• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ກອງປະຊຸມສົນທະນາ ອາຊຽນ - ອົດສະຕຣາລີ (ADMM) ໃນວົງແຄບ

ຫຼັງຈາກຜົນສຳເລັດ ຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38, 39 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນທ້າຍເດືອນຕຸລາຜ່ານມາ, ກອງປະຊຸມສົນທະນາ ອາຊຽນ - ອົດສະຕຣາລີ ວ່າດ້ວຍ “ແມ່ ຍິງ, ສັນຕິພາບ-ຄວາມໝັ້ນຄົງ: ບົນເສັ້ນທາງຟື້ນຟູຫຼັງ ໂຄວິດ-19” ແລະ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ແມ່ນເຫດການທຳອິດ ທີ່ໄດ້ຮັບການຈັດຂຶ້ນ, ຢືນ ຢັນ ການຮ່ວມມື ລະຫວ່າງ ບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື ກໍຄືລະຫວ່າງ ບັນດາປະເທດ ອາຊຽນອີກດ້ວຍ.
"ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບົນເສັ້ນທາງຟື້ນຟູຫຼັງ ໂຄວິດ-19"

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕຣາລີ Marise Payne ໄດ້ພ້ອມກັນເຂົ້າຮ່ວມ. ກ່າວປາໄສໄຂກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໃຫ້ຮູ້ວ່າ: ການຊຸກຍູ້ ການເຂົ້າຮ່ວມຢ່າງກວ້າງຂວາງ ຂອງແມ່ຍິງເຂົ້າໃນວຽກງານ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງພາກພື້ນ ແມ່ນຫົວຂໍ້ສຳຄັນ, ໄດ້ຮັບການປຶກສາຫາລືຢ່າງກວ້າງຂວາງ ເລິກເຊິ່ງ ໃນ ອາຊຽນ.

ທ່ານລັດຖະມົນຕີເນັ້ນໜັກວ່າ, ໃນສະພາບການແຜ່ລະບາດຂອງພະ ຍາດໂຄວິດ-19, ແມ່ຍິງ ແລະ ເດັກຍິງ ແມ່ນຜູ້ທີ່່ຖືກຮັບ ຜົນກະທົບ ດ້ານລົບງ່າຍທີສຸດ, ແຕ່ຖືບົດບາດສຳຄັນ ແລະ ໜ້າເຄົາລົບນັບຖື ໃນວຽກງານສະກັດກັ້ນ ການແຜ່ລະບາດ.
.

ວັນທີ 9 ພະຈິກ 2021, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະ ຊວງ ການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ Marise Payne
ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າການທູດ ບັນດາປະເທດ ຢູ່ ຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາ ອາຊຽນ - ອົດສະຕຣາລີ
ກ່ຽວກັບ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຄັ້ງທີ 2 ດ້ວຍຫົວຂໍ້ “ບົນເສັ້ນທາງຟື້ນຟູຫຼັງການແຜ່ລະບາດໂຄວິດ-19”
ຊຶ່ງໄດ້ຈັດຂຶ້ນຕາມຮູບແບບທາງໄກ. ພາບ: ເລີມແຄ໋ງ/VNA



ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກ່າວປາໄສໄຂກອງປະຊຸມສົນທະນາ. ພາບ: ເລີມແຄ໋ງ/VNA


ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ Marise Payne ກ່າວປາໄສ. ພາບ: ເລີມແຄ໋ງ/VNA


ຕອນເຊົ້າວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ແລະ ທ່ານນາງລັດຖະມົນຕີ Marise Payne ໄດ້ເປັນປະທານຮ່ວມ
ໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕຣາລີ ຄັ້ງທີ 3.
ພາບບັນຍາກາດໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 3. ພາບ: ເລີມແຄ໋ງ/VNA



ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ Marise Payne. ພາບ: ເລີມແຄ໋ງ/VNA


ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ Marise Payne ໄດ້ເປັນສັກຂີພິຍານ
ໃນພິທີລົງນາມ ບົດບັນທຶກຊ່ວຍຈຳ ລະຫວ່າງ 2 ຝ່າຍ. ພາບ: ເລີມແຄ໋ງ/VNA



ຕອນເຊົ້າວັນທີ 9 ພະຈິກ 2021, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne. ພາບ: VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Marise Payne, ລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ. ພາບ: ເລີມແຄ໋ງ/VNA


ຕອນບ່າຍວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ໃຫ້ການຕ້ອນຮັບ
ທ່ານນາງ ລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ Marise Payne. ພາບ: ຟ້າມກຽນ/VNA

 
ແບ່ງປັນ ກ່ຽວກັບ ບັນດາຄວາມມານະພະຍາຍາມທົ່ວໂລກ ແລະ ພາກພື້ນ, ທ່ານນາງ ລັດຖະມົນຕີການຕ່າງປະເທດ ທັງເປັນລັດຖະ ມົນຕີ ແມ່ຍິງ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາ ຈະພ້ອມກັບ ອາ ຊຽນ ປະສານສົມທົບ ຊຸກຍູ້ ຜັນຂະຫຍາຍ ບັນດາຄຳໝັ້ນສັນຍາສາກົນ ແລະ ມະຕິສະຫະປະຊາຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ; ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ໃນບັນ ດາການເຄື່ອນໄຫວ ຮັກສາສັນຕິພາບສາກົນ, ຊ່ວຍເຫຼືອດ້ານມະ ນຸດສະທຳ, ການລົງທຶນ ໃນການປົກປ້ອງສິດຂອງແມ່ຍິງໃນຊຸມຊົນຍິ່ງຂຶ້ນ.

ທ່ານນາງ ລັດຖະມົນຕີການຕ່າງປະເທດ ທັງເປັນລັດຖະມົນຕີ ແມ່ ຍິງ ອົດສະຕຣາລີ Marise Payne ໃຫ້ຮູ້ວ່າ ການຮ່ວມມື ຂອງ ແມ່ຍິງ ແມ່ນບຸລິມະສິດສູງ ໃນນະໂຍບາຍ ຂອງ ອົດສະຕຣາລີ; ປະກາດວ່າ ລັດຖະບານ ອົດສະຕຣາລີ ຈະຊ່ວຍໜູນ ອາຊຽນ ໃນການຜັນຂະ ຫຍາຍ ບັນດາໂຄງການ ເພີ່ມທະວີເພື່ອການຮ່ວມມື ກ່ຽວກັບ ແມ່ ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ກອງປະຊຸມສົນທະນາ ອາຊຽນ-ອົດສະຕຣາລີ ກ່ຽວກັບແມ່ຍິງ, ສັນຕິ ພາບ ແລະ ຄວາມໝັ້ນຄົງ ໄດ້ຈັດຂຶ້ນ ເປັນຄັ້ງທຳອິດ ນັບແຕ່ປີ 2018, ເຊິ່ງເປັນໜຶ່ງ ໃນບັນດາການເຄື່ອນໄຫວຮ່ວມມືລວມ ທີ່ສຳ ຄັນຂອງ ອາຊຽນ ແລະ ອົດສະຕຣາລີ ໃນຂົງເຂດແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.
ລັດຖະມົນຕີສອງທ່ານຖືວ່າ: ຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ເອກະສານດັ່ງກ່າວໄດ້ຮັບການຮັບຮອງເອົາ ຈາກນາຍົກລັດຖະມົນຕີສອງ ທ່ານ ຢູ່ນອກກອງປະຊຸມສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP-26), ຖືບົດບາດສຳຄັນ ເພື່ອຫັນ ເປັນປະຕິບັດ ເປົ້າໝາຍເຮັດໃຫ້ສອງປະເທດ ກາຍເປັນໜຶ່ງໃນສິບ ຄູ່ຮ່ວມມື ດ້ານການຄ້າອັນດັບໜຶ່ງ ຂອງກັນ ແລະ ເພີ່ມທະວີການລົງ ທຶນສອງສົ້ນເປັນສອງເທົ່າ.

ທ່ານລັດຖະມົນຕີ ອົດສະຕຣາລີ ເຫັນດີເພີ່ມທະວີການລົງທຶນ ແລະ ໜູນຊ່ວຍ ຫວຽດນາມ ກ່ຽວກັບ ການປ່ຽນໃໝ່ປະດິດສ້າງ, ພັດທະ ນາ ແບບຍືນຍົງ ແລະ ເຕີບໂຕສີຂຽວ, ກະສິກຳ ເຕັກໂນໂລຊີສູງ, ພ້ອມກັນນັ້ນ ກໍ່ສືບຕໍ່ຮັກສາ ODA ໃຫ້ແກ່ ຫວຽດນາມ.
ສອງຝ່າຍກໍ່ເປັນເອກະສັນກັນ ເພີ່ມທະວີ ການຮ່ວມມືດ້ານວິທະຍາ ສາດ, ເຕັກໂນໂລຊີ ແລະ ແຮງງານ, ການຮ່ວມມືດ້ານການປ້ອງກັນປະເທດຄື: ການບຳລຸງສ້າງ, ການແພດທະຫານ, ອຸດສາຫະກຳປ້ອງກັນປະເທດ ແລະ ການຮ່ວມມື ໃນການເຄື່ອນໄຫວ ຮັກສາສັນຕິ ພາບ ຂອງ ສະຫະປະຊາຊາດ.
ກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ທ່ານນາງລັດຖະມົນຕີ Marise Payne ຢືນຢັນວ່າ ອົດສະຣຕາລີ ຈະສືບຕໍ່ສະໜອງທຶນການສຶກສາ ໃຫ້ນັກສຶກສາ ຫວຽດນາມ; ພິຈາລະນາ ອະນຸຍາດ ໃຫ້ນັກສຶກສາ ຫວຽດນາມທີ່ໄດ້ສັກວັກຊີນ 2 ຄັ້ງແລ້ວ ກັບຄືນປະເທດ ອົດສະຕຣາລີ ເພື່ອການຮຽນຕໍ່.

ກ່ຽວກັບການຮ່ວມມື ໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດໂຄວິດ-19, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ ລັດຖະບານ ອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອ ດ້ານວັກຊີນ ແລະ ອຸປະກອນການແພດຫຼາຍຢ່າງໃຫ້ຫວຽດນາມຢ່າງທັນການ, ພ້ອມກັນນັ້ນ ໄດ້ແບ່ງປັນ ກ່ຽວກັບຍຸດທະສາດ ການປັບຕົວຢ່າງປອດໄພ, ໄຫວພິບ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງ ຫວຽດນາມ ຢ່າງມີປະສິດທິຜົນ” ເພື່ອເຮັດໃຫ້ທົ່ວປະເທດເຂົ້າສູ່ສະພາບປົກກະຕິໃໝ່ໂດຍໄວ.

ກອງປະຊຸມ ADMM ໃນວົງແຄບ: ເພີ່ມທະວີ ຄວາມເຊື່ອໝັ້ນ ກ່ຽວກັບບັນຫາຄວາມສະຫງົບໃນພາກພື້ນ

ຕອນເຊົ້າວັນທີ 10 ພະຈິກ, ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ (ADMM ໃນວົງແຄບ) ໄດ້ໄຂຂຶ້ນຕາມຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານພົນໂທ (ໄດ້ອອກກິນເບ້ຍ ບຳນານແລ້ວ) Pehin Datu Lailaraja Dato Paduka Seri Haji Awang Halbi bin Haji Md Yussof, ລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທີ 2 ບຣູໄນ.
- ຕອນເຊົ້າວັນທີ 10 ພະຈິກ, ກອງປະຊຸມບໍ່ເປັນທາງການ ຂອງລັດ ຖະ ມົນຕີ ປ້ອງກັນປະເທດ ອາຊຽນ-ສ.ເກົາຫຼີ ໄດ້ຈັດຂຶ້ນ ຕາມຮູບ ແບບທາງໄກ.
- ຕອນບ່າຍວັນທີ 10 ພະຈິກ, ກອງປະຊຸມບໍ່ເປັນທາງການຂອງລັດ ຖະມົນຕີປ້ອງກັນປະເທດອາຊຽນ - ອົດສະຕາລີ ໄດ້ໄຂຂຶ້ນຕາມຮູບ ແບບທາງໄກ. ນີ້ແມ່ນການເຄື່ອນໄຫວທີ່ດຳເນີນໄປໃນໂອກາດກອງ ປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM ໃນວົງ ແຄບ).

ທີ່ກອງປະຊຸມ, ຜູ້ຕາງໜ້າປະເທດ ບຣູໄນ ໄດ້ອັບເດັດ ສະພາບການຮ່ວມມື ນັບແຕ່ກອງປະຊຸມ ADMM ຄັ້ງທີ 15 ແລະ ADMM+ ຄັ້ງ ທີ 8 (ເດືອນມິຖຸນາ 2021). ບັນດາທ່ານລັດຖະມົນຕີ ກໍ່ໄດ້ແລກ ປ່ຽນທັດສະນະ ກ່ຽວກັບ ທິດທາງຍຸດທະສາດຂອງ ADMM ເນື່ອງໃນໂອກາດສະເຫຼີມສະຫຼອງ ADMM ຄົບຮອບ 15 ປີ.

ສ່ວນທ່ານພົນໂທ ຟານວັນຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຢືນຢັນບົດບາດຂອງ ADMM ໃນໄລຍະ 15 ປີຜ່ານມາ ໃນການ ສ້າງໂຄງປະກອບໂອ້ລົມສົນທະນາ ແລະ ປຶກສາ ຮັບຟັງ ຄວາມຄິດ ເຫັນ ຂັ້ນລັດຖະມົນຕີປ້ອງກັນປະເທດ ໃນ ອາຊຽນ ກ່ຽວກັບ ບັນດາ ບັນຫາ ຍຸດທະສາດ, ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງຄວາມຮັບຮູ້ລວມ ກ່ຽວກັບ ບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.


ຕອນເຊົ້າວັນທີ 10/11, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າ ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ
ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM ໃນວົງແຄບ) ຕາມຮູບແບບ ທາງໄກ.
ໃນພາບ: ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ຢູ່ ຮ່າ ໂນ້ຍ. ພາບ: ຈ້ອງດຶກ/VNA



ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຢູ່ ຮ່າໂນ້ຍ. ພາບ: ຈ້ອງດຶກ/VNA


ພາບບັນຍາກາດກອງປະຊຸມ ຢູ່ ຮ່າໂນ້ຍ. ພາບ: ຈ້ອງດຶກ/VNA


ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມ ກອງ ປະຊຸມຢູ່ ຮ່າໂນ້ຍ. ພາບ: ຈ້ອງດຶກ/VNA


ໃນລາຍການຂອງກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ (ADMM), ຕອນເຊົ້າວັນທີ 10 ພະຈິກ 2021, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ,
ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ເຂົ້າຮ່ວມ
ການພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ- ສ ເກົາຫຼີ. ພາບ: ຈ້ອງດຶກ/VNA



ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຢູ່ ຮ່າໂນ້ຍ. ພາບ: ຈ້ອງດຶກ/VNA


ທ່ານ Song Young-moo ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ- ສ.ເກົາຫຼີ Song Young-moo ໄດ້ເຂົ້າຮ່ວມກອງປະຊຸມຕາມຮູບແບບທາງໄກ. ພາບ: ຈ້ອງດຶກ/VNA


ໃນກອບລາຍການຂອງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ (ADMM), ຕອນບ່າຍວັນທີ 10 ພະຈິກ 2021 ກອງປະຊຸມບໍ່ເປັນທາງການ ລັດຖະມົນຕີປ້ອງກັນປະເທດ ອາຊຽນ - ອົດສະຕາລີ 
ໄດ້ໄຂຂຶ້ນຕາມຮູບແບບທາງໄກ. ທ່ານພົນໂທ ຮວ່າງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມ ພິທີດັ່ງກ່າວ. ພາບ: ຈ້ອງດຶກ/VNA



ພາບບັນຍາກາດໃນກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ອົດສະຕຣາລີ. ພາບ: ຈ້ອງດຶກ/VNA
ກ່ຽວກັບການທ້າທາຍ ຕໍ່ບົດບາດໃຈກາງ ຂອງ ອາຊຽນ ໃນການຮ່ວມມື ກັບ ບັນດາຄູ່ຮ່ວມມື, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເນັ້ນໜັກວ່າ, ໃນສະພາບທີ່ບັນດາປະເທດໃຫຍ່ ສ້າງຕັ້ງບັນດາກົນໄກຫຼາຍຝ່າຍ ແລະ ຍຸດທະສາດໃໝ່ນັບມື້ນັບຫຼາຍ, ADMM ໄດ້ ແລະ ຈະຕ້ອງສືບຕໍ່ ມານະພະຍາຍາມ ສະແດງໃຫ້ເຫັນບົດບາດ ທີ່ຕັ້ງຂອງຕົນ, ຮັບປະກັນຄວາມດຸ່ນດ່ຽງ ດ້ານຜົນປະໂຫຍດ ຢູ່ພາຍໃນ ແລະ ນອກກຸ່ມ, ຕອບສະໜອງຄວາມເອົາໃຈໃສ່ຂອງ ບັນດາ ຄູ່ຮ່ວມມື ທັງຢູ່ພາຍໃນ ແລະ ນອກ ADMM+, ຮັບປະກັນໃຫ້ບັນ ດາປະເທດນອກ ອາຊຽນ ມີຄວາມຮັບຜິດຊອບ ຕໍ່ບັນດາບັນຫາລວມຂອງພາກພື້ນ.
ຕອນບ່າຍວັນທີ 10 ພະຈິກ, ພິທີມອບ-ຮັບບົດບາດປະທານ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ບັນດາປະເທດ ອາຊຽນ 2022 (ADMM 2022) ໃຫ້ ກຳປູເຈຍ ໄດ້ຈັດຂຶ້ນດ້ວຍຮູບແບບທາງໄກ. ເຂົ້າຮ່ວມພິທີມອບ-ຮັບ ມີລັດຖະມົນຕີກະຊວງປ້ອງກັນປະເທດ/ ຜູ້ ຕາງໜ້າບັນດາກະຊວງປ້ອງກັນປະເທດ ອາຊຽນ ແລະ ທ່ານເລຂາ ທິການໃຫຍ່ ອາຊຽນ Lim Jock Hoi. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມພິທີ ໂດຍທ່ານພົນໂທ ຮ່ວາງຊວນຈ໋ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ເປັນຜູ້ນຳໜ້າ.

ຢືນຢັນວ່າ ການປົກປັກຮັກສາຄວາມສະຫງົບ, ຄວາມປອດໄພດ້ານ ການເດີນທະເລ ແລະ ຄວາມເສລີໃນການເດີນອາກາດ ແມ່ນເປັນຜົນປະໂຫຍດ ຂອງທຸກປະເທດໃນໂລກ. ເພາະສະນັ້ນ, ທ່ານພົນ ເອກ ຟານວັນຢາງ ໃຫ້ວ່າ, ອາຊຽນ ຕ້ອງຍຶດໝັ້ນ ຫຼັກໝັ້ນ ຫຼັກການ ກ່ຽວກັບທະເລຕາເວັນອອກ, ແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຊຸກຍູ້ການສ້າງປະມວນກົດລະບຽບ ການປະ ພຶດ ຕໍ່ ຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທະ ຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS1982 ໂດຍໄວ.

ກ່ຽວກັບໂລກລະບາດໂຄວິດ-19, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢືນຢັນ ຄວາມສາມາດຂອງ ADMM ໃນການປັບຕົວເຂົ້າກັບສະ ພາບການໃໝ່, ໃນນັ້ນມີການຈັດຕັ້ງການເຄື່ອນໄຫວທັງອອນລາຍ ແລະ ຕົວຈິງ, ສອດຄ່ອງກັບຄວາມຮັບຮູ້ລວມ ຂອງບັນດາການນຳຂັ້ນສູງ ອາຊຽນ 38 ແລະ 39 ຜ່ານມາ; ຜ່ານນັ້ນ ສະແດງອອກມາ ຄວາມມານະພະຍາຍາມ ໃນການຮັບມືກັບໂລກລະບາດ, ພ້ອມກັນນັ້ນກໍສະແດງໃຫ້ເຫັນ ຄວາມກຽມພ້ອມປັບຕົວເຂົ້າສູ່ສະພາບປົກກະ ຕິໃໝ່ຢ່າງປອດໄພ, ເປີດປະຕູສູ່ພາຍນອກເທື່ອລະກ້າວ ເພື່ອຮັບ ປະກັນການຟື້ນຟູເສດຖະກິດ-ສັງຄົມ.
ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ໃນ​ສະພາບ​ ການ​ຄ້າ​ທົ່ວ​ໂລກ ມີຄວາມຊຸດໂຊມ​ຍ້ອນ​ການ​ຂັດ​ແຍ່ງ​ດ້ານ​ພູມ​ີສາດ ການ​ເມືອງ​ ແລະ ​ສິ່ງ​ທ້າ​ທາຍ​ອື່ນໆ, ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍັງ​ຄົງ​ເປັນ​ຈຸດໝາຍປາຍທາງ ​ທີ່​ເຕັມໄປດ້ວຍຄວາມຫວັງ​ ຂອງ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

Top