• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຢູ່​ລະ​ດັບ​ສູງ​ສຸດ​ກັບ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ Stephan Mergenthaler, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ໂລກ (WEF).
ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ​ໃຫ້​ການ​ຕ້ອນ​ຮັບ ​ທ່ານ Stephan Mergenthaler, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ໂລກ (ພ​າບ: VNA)

ທີ່​ການ​ຕ້ອນ​ຮັບ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ພວມ​ຍູ້​ແຮງ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂດຍ​ໄວ ແລະ ຍືນ​ຍົງ. ເພື່ອ​ຫັນ​ເປົ້າ​ໝາຍ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຫວຽດ​ນາມ ພວມ​ສຸມ​ໃສ່​ປັບ​ປຸ​ງ​ລະ​ບອບ​ລະ​ບຽບ​ການ, ໝູນ​ໃຊ້​ບັນ​ດາ​ມາດ​ຖານ​ສາ​ກົນ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອ​ບ​ທຳ​ຂອງ​ນັກ​ລົງ​ທຶນ, ພ້ອມ​ທັງ​ຍົກ​ສູງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​, ທ່າ​ກຳ​ປັ່ນ, ການ​ບິນ, ພະ​ລັງ​ງານ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍານກອນ​ມະ​ນຸ​ດ​ທີ່​ມີ​ຄຸນ​ນະ​ພ​າບ​ສູງ​ຢ່າງ​ຄົບ​ຊຸດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ WEF ສືບ​ຕໍ່​ຮ່ວມ​ເດີ​ນ​ທາງ, ເປັນ​ຂົວ​ເຊື່ອມ​ຕໍ່​ໜູນ​ຊ່ວຍ​ການ​ແບ່ງ​ປັນ​ຄວາມ​ຮູ້, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ ແລະ ເຊື່ອມ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ສາ​ກົນ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ໂດຍມຸ່ງ​ໄປ​ເຖິງ​ປີ APEC 2027, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ຢາກໃຫ້​ສອງ​ຝ່າຍ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ບັນ​ດ​າ​ເວ​ທີ​ປາ​ໄສ​ແລກ​ປ່ຽນ​ນະ​ໂຍ​ບາຍ, ການ​ເຊື່ອມ​ຕໍ່​ຮ່ວມ​ມື​ເສດ​ຖະ​ກິດ.

ສ່ວນ​ທ່ານ Stephan Mergenthaler ຢັ້ງ​ຢືນ​ວ່າ WEF ປາດ​ຖາ​ໜາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ. ພິ​ເສດ, ໂດຍມຸ່ງ​ໄປ​ເຖິງ​ປີ 2027 ເມື່ອ ຫວຽດ​ນາມ​ ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ເຈົ້າ​ພາບ APEC 2027, WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າ​ງ​ແໜ້ນ​ແຟ້ນ​ຢູ່​ລະ​ດັບ​ສູງ​ສຸດ​ເພື່ອ​ແນ​ໃສ່​ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ພາກຂົງເຂດ​ເອ​ກະ​ຊົນ ແລະ ປະ​ຊ​າ​ຄົມ​ສາ​ກົນຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top