ພາຍຫຼັງຫຼາຍປີແຫ່ງການກໍ່ສ້າງ ແລະ ຂະຫຍາຍຕົວ, ບໍລິສັດຫຸ້ນສ່ວນສະບຽງອາຫານ ວິງແອງ (Vinh Anh Food) ໄດ້ຢືນຢັນທີ່ຕັ້ງ ແລະ ຂະໜາດຂອງຕົນ ເມື່ອກາຍເປັນວິສາຫະກິດນຳໜ້າໃນຂົງເຂດຂ້າສັດ ແລະ ປຸງແຕ່ງສະບຽງອາຫານຢູ່ພາກເໜືອ. Vinh Anh Food
ຕາມການແບ່ງປັນຂອງທ່ານ ດ່າວກວາງວິງ (ຜູ້ອໍານວຍການ Vinh AnhFood), ພາຍຫຼັງອອກຈາກກອງທັບ, ທ່ານວິງຖືກພໍ່ສົ່ງໄປເຮັດວຽກໃນໂຮງຂ້າສັດຂອງບໍລິສັດສະບຽງອາຫານຮ່າໂນ້ຍ.ໃນໃຈຂອງທ່ານ ດ່າວກວາງວິງ, ບັນດາຮູບພາບຂອງໂຮງຂ້າສັດແລະ ຕ່ອງໂສ້ທີ່ທັນສະໄໝກ່ຽວກັບການຂ້າສັດລ້ຽງ ທີ່ເພິ່ນໄດ້ເຫັນໃນຮູບເງົາຍັງຄົງເກີດຂຶ້ນເລື້ອຍໆ ທັງ ຢູ່ໃນຄວາມຝັນ. ພິເສດ, ທ່ານ ວິງ ຮູ້ສຶກປະທັບໃຈຕໍ່ວິທີການເຮັດໃຫ້ໝູຕາຍ ກ່ອນທີ່ຈະເອົາໄປຂ້າຂອງປະເທດ ຕາເວັນຕົກ. ທ່ານ ວິງ ໃຫ້ຮູ້ວ່າ: “ເຂົາເຈົ້າໄດ້ ໃຊ້ໄຟຟ້າ ເພື່ອເຮັດໃຫ້ໝູສະຫຼົບໄປ ກ່ອນຈະເອົາມັນໄປຂ້າ, ດັ່ງນັ້ນໝູໄດ້ຕາຍໄປຢ່າງສະຫງົບ, ບໍ່ຮູ້ສຶກເຈັບປວດ. ພວກມັນໄດ້ຮັບສິດທິຂອງສັດ. ຂັ້ນຕອນການ ຂູດຂົນໝູ ກໍ່ໄດ້ເຮັດດວ້ຍເຄື່ອງຈັກ, ໝູ ຖືກຫ້ອຍຂຶ້ນ ແລ້ວຈຶ່ງຜ່າ, ບໍ່ແຕະພື້ນ, ສະອາດຫຼາຍ”.
ເບິ່ງຄືນການຂ້າສັດລ້ຽງຢູ່ ຮ່າໂນ້ຍ ໃນເວລານັ້ນຍັງຫຼ້າ ຫຼັງຫຼາຍ, ສຽງໝູຮ້ອງກ່ອນທີ່ຈະຕາຍ ແລະ ຂັ້ນຕອນຂອງການຂ້າສັດໄດ້ເຮັດໃຫ້ທ່ານ ວິງ ຖືກຫຼອກຫຼອນ ໃນສະໝອງ. ນັ້ນແມ່ນເຫດຜົນເຮັດໃຫ້ທ່ານ ວິງ ຄິດວ່າ“ເປັນຫຍັງຈຶ່ງບໍ່ນຳສາຍການຂ້າສັດ ແລະ ການປຸງແຕ່ງແບບທັນສະໄໝ, ບັນລຸມາດຕະຖານຄວາມປອດໄພ ດ້ານສະບຽງອາຫານ ເຂົ້າມາຮັບໃຊ້ໃຫ້ ການຜະລິດຊີ້ນສະອາດໃນຕະຫຼາດ ຫວຽດນາມ”.
ຕ່ອງໂສ້ປຸງແຕ່ງສະບຽງອາຫານທີ່ທັນສະໄໝ ຂອງບໍລິສັດ Vinh Anh Foods. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ
ໝູ ໄດ້ທໍາຄວາມສະອາດ ດ້ວຍລະບົບກໍາຈັດຂົນ ແບບອັດຕະ ໂນມັດ ສະອາດໄດ້ເຖິງ 98%, ໂດຍບໍ່ມີຜົນກະທົບຕໍ່ ຄຸນນະພາບ ຂອງຊີ້ນ. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ
ຄົນງານນຸ່ງເສື້ອຂາວ, ຖົງມື, ໜ້າກາກ ແລະ ເກີບໃສ່ໃນໂຮງງານຂອງສາຍຂ້າສັດອຸດສາຫະກຳ. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ
ຜະລິດຕະພັນຫຼັກຂອງ Vinh Anh Food ແມ່ນຊີ້ນ ແຊ່ແຂງ, ຊີ້ນແຊ່ເຢັນ ແລະ ບັນດາຜະລິດຕະພັນປຸງແຕ່ງຈາກຊີ້ນ ເຊັ່ນ: ຢໍ່, ຈ໊າ ແລະ ອື່ນໆ. ພາບ: ເອກະສານ ຂອງ ສະບຽງອາຫານ ວິງແອງ
Vinh Anh Food ຮູ້ສຶກພາກພູມໃຈ ທີ່ເປັນຜູ້ນຳໜ້າໃນການສ້າງຕ່ອງໂສ້ຜະລິດຊີ້ນໝູທີ່ສະອາດ ແລະ ບອດໄພ, ສ້າງບັນດາຜະລິດຕະພັນຄຸນນະພາບສູງ, ຮັບໃຊ້ຜູ້ບໍລິໂພກພາຍໃນປະເທດ, ຍົກສູງຄຸນຄ່າຊີ້ນໝູ ຫວຽດນາມ ໃນຕະຫຼາດສາກົນ. ພາບ: ເອກະສານຂອງ ສະບຽງອາຫານ ວິງແອງ
ປີ 2012, ພາຍຫຼັງໄດ້ສ້າງຕັ້ງບໍລິສັດຫຸ້ນສ່ວນສະບຽງອາຫານ ວິງແອງ, ໂຮງງານປຸງແຕ່ງຊີ້ນສົດທີ່ສະອາດໄດ້ສ້າງຕັ້ງດ້ວຍຂະໜາດໃຫຍ່ທີ່ສຸດຢູ່ພາກເໜືອ. ເວລານັ້ນ ນັກທຸລະກິດຖືນາມສະກຸນ ດ່າວ ໄດ້ລົງທຶນກວ່າ 80 ຕື້ດົ່ງ ເຂົ້າໃນສາຍການຜະລິດໃໝ່. ບັນດາຕ່ອງໂສ້, ອຸປະກອນ ແລະ ເຄື່ອງຈັກ ຮັບໃຊ້ການຂ້າສັດ ແລະ ປຸງແຕ່ງຊີ້ນໝູແມ່ນໄດ້ນຳເຂົ້າ ແລະ ຖ່າຍທອດເຕັກໂນໂລຊີ ຈາກປະເທດ ຝຣັ່ງ ແລະ ສປ ຈີນ ດ້ວຍກຳລັງການຜະລິດໝູ 600-1.000 ໂຕ/ຄັ້ງ, ຮັບປະກັນ ດ້ານວິທະຍາສາດ ແລະ ທັນສະໄໝ.
ປັດຈຸບັນ, ໂຮງຂ້າສັດ Vinh Anh Food ແມ່ນໜຶ່ງໃນບັນດາໂຮງງານເຕັກໂນໂລຊີຄົບຊຸດ ແລະ ທັນສະໄໝ ທີ່ສຸດຢູ່ພາກເໜືອ.
Vinh Anh Food ແມ່ນໂຮງງານແຫ່ງດຽວທີ່ໄດ້ຫັນເປັນຄົບ ຊຸດ ບັນດາຂັ້ນຕອນໃນຕ່ອງໂສ້ຂ້າສັດ. ຕ່າງກັບໂຮງ ຂ້າສັດແບບຫັດຖະກຳ, ຂັ້ນຕອນການຂ້າສັດ ຂອງບໍລິສັດ ໄດ້ປະຕິ ບັດແບບວິທະຍາສາດ, ມີແບບແຜນ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານແລະສະຫວັດດີການສັດ.
ທ່ານຜູ້ອຳນວຍການໃຫຍ່ ດ່າວກວາງວິງ ກ່າວວ່າໂຮງຂ້າສັດພຽງແຕ່ແມ່ນສ່ວນສຳຮອງ, ເຄື່ອງໝາຍການຄ້າ Vinh Anh Food ໄດ້ຮັບຈາກສາຍການ ຜະລິດທີ່ ໄດ້ມາດຕະຖານ. ດັ່ງນັ້ນ, ຄວາມເລິກເຊິ່ງຂອງເຄື່ອງໝາຍການຄ້າສະບຽງອາຫານແມ່ນຂັ້ນຕອນການລ້ຽງສັດ. ເພື່ອມີຜະລິດຕະພັນທີ່ດີ: ແນວພັນຕ້ອງໄດ້ຮັບການຮັບປະກັນ, ອາຫານໄດ້ຮັບ ການຄວບຄຸມຫຼືຊື້ຈາກບໍລິສັດທີ່ມີຊື່ສຽງ; ຂະບວນການນຳໃຊ້ວັກຊີນ, ຢາຕ້ານເຊື້ອ, ຢາຮັກສາສັດ ຕ້ອງມີລະບຽບການຢ່າງເຂັ້ມງວດ… ດັ່ງນັ້ນ, ວິງແອງ ໄດ້ເຊົ່າຟາມລ້ຽງໝູດ້ວຍຕົນເອງ ເພື່ອໃຫ້ມີແຫຼ່ງອາຫານທີ່ໜ້າເຊື່ອຖື ຮັບໃຊ້ໃຫ້ແກ່ໂຮງງານ ແລະ ເຂົ້າໃຈຄວາມມຸ່ງມາດປາດຖະໜາຂອງຜູ້ລ້ຽງສັດ. Vinh Anh Food ໄດ້ຮ່ວມກັບກຸ່ມບໍລິສັດຜະລິດ ອາຫານ De Heus Feed ຂອງປະເທດ ໂຮນລັງ ແລະຟາມລ້ຽງໝູຂະໜາດໃຫຍ່ ທາງພາກເໜືອ ແລະ ພາກກາງຕອນເໜືອ.
ຜະລິດຕະພັນ ຈຳນວນໜຶ່ງທ່ີປຸງແຕ່ງຈາກຊີ້ນໝູ ຂອງ Vinh Anh Foods. ພາບ: ກົງດາດ/VNP
ຄຽງຄູ່ກັບນັ້ນ, Vinh Anh Food ຮູ້ສຶກພາກພູມໃຈ ທີ່ເປັນຜູ້ ນຳໜ້າໃນການສ້າງຕ່ອງໂສ້ຜະລິດຊີ້ນໝູທີ່ສະອາດ ແລະ ບອດໄພ, ສ້າງບັນດາຜະລິດຕະພັນຄຸນນະພາບສູງ, ຮັບໃຊ້ຜູ້ບໍລິໂພກພາຍໃນປະເທດ, ຍົກສູງຄຸນຄ່າຊີ້ນໝູ ຫວຽດນາມ ໃນຕະຫຼາດສາກົນ.
ບໍ່ພຽງແຕ່ດຳເນີນທຸລະກິດເທົ່ານັ້ນ, ວິງແອງ ຍາມໃດກໍພະຍາຍາມເຂົ້າຮ່ວມບັນດາໂຄງການເຮັດໃຫ້ລາຄາ ໃນຕະຫຼາດ ມີສະຖຽນລະພາບ ໃນ ຮ່າໂນ້ຍ ແລະ ແຂວງອື່ນໆ; ສົມທົບກັບບັນດາອົງການຄຸ້ມຄອງການລ້ຽງສັດ ເພື່ອເຊື່ອມຕໍ່ກັບບັນດາຄອບຄົວລ້ຽງສັດໃນທົ່ວປະເທດ, ຮັບປະກັນແຫຼ່ງຈຳໜ່າຍໃຫ້ແກ່ຜູ້ລ້ຽງສັດ.
ດ້ວຍຄວາມພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຊຸມຊົນ, ວິງແອງ ແມ່ນຮູບແບບການຮ່ຳຮຽນ ແລະ ຄົ້ນຄວ້າຂອງຫຼາຍຄູ່ຮ່ວມມືມຸ່ງໄປສູ່ການພັດທະນາສະບຽງອາຫານສະອາດ ແລະ ປອດໄພ, ເປັນແບບຢ່າງໃຫ້ນັກຮຽນ, ນັກສຶກສາ ແລະ ບັນດາຜູ້ມີສ່ວນຮ່ວມໃນກຸ່ມຊຸມຊົນມາຢ້ຽມຊົມ.
ບົດ: ຖາວວີ - ພາບ: ກົງດາດ ແລະ ເອກະສານຂອງ Vinh AnhFood- ແປໂດຍ: ຢືຟຽນ