• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Vinh Anh Food –ຜົນສໍາເລັດຈາກການຄິດລ່ວງໜ້າການຕະຫຼາດ

ພາຍຫຼັງ​ຫຼາຍ​ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ​ຂະຫຍາຍຕົວ, ບໍລິສັດ​ຫຸ້ນ​ສ່ວນ​ສະບຽງອາຫານ ວິງແອງ (Vinh Anh Food) ໄດ້​ຢືນຢັນ​ທີ່​ຕັ້ງ ​ແລະ ຂະໜາດ​ຂອງ​ຕົນ ​ເມື່ອ​ກາຍ​ເປັນ​ວິສາຫະກິດນຳ​ໜ້າ​ໃນ​ຂົງ​ເຂດ​ຂ້າ​ສັດ ​ແລະ ປຸງ​ແຕ່ງ​ສະບຽງ​ອາຫານ​ຢູ່ພາກ​ເໜືອ. Vinh Anh Food

ຕາມ​ການ​ແບ່ງ​ປັນ​ຂອງ​ທ່ານ ດ່າວກວາງວິງ (ຜູ້​ອໍາ​ນວຍ​ການ​ Vinh AnhFood), ພາຍຫຼັງ​ອອກ​ຈາກກອງທັບ​, ທ່ານ​ວິງ​​ຖືກ​ພໍ່ສົ່ງໄປເຮັດວຽກໃນ​ໂຮງ​ຂ້າ​ສັດ​ຂອງ​ບໍລິສັດສະບຽງ​ອາຫານ​ຮ່າ​ໂນ້ຍ.ໃນ​​ໃຈຂອງທ່ານ ດ່າວກວາງວິງ, ບັນດາ​ຮູບ​ພາບ​ຂອງ​ໂຮງ​ຂ້າ​ສັດ​ແລະ ຕ່ອງໂສ້ທີ່ທັນສະໄໝກ່ຽວ​ກັບການ​ຂ້າ​ສັດລ້ຽງ ​ທີ່​ເພິ່ນ​ໄດ້​ເຫັນ​ໃນ​ຮູບ​ເງົາ​ຍັງ​ຄົງ​ເກີດ​ຂຶ້ນເລື້ອຍໆ ​ທັງ ຢູ່​ໃນ​ຄວາມຝັນ. ພິເສດ​, ທ່ານ ວິງ ຮູ້ສຶກປະ​ທັບ​ໃຈ​ຕໍ່ວິ​ທີ​ການ​ເຮັດໃຫ້ໝູຕາຍ ​ກ່ອນ​ທີ່​ຈະ​ເອົາໄປຂ້າຂອງປະເທດ ຕາເວັນຕົກ. ທ່ານ ວິງ ໃຫ້ຮູ້ວ່າ: “ເຂົາເຈົ້າໄດ້ ໃຊ້ໄຟຟ້າ ເພື່ອເຮັດໃຫ້ໝູສະຫຼົບໄປ ກ່ອນຈະເອົາມັນໄປຂ້າ, ດັ່ງນັ້ນໝູໄດ້ຕາຍໄປຢ່າງສະຫງົບ, ບໍ່ຮູ້ສຶກເຈັບປວດ. ພວກມັນໄດ້ຮັບສິດທິຂອງສັດ. ຂັ້ນຕອນການ ຂູດຂົນໝູ ກໍ່ໄດ້ເຮັດ​ດວ້ຍ​ເຄື່ອງ​ຈັກ​, ໝູ ຖືກຫ້ອຍຂຶ້ນ ແລ້ວຈຶ່ງຜ່າ​, ບໍ່​ແຕະ​ພື້ນ​, ສະ​ອາດ​ຫຼາຍ​”.

ເບິ່ງ​ຄືນ​ການ​ຂ້າ​ສັດລ້ຽງ​ຢູ່​ ຮ່າ​ໂນ້ຍ ​ໃນ​ເວລາ​ນັ້ນ​ຍັງຫຼ້າ ຫຼັງຫຼາຍ, ສຽງ​ໝູຮ້ອງກ່ອນ​ທີ່​​ຈະຕາຍ ແລະ ​ຂັ້ນ​ຕອນ​ຂອງ​ການ​ຂ້າ​ສັດ​ໄດ້​ເຮັດ​ໃຫ້​ທ່ານ ວິງ ຖືກຫຼອກຫຼອນ ໃນສະໝອງ. ນັ້ນແມ່ນເຫດຜົນເຮັດໃຫ້ທ່ານ ວິງ ຄິດ​ວ່າເປັນ​ຫຍັງ​ຈຶ່ງ​ບໍ່​ນຳສາຍ​ການ​ຂ້າ​ສັດ​ ແລະ​ ການ​ປຸງ​ແຕ່ງ​ແບບທັນ​ສະ​ໄໝ, ບັນລຸມາດຕະຖານຄວາມປອດໄພ ດ້ານສະບຽງອາຫານ ເຂົ້າມາຮັບໃຊ້ໃຫ້ ການຜະລິດຊີ້ນສະອາດໃນຕະຫຼາດ ຫວຽດນາມ”.

ຕ່ອງໂສ້ປຸງ​ແຕ່ງ​ສະ​ບຽງ​ອາ​ຫານ​ທີ່ທັນ​ສະ​ໄໝ ​ຂອງ​ບໍ​ລິ​ສັດ Vinh Anh Foods. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ
ໝູ ໄດ້ທໍາຄວາມສະອາດ ດ້ວຍລະບົບກໍາຈັດຂົນ ແບບອັດຕະ ໂນມັດ ສະອາດໄດ້ເຖິງ 98%, ໂດຍບໍ່ມີຜົນກະທົບຕໍ່ ຄຸນນະພາບ ຂອງຊີ້ນ. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ
ຄົນງານນຸ່ງເສື້ອຂາວ, ຖົງມື, ໜ້າກາກ ແລະ ເກີບໃສ່ໃນໂຮງງານຂອງສາຍຂ້າສັດອຸດສາຫະກຳ. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ
ຜະລິດຕະພັນຫຼັກຂອງ Vinh Anh Food ແມ່ນຊີ້ນ ແຊ່ແຂງ, ຊີ້ນແຊ່ເຢັນ ແລະ ບັນດາຜະລິດຕະພັນປຸງແຕ່ງຈາກຊີ້ນ ເຊັ່ນ: ຢໍ່, ຈ໊າ ແລະ ອື່ນໆ. ພາບ: ເອກະສານ ຂອງ ສະບຽງອາຫານ ວິງແອງ
Vinh Anh Food ຮູ້ສຶກພາກພູມໃຈ ທີ່ເປັນ​ຜູ້ນຳໜ້າໃນ​ການ​ສ້າງ​ຕ່ອງ​ໂສ້​ຜະລິດ​ຊີ້ນ​ໝູ​ທີ່ສະອາດ ແລະ ບອດໄພ, ສ້າງ​ບັນດາ​ຜະລິດ​ຕະພັນ​ຄຸນ​ນະພາ​ບສູງ, ຮັບ​ໃຊ້​ຜູ້​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ, ຍົກ​ສູງ​ຄຸນຄ່າ​ຊີ້ນ​ໝູ​ ຫວຽດນາມ ​ໃນ​ຕະຫຼາດ​ສາກົນ. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ

ປີ 2012, ພາຍຫຼັງ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສະ​ບຽງ​ອາ​ຫານ ວິງແອງ, ໂຮງ​ງານ​ປຸງ​ແຕ່ງ​ຊີ້ນ​ສົດ​ທີ່​ສະ​ອາດ​ໄດ້ສ້າງຕັ້ງດ້ວຍ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ພາກ​ເໜືອ. ເວລານັ້ນ ນັກ​ທຸ​ລະ​ກິດຖື​ນາມ​ສະ​ກຸນ ​ດ່າວ​ ໄດ້​ລົງ​ທຶນ​ກວ່າ 80 ຕື້​ດົ່ງ​ ເຂົ້າໃນ​ສາຍ​ການ​ຜະ​ລິດ​ໃໝ່. ບັນດາຕ່ອງໂສ້, ອຸປະກອນ ແລະ ເຄື່ອງຈັກ ຮັບໃຊ້ການຂ້າສັດ ແລະ ປຸງແຕ່ງຊີ້ນໝູແມ່ນໄດ້ນຳເຂົ້າ ແລະ ຖ່າຍທອດເຕັກໂນໂລຊີ ຈາກປະເທດ ຝຣັ່ງ ແລະ ສປ ຈີນ ດ້ວຍກຳລັງການຜະລິດໝູ 600-1.000 ໂຕ/ຄັ້ງ, ຮັບປະກັນ ດ້ານວິທະຍາສາດ ແລະ ທັນສະໄໝ.

ປັດຈຸ​ບັນ, ໂຮງ​ຂ້າ​ສັດ Vinh Anh Food​ ແມ່ນ​ໜຶ່ງ​ໃນ​ບັນດາ​ໂຮງງານ​ເຕັກ​ໂນ​ໂລ​ຊີຄົບຊຸດ ແລະ ທັນ​ສະ​ໄໝ ທີ່ສຸດ​ຢູ່​ພາກ​ເໜືອ.

Vinh Anh Food ແມ່ນໂຮງງານແຫ່ງດຽວທີ່ໄດ້ຫັນເປັນຄົບ ຊຸດ ບັນດາຂັ້ນຕອນໃນຕ່ອງໂສ້ຂ້າສັດ. ຕ່າງກັບໂຮງ ຂ້າສັດແບບຫັດຖະກຳ, ຂັ້ນຕອນການຂ້າສັດ ຂອງບໍລິສັດ ໄດ້ປະຕິ ບັດແບບວິທະຍາສາດ, ມີແບບແຜນ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານແລະສະຫວັດດີການສັດ.

ທ່ານ​ຜູ້ອຳນວຍການ​ໃຫຍ່ ດ່າວກວາງ​ວິງ ​ກ່າວວ່າ​ໂຮງ​ຂ້າ​ສັດ​ພຽງ​ແຕ່​ແມ່ນສ່ວນສຳຮອງ, ​ເຄື່ອງ​ໝາຍ​ການຄ້າ Vinh Anh Food ໄດ້​ຮັບ​ຈາກ​ສາຍການ ຜະລິດທີ່ ໄດ້ມາດ​ຕະ​ຖານ. ດັ່ງ​ນັ້ນ​, ຄວາມ​ເລິກ​ເຊິ່ງ​ຂອງ​ເຄື່ອງໝາຍການຄ້າ​ສະ​ບຽງ​ອາ​ຫານ​ແມ່ນ​ຂັ້ນ​ຕອນ​ການ​ລ້ຽງສັດ. ເພື່ອມີຜະລິດຕະພັນທີ່ດີ: ແນວພັນຕ້ອງໄດ້ຮັບການຮັບປະກັນ, ອາຫານໄດ້ຮັບ ການຄວບຄຸມຫຼືຊື້ຈາກບໍລິສັດທີ່ມີຊື່ສຽງ; ຂະ​ບວນການ​ນຳ​ໃຊ້​ວັກ​ຊີນ, ຢາຕ້ານ​ເຊື້ອ, ຢາ​ຮັກສາສັດ ຕ້ອງ​ມີ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດດັ່ງ​ນັ້ນ, ວິງແອງ ​ໄດ້​ເຊົ່າ​ຟາມລ້ຽງ​ໝູດ້ວຍ​ຕົນ​ເອງ ​ເພື່ອໃຫ້​ມີ​ແຫຼ່ງອາຫານ​ທີ່​ໜ້າ​ເຊື່ອ​ຖື​ ຮັບໃຊ້ໃຫ້​ແກ່​ໂຮງງານ ​ແລະ ​ເຂົ້າ​ໃຈ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຜູ້ລ້ຽງສັດ. Vinh Anh Food ໄດ້​ຮ່ວມ​ກັບ​ກຸ່ມບໍລິສັດຜະລິດ ອາຫານ De Heus Feed ຂອງ​ປະເທດ ໂຮນ​ລັງ ແລະ​ຟາມ​ລ້ຽງ​ໝູ​ຂະ​ໜາດ​ໃຫຍ່​ ທາງພາກ​ເໜືອ ແລະ ​ພາກ​ກາງຕອນເໜືອ.

 
 
ຜະລິດຕະພັນ ຈຳນວນໜຶ່ງທ່ີປຸງແຕ່ງຈາກຊີ້ນໝູ ຂອງ Vinh Anh Foods. ພາບ: ກົງດາດ/VNP

ຄຽງ​ຄູ່​ກັບ​ນັ້ນ, Vinh Anh Food ຮູ້ສຶກພາກພູມໃຈ ທີ່ເປັນ​ຜູ້ ນຳໜ້າໃນ​ການ​ສ້າງ​ຕ່ອງ​ໂສ້​ຜະລິດ​ຊີ້ນ​ໝູ​ທີ່ສະອາດ ແລະ ບອດໄພ, ສ້າງ​ບັນດາ​ຜະລິດ​ຕະພັນ​ຄຸນ​ນະພາ​ບສູງ, ຮັບ​ໃຊ້​ຜູ້​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ, ຍົກ​ສູງ​ຄຸນຄ່າ​ຊີ້ນ​ໝູ​ ຫວຽດນາມ ​ໃນ​ຕະຫຼາດ​ສາກົນ.

ບໍ່​ພຽງ​ແຕ່​ດຳ​ເນີນ​ທຸ​ລະ​ກິດ​ເທົ່າ​ນັ້ນ, ວິງແອງ ຍາມ​ໃດ​ກໍ​​ພະ​ຍາ​ຍາມ​ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການເຮັດໃຫ້​ລາ​ຄາ​ ໃນຕະຫຼາດ ມີສະຖຽນລະພາບ ​ໃນ ຮ່າ​ໂນ້ຍ ແລະ ແຂວງ​ອື່ນໆ; ສົມທົບ​ກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ການ​ລ້ຽງສັດ ​ເພື່ອ​ເຊື່ອມ​ຕໍ່ກັບ​ບັນດາ​ຄອບຄົວ​ລ້ຽງສັດ​ໃນ​ທົ່ວ​ປະ​ເທດ, ຮັບປະກັນ​ແຫຼ່ງຈຳໜ່າຍໃຫ້ແກ່​ຜູ້ລ້ຽງສັດ​.

ດ້ວຍ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອຊຸມຊົນ, ວິງແອງ ​ແມ່ນ​ຮູບ​ແບບ​ການ​ຮ່ຳຮຽນ ​ແລະ ຄົ້ນ​ຄວ້າ​ຂອງ​ຫຼາຍ​ຄູ່​ຮ່ວມ​ມື​ມຸ່ງ​ໄປ​ສູ່​ການ​ພັດທະນາ​ສະບຽງ​ອາຫານ​ສະອາດ ​ແລະ ປອດ​ໄພ, ​ເປັນ​ແບບຢ່າງ​ໃຫ້​ນັກຮຽນ, ນັກ​ສຶກສາ ​ແລະ ບັນດາ​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ກຸ່ມ​ຊຸມ​ຊົນມາຢ້ຽມຊົມ.

ບົດ: ຖາວວີ - ພາບ: ກົງດາດ ແລະ ເອກະສານຂອງ Vinh AnhFood- ແປໂດຍ: ຢືຟຽນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top