• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫລຸບການປະຕິບັດ 2 ແຜນຮ່າງຂອງລັດຖະບານກ່ຽວກັບແມ່ຍິງໄລຍະ 2017 – 2022

ໄລຍະຈະມາເຖິງ, ສະມາຄົມແມ່ຍິງທຸກຂັ້ນຕ້ອງເອົາໃຈເຖິງກຸ່ມແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ຮັບປະກັນໃຫ້ເຂົາເຈົ້າໄດ້ສຳຜັດກັບບັນດາເນື້ອໃນໄດ້ໂຄສະນາ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VOV)  

ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດກອງປະຊຸມສະຫລຸບ 2 ແຜນຮ່າງຂອງລັດຖະບານໄລຍະ 2017 – 2022 ເຊິ່ງລວມມີ: ແຜນຮ່າງ “ໂຄສະນາເຜີຍແຜ່, ສຶກສາ, ຂົນຂວາຍ, ໜູນຊ່ວຍແມ່ຍິງເຂົ້າຮ່ວມແກ້ໄຂບາງບັນຫາສັງຄົມທີ່ກ່ຽວຂ້ອງເຖິງແມ່ຍິງໄລຍະ 2017 – 2027” (ແຜນຮ່າງ 938) ແລະ ແຜນຮ່າງ “ໜູນຊ່ວຍແມ່ຍິງ Start-up ໄລຍະ 2017 - 2025” (ແຜນຮ່າງ 939).

ໂດຍຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນວິວັດການຜັນຂະຫຍາຍ ສອງແຜນຮ່າງໃນໄລຍະ 1, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ຜ່ານ 5 ປີແຫ່ງການຜັນຂະຫຍາຍ, 2 ແຜນຮ່າງໄດ້ຊ່ວຍໃຫ້ສະມາຄົມແມ່ຍິງທຸກຂັ້ນ ແລະ ບັນດາຂະແໜງການກ່ຽວຂ້ອງແກ້ໄຂຄາດໝາຍໂຄສະນາ, ຂົນຂວາຍ, ໜູນຊ່ວຍແມ່ຍິງເຂົ້າຮ່ວມການແກ້ໄຂບາງບັນຫາສັງຄົມກ່ຽວຂ້ອງເຖິງແມ່ຍິງເທື່ອລະກ້າວ; ແຜ່ຂະຫຍາຍນ້ຳໃຈປະເທດຊາດ Start up ເຖິງແມ່ຍິງໃນທຸກເກັ່ນອາຍຸ, ຂຶ້ນກັບຫຼາຍຂະແໜງການ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໃສ່ໃຈວ່າ: ໄລຍະຈະມາເຖິງ, ສະມາຄົມແມ່ຍິງທຸກຂັ້ນຕ້ອງເອົາໃຈເຖິງກຸ່ມແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ຮັບປະກັນໃຫ້ເຂົາເຈົ້າໄດ້ສຳຜັດກັບບັນດາເນື້ອໃນໄດ້ໂຄສະນາ. ສຳລັບແຜນຮ່າງໜູນຊ່ວຍແມ່ຍິງ Start up ຕ້ອງສືບຕໍ່ຜັນຂະຫຍາຍບັນດາຮູບແບບມີປະສິດທິຜົນ, ພ້ອມທັງເຊື່ອມຕໍ່ປະຊາຄົມແມ່ຍິງ Start up.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top