ຜູ້ເຊຍຫຼາຍຄົນໄດ້ສ່ອງແສງການຊື້ປີ້ຜ່ານບັນດາແພຼດຟອມຂາຍປີ້ຄືນຄື StubHub, SeatGeek… ແຕ່ບໍ່ສາມາດເຂົ້າສະໜາມໄດ້ ຍ້ອນປີ້ສົ່ງເຂົ້າແອັບ ທາງການຂອງ FIFA ບໍ່ທັນສຳເລັດ.
ພາບປະກອບ: AP/Emilie Megnien
ສະຫະພັນບານເຕະໂລກ (FIFA) ໃຫ້ຮູ້ຂາຍປີ້ World Cup 2026 ໄດ້ກວ່າ 5 ລ້ານປີ້, ຜ່ານນັ້ນ ຢັ້ງຢືນເຖິງຄວາມດຶງດູດອັນໃຫຍ່ຫຼວງຂອງການແຂ່ງຂັນທີ່ໄດ້ຈັດຂຶ້ນຢູ່ ອາເມລິກາ, ການາດາ ແລະ ເມັກຊີໂກ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບບັນດາຕົວເລກເປັນໜ້າປະທັບໃຈກ່ຽວກັບຈຳນວນຜູ້ຊົມນັ້ນ, ຄະນະຈັດຕັ້ງກໍ່ພວມປະເຊີນໜ້າກັບການໂຕ້ຖຽງທີ່ນັບມື້ນັບເພີ່ມຂຶ້ນທີ່ກ່ຽວຂ້ອງເຖິງສະພາບກັກຕຸນ ແລະການຊື້ປີ້ຢູ່“ຕະຫຼາດມືດ”
ເຊຍຫຼາຍຄົນໄດ້ສ່ອງແສງການຊື້ປີ້ຜ່ານບັນດາແພຼດຟອມຂາຍປີ້ຄືນຄື StubHub, SeatGeek… ແຕ່ບໍ່ສາມາດເຂົ້າສະໜາມໄດ້ ຍ້ອນປີ້ສົ່ງເຂົ້າແອັບ ທາງການຂອງ FIFA ບໍ່ທັນສຳເລັດ. ບາງຄົນໃຫ້ຮູ້ວ່າ ເຂົາເຈົ້າພຽງແຕ່ໄດ້ຮັບແຈ້ງການສົ່ງເງິນຄືນເມື່ອນັດແຂ່ງຂັນໄດ້ດຳເນີນ ຫຼື ໃກ້ຈະສິ້ນສຸດ, ໃນຂະນະທີ່ເຂົາເຈົ້າໄດ້ຈ່າຍເງິນນັບພັນ USDເພື່ອຊື້ປີ້ຍົນ, ຄ່າໂຮງແຮມ ແລະ ຄ່າໃຊ້ຈ່າຍອື່ນໆໃນການເດີນທາງ.
ບັນດາບັນຫາທີ່ກ່ຽວຂ້ອງເຖິງປີ້ຢູ່ຕະຫຼາດມືດ ກໍ່ເຮັດໃຫ້ແຟນບານຫຼາຍຄົນຕຳໜິຕິຕຽນນະໂຍບາຍຂາຍປີ້ ແລະ ການກຳນົດລາຄາທີ່ມີການປ່ຽນແປງຂອງ FIFA. ສຳລັບນັດແຂ່ງຂັນຈຳນວນໜຶ່ງທີ່ມີຄວາມດຶງດູດຫຼາຍ, ຄ່າປີ້ໃນຕະຫຼາດມືດໄດ້ເພີ່ມຂຶ້ນສູງທົບຫຼາຍເທົ່າເມື່ອທຽບໃສ່ລາຄາເດີມ.
(ແຫຼ່ງຄັດຈາກ VOV)