Lionel Messi ສືບຕໍ່ຂຽນຊື່ຕົນເຂົ້າໃນໜ້າປະຫວັດສາດ, ເມື່ອປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນໄຊຊະນະ 3 ປະຕູຕໍ່ 2 ໃນນັດແຂ່ງຂັນລະຫວ່າງງອາກຊັງຕິນ ແລະ ອີຢິບ ເພື່ອເຂົ້າຮອບແຂ່ງຂັນ 8 ທິມສຸດທ້າຍຂອງ World Cup 2026.
Lionel Messi ທຳລາຍສະຖິຕິຍິງບານເຂົ້າປະຕູ. (ພາບ: ຊິນຮົວ/VNA)
ດ້ວຍການຍິງບານເຂົ້າປະຕູ ອີຢິບ, Messi ໄດ້ຍົກຜົນງານຂອງຕົນຂຶ້ນເປັນ 8 ປະຕູ, ສືບຕໍ່ນຳໜ້າບັນຊີລາຍຊື່ລາຊາຍິງບານເຂົ້າປະຕູ. ພ້ອມດຽວກັນນັ້ນ, ລາວກໍເປັນຄົນຍິງບານເຂົ້າປະຕູໃນ 9 ນັດແຂ່ງຂັນ World Cup ຢ່າງຕໍ່ເນື່ອງ.
ສິ່ງທີ່ໜ້າສົນໃຈ, ການສົ່ງບານໃຫ້ Cristian Romero ທີ່ແນ່ນອນ ແມ່ນຜົນງານສ້າງໂອກາດຍິງບານທີ 9 ຂອງ Messi ໃນປະຫວັດສາດບັນດາງານມະຫາກຳກິລາບານເຕະໂລກ, ເຮັດໃຫ້ລາວກາຍເປັນນັກກິລາທີ່ສ້າງໂອກາດຍິງບານເຂົ້າປະຕູຫຼາຍທີ່ສຸດໃນປະຫວັດສາດການແຂ່ງຂັນບານເຕະ.
(ແຫຼ໋ງຄັດຈາກ VOV)