• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກວ໋າງຫງາຍ: ພິທີໄວ້ອາໄລ, ເຄົາລົບສົບ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ແລະກໍາປູເຈຍ ຈໍານວນ 16 ອັດຖິ

ວັນທີ 5 ມິຖຸນາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງອັກໂຮ່ຍ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຫງາຍ ໄດ້ຈັດພິທີໄວ້ອາໄລ, ເຄົາລົບສົບ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ແລະກໍາປູເຈຍ ຈໍານວນ 16 ອັດຖິ, ເຊິ່ງໄດ້້ທ້ອນໂຮມໃນລະດູແລ້ງ 2025-2026.

ເຂົ້າຮ່ວມພິທີມີ ທ່ານນາງ ຟ້າມທິແທັງຈ່າ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດ.

ເຂົ້າຮ່ວມພິທີຍັງມີທ່ານພົນໂທ ຫງວຽນເຈື່ອງຖັ໋ງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາສະຫາຍກໍາມະການສູນກາງພັກ; ການນໍາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ຄະນະຊີ້ນໍາແຫ່ງຊາດ...

ປະຕິບັດແຜນການລະດູແລ້ງ 2025-2026 ແລະຕອບສະໜອງບັ້ນເຄື່ອນໄຫວ “500 ວັນ ແລະຄືນຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”, ກອງທ້ອນໂຮມອັດຖິ ກອງບັນຊາການທະຫານແຂວງກວ໋າງຫງາຍ (ກອງ K53) ໄດ້ຜັນຂະຫຍາຍການຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິນັກຮົບເສຍສະຫຼະຊີວິດ ໃນບໍລິເວນ 3 ແຂວງພາກໃຕ້ຂອງລາວ ແລະແຂວງ Ratanakiri (ກໍາປູເຈຍ).

ໝາກຜົນ, ຊອກຄົ້ນ, ທ້ອນໂຮມໄດ້ 16 ອັດຖິ, ລະອຽດແມ່ນ: ຢູ່ແຂວງ Ratanakiri ຊອກຄົ້ນໄດ້ 6 ອັດຖິ; ແຂວງເຊກອງ ຊອກຄົ້ນໄດ້ 3 ອັດຖິ; ແຂວງຈໍາປາສັກ ຊອກຄົ້ນໄດ້ 1 ອັດຖິ ແລະແຂວງອັດຕະປື ຊອກຄົ້ນໄດ້ 6 ອັດຖິ.

ໃນບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ບັນດາຜູ້ແທນ ໄດ້ຖະຫວາຍດອກໄມ້, ຈູດທູບທຽນອາໄລຫາ, ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງວິລະຊົນນັກຮົບເສຍສະຫຼະຊີວິດ ເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະເຮັດໜ້າທີ່ສາກົນອັນສູງສົ່ງ.

(ແຫຼ່ງຄັດຈາກ qdnd.vn)

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top