• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ນະຄອນຫຼວງ ຮ່າໂນ້ຍ ຊົມຊື່ນຍິນດີຕ້ອນຮັບວັນບຸນໃຫຍ່ຂອງທົ່ວຊາດ

ໃນຕອນເຊົ້າວັນທີ 20 ມັງກອນ 2026, ເລີ່ມແຕ່ເຂດສູນກາງບໍລິຫານ ບາດິ່ງ ຕະຫຼອດຮອດບັນດາປະຕູໂຂງທາງເຂົ້າທຸກທິດຂອງນະຄອນຫຼວງ, ລ້ວນແຕ່ສາມາດເຫັນສີແດງສົດໃສຂອງທຸງພັກ ແລະ ທຸງຊາດ ທີ່ພັດປິວສະໄຫວຕາມສາຍລົມ; ລະບົບຄຳຂວັນ, ປ້າຍໂຄສະນາ ແລະ ແຜ່ນຄຳຂວັນ ໄດ້ຮັບການປະດັບປະດາຢ່າງສົມກຽດ, ເຊິ່ງໄດ້ສົ່ງສານແຫ່ງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຢ່າງແຮງກ້າ. ກະແສຄົນທີ່ສັນຈອນໄປມາເບິ່ງຄືວ່າ ມີຄວາມຊ້າລົງກວ່າປົກກະຕິ, ທຸກໆ ຄົນຕ່າງກໍໃຊ້ເວລາເພື່ອຊົມເບິ່ງ ແລະ ສຳຜັດກັບບັນຍາກາດອັນສະຫງ່າລາສີ ແລະ ສັກສິດຂອງວັນບຸນໃຫຍ່ຢ່າງເຕັມທີ່. ທ່າມກາງຈັງຫວະຊີວິດທີ່ຄຸ້ນເຄີຍ, ຮ່າໂນ້ຍ ໄດ້ປະກົດຕົວຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ, ສະແດງໃຫ້ເຫັນເຖິງຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງ ພ້ອມກັບຄວາມຄາດຫວັງ ຕໍ່ບັນດາລັດຖະນະໂຍບາຍໃໝ່ ທີ່ຈະເປີດສາກໃຫ້ແກ່ໄລຍະທາງແຫ່ງການພັດທະນາແບບຍືນຍົງຂອງປະເທດຊາດ.

ໂດຍ: VNA/VNP

ຫວຽດນາມ ສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ສູນກາງການເງິນສາກົນ

ຫວຽດນາມ ສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ສູນກາງການເງິນສາກົນ

ໃນຂະນະທີ່ສູນກາງການເງິນສາກົນ ຫວຽດນາມ (VIFC) ເລີ່ມເຄື່ອນໄຫວ ແລະ ດຶງດູດບັນດາສະຖາບັນການເງິນສາກົນຕື່ມອີກ, ຄວາມຕ້ອງການດ້ານຊ່ຽວຊານທີ່ມີຄຸນວຸດທິສູງ ຄາດວ່າຈະເພີ່ມຂຶ້ນຢ່າງແຂງແຮງ. ຄວາມຕ້ອງການດັ່ງກ່າວ ຈະມາຈາກຄະນະບໍລິຫານ ແລະ ສະມາຊິກຂອງສູນກາງ, ຕະຫຼອດຮອດບັນດາສູນກາງຄວາມສາມາດທົ່ວໂລກ (GCC) ແລະ ສູນກາງນະວັດຕະກຳ ທີ່ບັນດາອົງການຈັດຕັ້ງສາກົນຄາດວ່າຈະສ້າງຕັ້ງຂຶ້ນຢູ່ທີ່ນີ້.

Top