• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Woodsland ສົ່ງອອກເຟີນີເຈີໄມ້ ທົ່ວໂລກ

ກາຍ​ເປັນ​ຜູ້​ສະໜອງ​ຢ່າງ​ເປັນ​ທາງ​ການ​ໃຫ້​ກຸ່ມ​ເຟີ​ນີ​ເຈີ​ໄມ້ ຊັ້ນ​ນຳ​ຂອງ​ໂລກ  IKEA, ​ແມ່ນ​ໜຶ່ງ​ໃນ 15 ຜູ້​ສະໜອງ​ທີ່​ສຳຄັນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ເປັນເວລາຫຼາຍປີຕິດຕໍ່ກັນ, Woodsland ໄດ້ກຸ່ມເຄື່ອງເຟີນີເຈີໄມ້ທີ່ໃຫຍ່ທີສຸດຂອງໂລກ IKEA ຕີລາຄາວ່າເປັນຜູ້ສະໜອງໄມ້ທີ່ມີຄວາມສາມາດບົ່ມຊ້ອນ, ປະຕິບັດຕາມມາດຕະຖານຄຸນນະພາບຢ່າງເຂັ້ມງວດແລະຕອບສະໜອງຄວາມຕ້ອງການຂອງຕະຫຼາດທີ່ເອົາໃຈຍາກຄື EU.

ປັດຈຸບັນ, ຜະລິດຕະພັນໄມ້ໂດຍ Woodsland ເປັນຜູ້ຜະລິດ ແມ່ນມີຢູ່ໃນຕະຫຼາດຂອງ ສ ອາເມລິກາ, ການາດາ, ເອີຣົບ, ຣັດເຊຍແລະຍີ່ປຸ່ນ. ທຳອິດ, Woodsland ແມ່ນບໍລິສັດ ຮ່ວມທຶນ Woodsland, ໄດ້ເລີ່ມການຜະລິດຢ່າງເປັນທາງການ ໃນເດືອນພະຈິກ 2003. ມາ​ຮອດ​ປະຈຸ​ບັນ, Woodsland ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ຂົງ​ເຂດ​ສົ່ງ​ອອກ​ໄມ້ ​ແລະ ​ໄດ້​ກາຍ​ເປັນ​ວິ​ສາ​ຫະກິດ​ໄມ້​​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ.

ບໍລິສັດມີສາມສາຍຜະລິດຕະພັນຕົ້ນຕໍຄື: ຜະລິດຕະພັນຕົກ ແຕ່ງພາຍໃນແລະພາຍນອກສໍາລັບການສົ່ງອອກ, ປະຕູ ແລະ ເຄື່ອງເຟີນີເຈີສໍາລັບຕະຫຼາດພາຍໃນ ແລະ ໄມ້ແປ້ນ ອຸດສາຫະກໍາ. ນີ້​ແມ່ນ​ສາມ​ຂົງ​ເຂດ​ສະໜັບສະໜູນ​ເຊິ່ງກັນ​ ແລະ​ ກັນ ​ເພື່ອ​ຊ່ວຍ​ໃຫ້​ບໍລິສັດ​ນຳ​ໃຊ້​​ໄມ້​ຢ່າງ​ເໝາະ​ສົມ, ​ເຮັດ​ໃຫ້​ບໍລິສັດ​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ເມື່ອ​ທຽບ​ໃສ່​ຜູ້​ສະໜອງ​ອື່ນໆ​ໃນ​ພາກ​ພື້ນ.

ພາບ ຂອງ ໂຮງງານ ຢູ່ ຕວຽນກວາງ ຂອງ ບໍລິສັດຫຸ້ນສ່ວນ Woodsland. ພາບ: ກົງດາດ/VNP

ພາບ ຂອງ ໂຮງງານ ຢູ່ ຕວຽນກວາງ ຂອງ ບໍລິສັດຫຸ້ນສ່ວນ Woodsland. ພາບ: ກົງດາດ/VNP

ແຕ່ລະໂຮງງານຜະລິດຂອງ Woodsland ສາມາດຕອບສະໜອງໄດ້ຕາມຄໍາສັ່ງຊື້ສິນຄ້າຂອງ IKEA ດ້ວຍຈໍານວນຫຼວງຫຼາຍ. ພາບ: ກົງດາດ/VNP

ພື້ນທີ່ສໍາລັບ ອັດໄມ້ເປັນແຜ່ນ ຢູ່ໂຮງງານ Woodsland. ພາບ: ກົງດາດ/VNP

ຂັ້ນຕອນການຜະລິດ ຢູ່ໂຮງງານ ຂອງ Woodsland ສ່ວນ ຫຼາຍ ແມ່ນຄຸ້ມຄອງແບບອັດຕະໂນມັດ ດ້ວຍລະບົບຄອມ ພິວເຕີ. ພາບ: ກົງດາດ/VNP
ກຳມະກອນ ກຳລັງຜະລິດ ແລະ ຫຸ້ມຫໍ່ຜະລິດຕະພັນ ຢູ່ ໂຮງງານ Woodsland. ພາບ: ກົງດາດ/VNP

ມາດຕະຖານໃນການຜະລິດ ຜະລິດຕະພັນຂອງ Woodsland ທັງໝົດແມ່ນຕອບສະໜອງມາດຕະຖານທີ່ເຄັ່ງຄັດຂອງ IKEA. ພາບ: ກົງດາດ/VNP

ພື້ນທີ່ອອກແບບຜະລິດຕະພັນຂອງບໍລິສັດ. ພາບ: Woodsland

ທ່ານ ຫວູ໊ວັນ​ບັ່ງ, ປະທານສະພາບໍລິຫານ​ບໍລິສັດ Woodsland​ໃຫ້​ຮູ້​ວ່າ: Woodsland ມີ​ວິທີ​ການ​ຂອງ​ຕົນ ນັ້ນຄື Woodsland​ບໍ່​ຮັບ​ຊື້​ໄມ້​ເລື່ອຍ, ​ແຕ່​ເລືອກ​ຜູ້​ສະໜອງ​ຕົ້ນກະຖິນ ​ແລະ ​ເລື່ອຍເປັນລາຍລະອຽດທີ່ Woodsland ຕ້ອງການເຊັ່ນ: ຂາໂຕະ, ທີ່ວາງແຂນ... ໃນຂະນະດຽວກັນ, ຜູ້ສະໜອງຂອງມາເລເຊຍຕ້ອງຊື້ໄມ້ແຜ່ນຢູ່ຕະຫຼາດເປີດ. ​ຕົ້ນ​ກະຖິນ​​ເລື່ອຍ​ແລ້ວເມື່ອ​ຊື້​ມາ​ໃຊ້​ ຈະ​ຕ້ອງ​ເສຍ​ຄ່າ​ຫຼາຍ. ດັ່ງນັ້ນ, Woodsland ບໍ່ເລືອກວິທີດັ່ງກ່າວ, ແຕ່ຈະຊື້ໄມ້ທີ່ໄດ້ເລື່ອຍເປັນລາຍລະອຽດ. ດ້ວຍວິທີຄືແນວນີ້ ໄດ້​ນຳ​ມາ​ເຊິ່ງ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເມື່ອ​ທຽບ​ກັບ ມາ​ເລ​ເຊຍ.

ໃນປີ 2015, ເມື່ອກຸ່ມ IKEA ໄດ້ເຄັ່ງຄັດເງື່ອນໄຂຂອງຜູ້ສະໜອງ, ໂດຍສະເພາະມາດຕະຖານການປູກປ່າ FSC.  Woodslandແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ນຳ​ໜ້າ​ໃນ​ການ​ບັນລຸ​ມາດຕະຖານ FSC ຢູ່ ຫວຽດນາມ. Woodsland ໄດ້​ປະສານ​ສົມທົບ​ກັບ​ແຂວງ ຕວຽນກວາງ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ເຂດ​ປູກ​ປ່າ ​ທີ່​ໄດ້​ມາດຕະຖານ FSC. Woodsland ໄດ້ຮ່ວມມື, ຊ່ວຍໃຫ້ບັນລຸມາດຕະຖານການປູກປ່າ FSC ເຊັ່ນ: ການຈ່າຍຄ່າຜູ້ຊ່ຽວຊານ, ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບມາດຕະຖານ FSC. ສໍາລັບສອງສາມປີທໍາອິດ ຫຼັງຈາກບັນລຸມາດ ຕະຖານ FSC, Woodsland ຈະບໍ່ເກັບຄືນ ຄ່າໃຊ້ຈ່າຍໃນການລົງທຶນ. ຫຼັງຈາກໄມ້ຖືກຂຸດຄົ້ນແລ້ວ, Woodsland ຈະຊື້ຄືນ ແລະ ຄ່ອຍໆຫັກອອກຈາກຜະລິດຕະພັນທີ່ຊື້.

ກ່ອນຈະບັນລຸໄດ້ FSC, ປະຊາຊົນໄດ້ຂາຍໄມ້ຢືນຕົ້ນໃນລາຄາ 800.000 ດົ່ງ/ມ3, ແຕ່ພາຍຫຼັງໄດ້ຮັບໃບຢັ້ງຢືນ, ລາຄາຂາຍແມ່ນ 900.000 ດົ່ງ. “ພວກເຂົາເຫັນມີຜົນປະໂຫຍດ. ສະ​ນັ້ນ, ນອກ​ຈາກບັນດານິຄົມປ່າໄມ້​ແລ້ວ, ປະຊາຊົນກໍ່​ມັກ​ເຮັດ​ວຽກ​ນຳ. ນັບ​ແຕ່​ນັ້ນ​ມາ, ກຸ່ມ​ຄົວ​ເຮືອນ FSC ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ຮ່ວມ​ກັນ​ເຮັດ​ໃບ​ຢັ້ງ​ຢືນ,” ທ່ານ​ບັ່ງ ໄດ້ໃຫ້ຮູ້ຄືແນວນັ້ນ. 

ອາດ​ເວົ້າ​ໄດ້​ວ່າ Woodsland ​ໄດ້​ປະກອບສ່ວນ​ສ້າງ​ຕັ້ງ​ຂະ​ບວນການ​ປູກ​ຕົ້ນ​ໄມ້​ໄດ້​ມາດຕະຖານ FSC ​ໃຫ້​ປະຊາຊົນ​ແຂວງ ຕວຽນກວາງ, ​ໃນ​ນັ້ນ​ມີ​ແຂວງ ບັກ​ກ້ານ, ​ຖາຍ​ງວຽນ ​ແລະ ອື່ນໆ.

ໃນປີ 2021, ເຊິ່ງເປັນປີທີ່ໄດ້ຮັບຜົນກະທົບຈາກການ ແຜ່ລະບາດຂອງໂຄວິດ-19 ຢ່າງໜັກໜ່ວງ, Woodsland ຍັງມຸ່ງໝັ້ນທີ່ຈະຊື້ໄມ້ມາດຕະຖານ FSC 70%ນໍາປະຊາຊົນ ແລະ ໃຫ້ຄໍາໝັ້ນສັນຍາ, ໃນປີ 2022, ເມື່ອສະຖານະການເສດຖະກິດດີຂຶ້ນຈະບໍລິໂພກຊັບພະຍາກອນໄມ້ FSC ທັງໝົດ ໃຫ້ແກ່ປະຊາຊົນ.

ມູມໜຶ່ງວາງສະແດງຜະລິດຕະພັນຂອງ Woodsland ຢູ່ໃນຫ້ອງການ. ພາບ: ກົງດາດ/VNP

ດ້ວຍ​ທ່າ​ໄດ້​ປຽບ​ດ້ານ​ທຶນຮອນ, ຊັບພະຍາກອນ​ມະນຸດ​ ແລະ ວັດຖຸດິບ ທີ່​ອຸດົມສົມບູນແລະ ​ພິເສດ​ແມ່ນ​ພາຍຫຼັງ​ການ​ຄົ້ນຄວ້າ ​ແລະ ອອກ​ແບບ​ເປັນ​ເວລາ​ຍາວ​ນານ, Woodsland​ໄດ້​ເປີດ​ຕົວ​ຍີ່ຫໍ້  Eureka - Home Furniture, ສັນຍາ​ວ່າ​ຈະ​ນຳ​ໜ້າ​ບັນດາ​ຍີ່​ຫໍ້​ຜະລິດ​ຕະພັນ​ເຄື່ອງ​ເຟີ​ນີ​ເຈີ​ຢູ່ ຫວຽດນາມ. ຜະລິດຕະພັນຂອງ Eureka ບໍ່ພຽງແຕ່ໄດ້ມາດຕະຖານ ເອີຣົບ ຕັ້ງແຕ່ການອອກແບບຈົນເຖິງສາຍການຜະລິດເທົ່ານັ້ນ, ແຕ່ຍັງມີຄວາມແທດຈິງ ແລະ ເໝາະສົມກັບວັດທະນະທໍາ ແລະ ວິຖີຊີວິດຂອງຊາວຫວຽດນາມ ອີກດ້ວຍ.

ບົດ: ຖາວວີ - ພາບ: ກົງດາດ ແລະ ເອກະສານຂອງ Woodsland ສະໜອງໃຫ້ - ແປໂດຍ: ຢືຟຽນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top