນ ຕໍ່ໜ້າສິ່ງທ້າທາຍທີ່ມາຈາກ AI ແລະ chatbot ChatGPT.
ກອງປະຊຸມນັກຂ່າວໂລກ 2024 (ພາບ: TTXVN)
ກອງປະຊຸມນັກຂ່າວໂລກ 2024 ໂດຍສະມາຄົມນັກຂ່າວ ສ.ເກົາຫຼີ ຈັດຂຶ້ນ, ດ້ວຍຫົວຂໍ້ “ບົດບາດຂອງສື່ມວນຊົນໃນການລົງຂ່າວ ກ່ຽວກັບສົງຄາມ ແລະ ເຕັກໂນໂລຢີປັນຍາປະດິດ (AI) ແລະ ອະນາຄົດຂອງຂະແໜງສື່ມວນຊົນ”, ໄດ້ດຳເນີນຢູ່ ນະຄອນຫຼວງ ເຊີອູນ (ສ.ເກົາຫຼີ) ໃນລະຫວ່າງວັນທີ 22 – 26 ເມສາ. ກອງປະຊຸມປີນີ້ ມີການເຂົ້າຮ່ວມຂອງນັກຂ່າວ 52 ຄົນທີ່ມາຈາກ 47 ປະເທດໃນໂລກ. ໃນໄລຍະດຳເນີນກອງປະຊຸມ, ນອກຈາກບັນດາວາລະປຶກສາຫາລືແບ່ງປັນວິຊາການ, ທັກສະໃນການເຮັດຂ່າວ ແລະ ພິເສດແມ່ນອະນາຄົດຂອງສື່ມວນຊົນ ຕໍ່ໜ້າສິ່ງທ້າທາຍທີ່ມາຈາກ AI ແລະ chatbot ChatGPT, ສັນຕິພາບໂລກ ແລະ ວິທີການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ບັນດານັກຂ່າວໄດ້ລອງນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າ ແລະ ກະແສວັດທະນະທຳ ສ.ເກົາຫຼີ. ບັນດານັກຂ່າວ ກໍ່ໄດ້ໄປທັດສະນະຢູ່ບາງນະຄອນໃຫຍ່ ທີ່ມີຫຼາຍທັດສະນີຍະພາບ ແລະ ດີເດັ່ນກ່ຽວກັບເຕັກໂນໂລຢີຂຽວ ຄື Suwon, Ansan, Yongil ແລະ Incheon; ຢ້ຽມຊົມເຂດປອດການທະຫານ (DMZ)  ແລະ ໝູ່ບ້ານຢຸດຍິງ (Panmujom)...

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top