Vinamilk ແລະ ຂະບວນວິວັດແຫ່ງການ ພັດທະນາ ຍີ່ຫໍ້ແຫ່ງຊາດ ອຸດສາຫະກຳນົມ ທີ່ໝັ້ນຄົງ

ສາລະຄະດີ

Vinamilk ແລະ ຂະບວນວິວັດແຫ່ງການ ພັດທະນາ ຍີ່ຫໍ້ແຫ່ງຊາດ ອຸດສາຫະກຳນົມ ທີ່ໝັ້ນຄົງ

ຜ່ານການເວລາເກືອບ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ບໍລິສັດຫຸ້ນສ່ວນ ຜະລິດຕະພັນນົມ ຫວຽດນາມ (Vinamilk) ປັດຈຸບັນ ແມ່ນວິສາຫະກິດນົມລາຍໃຫຍ່ທີສຸດ ຫວຽດນາມ. ບໍ່ພຽງແຕ່ຮັກສາ ຍີ່ຫໍ້ແຫ່ງຊາດ ເປັນເວລາຫຼາຍປີ ຕິດຕໍ່ກັນ ເທົ່ານັ້ນ, Vinamilk ຍັງສ້າງຕໍາແໜ່ງທີ່ໜ້າພູມໃຈ ໃນແຜນທີ່ອຸດສາຫະກໍານົມ ຂອງ ໂລກອີກດ້ວຍ. ປັດຈຸບັນ ວິສາກະກິດ ໄດ້ຖືກຈັດເຂົ້າໃນບັນຊີ ລາຍຊື່ 40 ບໍລິສັດນົມ ໃຫຍ່ທີ່ສຸດໂລກ ໃນດ້ານລາຍຮັບ (ອີງຕາມ Plimsoll, ອັງກິດ), ໄດ້ຮັບການປະເມີນໂດຍອົງການ Brand Finance ວ່າເປັນຍີ່ຫໍ້ ນົມທີ່ມີຄຸນຄ່າ ອັນດັບທີ 6 ຂອງ ໂລກ ແລະ ມີຄວາມສາມາດ ບົ່ມຊ້ອນທີສຸດໂລກ ດ້ວຍມູນຄ່າ ຍີ່ຫໍ້ ບັນລຸ 2,8 ຕື້ ໂດລາສະຫະລັດ. 
ຄະນະກໍາມະການ ບໍລິຫານງານ ຂອງ ບໍລິສັດ Vinamilk ເຂົ້າ ຮ່ວມງານ “ເອກະລັກ ຍີ່ຫໍ້ໃໝ່ ຂອງ Vinamilkສະຫງວນໃຫ້ແກ່ ພະນັກງານ ຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ກໍລະກົດ 2023 ເພື່ອແລກປ່ຽນ ກ່ຽວກັບແຜນການໃນອະນາຄົດຂອງບໍລິສັດ. ພາບ: ເອກະສານ Vinamilk

ຜ່ານການເວລາເກືອບ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ບໍລິສັດຫຸ້ນສ່ວນ ຜະລິດຕະພັນນົມ ຫວຽດນາມ (Vinamilk) ປັດຈຸບັນ ແມ່ນວິສາຫະກິດນົມລາຍໃຫຍ່ທີສຸດ ຫວຽດນາມ. ບໍ່ພຽງແຕ່ຮັກສາ ຍີ່ຫໍ້ແຫ່ງຊາດ ເປັນເວລາຫຼາຍປີ ຕິດຕໍ່ກັນ ເທົ່ານັ້ນ, Vinamilk ຍັງສ້າງຕໍາແໜ່ງທີ່ໜ້າພູມໃຈ ໃນແຜນທີ່ອຸດສາຫະກໍານົມ ຂອງ ໂລກອີກດ້ວຍ. ປັດຈຸບັນ ວິສາກະກິດ ໄດ້ຖືກຈັດເຂົ້າໃນບັນຊີ ລາຍຊື່ 40 ບໍລິສັດນົມ ໃຫຍ່ທີ່ສຸດໂລກ ໃນດ້ານລາຍຮັບ (ອີງຕາມ Plimsoll, ອັງກິດ), ໄດ້ຮັບການປະເມີນໂດຍອົງການ Brand Finance ວ່າເປັນຍີ່ຫໍ້ ນົມທີ່ມີຄຸນຄ່າ ອັນດັບທີ 6 ຂອງ ໂລກ ແລະ ມີຄວາມສາມາດ ບົ່ມຊ້ອນທີສຸດໂລກ ດ້ວຍມູນຄ່າ ຍີ່ຫໍ້ ບັນລຸ 2,8 ຕື້ ໂດລາສະຫະລັດ. 

ສ້າງຄວາມສາມາດຫຼັກ ຕາມທິດໝັ້ນຄົງ

ໄດ້ຮັບການສ້າງຕັ້ງໃນປີ 1976, ຈາກວິສາຫະກິດນົມ ທີ່ມີ ຈຸດເລີ່ມຕົ້ນທີ່ຖ່ອມຕົວ, ເກືອບເທົ່າກັບ “0”, Vinamilk ໄດ້ພະຍາຍາມຜ່ານຜ່າທຸກອຸປະສັກ, ກາຍເປັນຍີ່ຫໍ້ນົມ ແຫ່ງຊາດ, ໄດ້ຮັບການຄັດເລືອກຈາກຜູ້ບໍລິໂພກ ທຸກເພດໄວ.

ປັດຈຸບັນ, ວິສາຫະກິດ ໄດ້ຄຸ້ມຄອງ 50 ກວ່າຫົວໜ່ວຍທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີ 15 ນິຄົມ ແລະ 17 ໂຮງງານຢູ່ພາຍໃນ ແລະ ຕ່າງປະເທດ, 13 ບໍລິສັດຍ່ອຍ, ບໍລິສັດຮ່ວມທຸ ລະກິດ ແລະ ຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ, ໂດຍສະ ເພາະ ຢູ່ ຫວຽດນາມ, ລະບົບໂຮງງານ ແລະ ນິຄົມຂອງ Vinamilk ຖືວ່າ ມີຂະໜາດໃຫຍ່ ທີ່ສຸດ ຂອງ ອຸດສາຫະກຳນົມ.

 


ບັນດານິຄົມຂອງ Vinamilk ແມ່ນໄດ້ລົງທຶນ, ກໍ່ສ້າງຢ່າງເປັນມິດກັບ ສິ່ງແວດລ້ອມ, ໄດ້ລົງທຶນກໍ່ສ້າງຕາມຍຸດທະສາດພັດທະນາ ທຸລະກິດ ທີ່ໝັ້ນຄົງ. ໃນນັ້ນ, ພົ້ນເດັ່ນແມ່ນນິຄົມ ນິເວດ Vinamilk (Green Farm) ຢູ່ ແຂວງ ໄຕນິງ, ກວາງຫງ໊າຍ, ແທງຮ໋ວາ ແລະ ນິຄົມ ປອດສານພິດ ໄດ້ມາດຕະຖານ ເອີຣົບ ແຫ່ງທຳອິດ ຂອງ ຫວຽດນາມ ຢູ່ນະຄອນ ດ່າລາດ... ແລະ ເມື່ອມໍ່ໆ ນີ້, Vinamilk ແມ່ນ ວິສາຫະກິດທຳອິດ ທີ່ເປັນເຈົ້າຂອງ ທັງນິຄົມ ແລະ ໂຮງງານບັນລຸ ຈາວກາກບອນ ຕາມມາດຕະຖານສາກົນ PAS2060:2014.


ໂຮງງານນົມ ຫວຽດນາມ (Mega Factory) ແມ່ນຊຸບເປີໂຮງ ງານ ທັນສະໄໝທີ່ສຸດ ຂອງ ຫວຽດນາມ, ໄດ້ຮັບການຕິດຕັ້ງ ດ້ວຍ ເຕັກໂນໂລຊີ ສັງລວມ ແລະ ອັດຕະໂນມັດ ທີ່ກ້າວໜ້າ ທີ່ສຸດໂລກ.

ເພື່ອຕອບສະໜອງຄວາມຕ້ອງການ ດ້ານການຜະລິດ, ບັນດາ ໂຮງງານ ຂອງ Vinamilk ໄດ້ຖືກສ້າງຂຶ້ນຢ່າງທັນສະໄຫມ, ນໍາໃຊ້ ເຕັກໂນໂລຊີ ຫັນເປັນອັດຕະໂນມັດ ທີ່ກ້າວໜ້າ ແລະ ຕອບສະໜອງ ມາດຕະຖານຄຸນນະພາບ ຂອງ ໂລກເຊັ່ນ FDA, Organic EU, HACCP, Halal. ​ພົ້ນເດັ່ນແມ່ນໂຮງງານ​ນົມ​ ຫວຽດນາມ (Mega Factory) ​ແມ່ນ​ຊຸບເປີໂຮງງານ ​ທັນ​ສະ​ໄໝ​ທີ່​ສຸດ ​ຂອງ​ ຫວຽດນາມ ​ແລະ ​​ພາກ​ພື້ນ, ​ໄດ້​ຕິດຕັ້ງເຕັກໂນໂລຊີ ແບບອັດຕະໂນມັດ ແລະ ກ້າວໜ້າທີສຸດໂລກ, ດ້ວຍ​ຄວາມສາມາດ​ຜະລິດ​ນ້ຳນົມ​ໄດ້ 800 ລ້ານ​ລິດ​ຕໍ່​ປີ, ​ເຮັດ​ໃຫ້​ກຳລັງ​ການ​ຜະລິດ​ນ້ຳນົມ ​​ຂອງ Vinamilk ບັນລຸ 1,4 ຕື້​ລິດ​ຕໍ່​ປີ. ​ໃນ 5 ປີ​ຕໍ່ໜ້າ, Vinamilk ​ໄດ້​ກະກຽມ​ເພີ່ມ​ກຳລັງ​ການ​ຜະລິດ ​ດ້ວຍ​ບັນດາ​ໂຄງການ​ຂະໜາດ​ໃຫຍ່ ມີ​ຍອດ​ຈຳນວນ​ເງິນ​ລົງທຶນສູງ​ເຖິງ 600 ລ້ານ ໂດລາສະຫະລັດ ເຊັ່ນ: ໂຮງງານ​ນົມ ​ຮຶງອຽນ, ​ໂຮງງານນົມ ມົກເຈົາ...

ສາຍການຜະລິດນົມຜົງ ດ້ວຍອຸປະກອນ ທີ່ທັນສະໄໝ ນຳເຂົ້າຈາກກຸ່ມບໍລິສັດ GEA ຂອງ ສ ເຢຍລະມັນ ດ້ວຍເຕັກໂນໂລຊີການຜະລິດຊັ້ນນຳໃນປັດຈຸບັນ.

 

ສະແດງໃຫ້ເຫັນການບຸກເບີກ ໃນການພັດທະນາ ທີ່ໝັ້ນຄົງ, Vinamilk ຍັງເປັນວິສາຫະກິດນົມ ທຳອິດ ຂອງ ຫວຽດນາມ ທີ່ເຂົ້າຮ່ວມ Pathways to Dairy Net Zero (ຄວາມຄິດປະດິດສ້າງ ທົ່ວໂລກ ຂອງ ອຸດສາຫະກຳນົມ ກ່ຽວກັບ Net Zero)  ແລະ ແມ່ນວິສາຫະກິດ ນົມທຳອິດໃນ ອາຊີ ສົມທົບກັບ ອົງການກອບ ການພັດທະນາອຸດສາຫະກຳນົມໂລກ ທີ່ໝັ້ນຄົງ (DSF) ເພື່ອ ປະຕິບັດໂຄງການປະເມີນ - ລະບຸບັນດາຈຸດສໍາຄັນ ກ່ຽວກັບ ການພັດທະນາແບບຍືນຍົງ ໃນອຸດສາຫະກຳນົມ ຂອງ ຫວຽດນາມ ເວົ້າລວມ ແລະ Vinamilk ເວົ້າສະເພາະ.

 

ໃນປີ 2023, Vinamilk ໄດ້ປະກາດຂະບວນວິວັດແຫ່ງການມຸ່ງໄປສູ່ Net Zero ແລະ ບັນດາແຜນການປະຕິບັດຢ່າງລະອຽດເຊັ່ນ: ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ລົງ 15% ໃນປີ 2027, ຫຼຸດ ແລະ ຈາວຈຳນວນການປ່ອຍອາຍພິດ ລົງ 55% ໃນປີ 2035 ແລະ ບັນລຸເປົ້າໝາຍ ການປ່ອຍອາຍພິດ ເທົ່າກັບ “0” - Net Zero ໃນປີ 2050, ສົມທົບກັບສັນຍາ ຂອງ ລັດຖະບານ ໃນກອງປະຊຸມໂລກ ວ່່າດ້ວຍການປ່ຽນແປງ ຂອງ ດິນຟ້າອາກາດ COP26.

ຜະ​ລິດ​ຕະ​ພັນ​ ຫວຽດ​ນາມ, ຄຸນ​ນະ​ພາບ​ ສາ​ກົນ

ໃນຖານະເປັນວິສາຫະກິດຜະລິດ ຜະລິດຕະພັນໂພຊະນາການ ຮັບໃຊ້ຜູ້ບໍລິໂພກ ເປັນຈໍານວນຫຼວງຫຼາຍ, ດ້ວຍເຫດນັ້ນ ການພັດທະນາແບບຍືນຍົງ ໄດ້ຖືສຳຄັນ ແລະລົງທຶນໂດຍ Vinamilk ມາແຕ່ດົນນາ ຊຶ່ງ ປິ່ນອ້ອມ 3 ເສົາຄໍ້າຫຼັກເຊັ່ນ: ທຳມະຊາດ-ຜູ້ຄົນ-ຜະລິດຕະພັນ.

ຄຸນຄ່າແກນຫຼັກ ແລະ ກຸນແຈ ສຳເລັດຜົນ ຂອງ ວິສາຫະກິດ ການຜະລິດແມ່ນ “ຄຸນນະພາບຜະລິດຕະພັນ”. ດ້ວຍເຫດນັ້ນ Vinamilk ຈຶ່ງໄດ້ຮ່ວມມືຍຸດທະສາດກັບບັນດາກຸ່ມບໍລິສັດ ຊ່ຽວ ຊານດ້ານໂພຊະນາການ ຊັ້ນນໍາຂອງ ໂລກເຊັ່ນ: Chr Hansen, DSM, Beneo, AKK... ເພື່ອແນໃສ່ພັດທະນາຜະລິດຕະພັນນົມ ບັນລຸມາດຕະຖານສາກົນ ສະຫງວນໃຫ້ແກ່ຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ.


ຜະ​ລິດ​ຕະ​ພັນ Vinamilk ແມ່ນ​ເປັນ​ທີ່​ຮູ້​ຈັກ​ຂອງ​ໂລກ​ຫຼາຍຍິ່ງ​ຂຶ້ນ​ ໂດຍ​ຜ່ານລາງວັນ ແລະ ການປະເມີນຜົນ​ ທີ່ຊົງອິດທິພົນໃນທົ່ວໂລກ. ສະເພາະໃນປີ 2023, ຜະລິດຕະພັນນົມຜົງເດັກນ້ອຍ ທັງໝົດຂອງ Vinamilk ໄດ້ຮັບລາງວັນ Purity Award - ລາງວັນ ທີ່ເຂັ້ມງວດ ທ່ີສຸດ ກ່ຽວກັບມາດຕະຖານ ຄວາມບໍລິສຸດ, ຄວາມປອດໄພ ຂອງ ອາຫານ, ຜ່ານການເລືອກເຟັ້ນ ຜ່ານກວ່າ 400 ຕົວເລກ ຄາດໝາຍ ທີ່ສໍາຄັນ. ພິເສດ, ນ້ຳນົມສົດ Green Farm & Organic ຂອງ Vinamilk ເປັນຜະລິດຕະພັນນົມສົດ ທຳອິດໃນໂລກ ທີ່ບັນລຸ ມາດຕະຖານ Clean Label ວ່າດ້ວຍຄວາມປອດໄພ, ຄວາມບໍລິສຸດ ແລະ ຄວາມໂປ່ງໃສ.

ຜະລິດຕະພັນ Vinamilk ເປັນຜະລິດຕະພັນທຳອິດ ຂອງ ຫວຽດນາມ ທີ່ໄດ້ຮັບ 3 ດາວ ໃນລາງວັນ Superior Taste ພາຍຫຼັງ ເອົາຊະນະ ຄະນະກວດສອບ ຈາກຜູ້ຊ່ຽວຊານດ້ານລົດຊາດມືອາຊີບ ກວ່າ 200 ທ່ານ ຂອງ ສະຖາບັນລົດຊາດ ສາກົນ International Taste Institute – ມີສຳນັກງານຕັ້ງຢູ່ໃນປະເທດ ແບນຊິກ). ຜູ້ຜະລິດ ນົມນີ້ ປັດຈຸບັນ ຍັງເປັນເຈົ້າ ຂອງ ລາງວັນ The World Dairy Innovation Awards 2023 (ລາງວັນນົມທົ່ວໂລກ ວ່າດ້ວຍ ການປ່ຽນແປງໃໝ່ ປີ 2023) ດ້ວຍຕໍາແໜ່ງ “ແຊ້ມ” ໃນປະເພດ ເຊີດຊູ ຜະລິດຕະພັນທົດແທນນົມ.


ນັບແຕ່ສົ່ງອອກໃນປີ 1997 ມາຮອດປັດຈຸບັນ, ຜະລິດຕະພັນ Vinamilk ໄດ້ຮັບການຄົ້ນຄວ້າ ແລະ ພັດທະນາ ຕາມມາດຕະ ຖານສາກົນ, ບັນລຸໄດ້ມາດຕະຖານ ຂອງ ຕະຫຼາດ ທີ່ມີລົດນິຍົມສູງ ຫຼາຍແຫ່ງເຊັ່ນ: ສ ອາເມລິກາ, ການາດາ, ນິວຊີແລນ, ຍີ່ປຸ່ນ, ສ ເກົາຫຼີ, ສິງກະໂປ… ດ້ວຍຍອດວົງເງິນ ສົ່ງອອກບັນລຸ 3 ຕື້ ໂດລາສະຫະລັດ.

ນຳ​ເອົາ “​ນົມ ​ຫວຽດ” ອອກ​ສູ່​ໂລກ ໃນ​ຖານະ​ໃໝ່

ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ, ບໍ​ລິ​ສັດ​​ນົມ​ຊັ້ນ​ນຳ​ ຂອງ ​ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ຂຸດ​ຄົ້ນ​ກາ​ລະ​ໂອ​ກາດ​ ເພື່ອເປີດ​ກວ້າງ ​ການ​ດຳ​ເນີນ​ທຸ​ລະ​ກິດ ​ຢູ່​ຕະຫຼາດ​ສາ​ກົນ, ໂດຍຜ່ານ​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ ແລະ ສົ່ງ​ອອກ ແນໃສ່ເພີ່ມລາຍຮັບເທື່ອ​ລະ​ກ້າວ, ມຸ່ງສູ່ ເປົ້າ​ໝາຍ​ກາຍ​ເປັນ​ໜຶ່ງ​ໃນ 30 ບໍ​ລິ​ສັດ​ນົມ​ໃຫຍ່​ທີ່​ສຸດ​ໂລກ.



Vinamilk ໄດ້​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ ໃນງານ​ວາງ​ສະ​ແດງ​ຢູ່​ກວາງ​ເຈົາ - ສປ ຈີນ. ພາບ: ເອກະສານ Vinamilk

ໂດຍສະເພາະ ໃນຊຸມປີມໍ່ໆ ມານີ້, Vinamilk ໄດ້ຊຸກຍູ້ຢ່າງແຂງ ແຮງ ການລົງທຶນ ເຂົ້າສູ່ບັນດາສາຂາຢູ່ຕ່າງປະເທດຢ່າງຕໍ່ເນື່ອງເຊັ່ນ: Driftwood (ສ ອາເມລິກາ), Lao-Jagro Development (ລາວ), Angkormilk (ກຳປູເຈຍ) ແລະ ບໍລິສັດ ຮ່ວມທຸລະກິດ Del Monte - Vinamilk (ຟີລິບປິນ). ບັນດາ​ໂຄງການເຫຼົ່າ​ນີ້ ມີຄວາມມຸ່ງຫວັງ​ ທ່ີ​ຈະ​ເພີ່ມ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ ​ແລະ ຍາວ​ນານ ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ, ປະກອບສ່ວນ​ນຳ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່​ຫຼວງ ​ໃຫ້​ແກ່​ອຸຸດສາຫະກຳ​ນົມ ​ແລະ ການ​ລ້ຽງ​ງົວພັນນົມ​ຢູ່​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ບັນດາໂຄງການລົງທຶນຂອງ Vinamilk ຕ່າງກໍໄດ້ຮັບຜົນ ໃນທາງບວກ, ເຖິງແມ່ນວ່າ ໃນຊ່ວງເວລາທີ່ຫຍຸ້ງຍາກ ຂອງ ໂລກ ຍ້ອນການແຜ່ລະບາດ ແລະ ວິກິດເສດຖະກິດ ທີ່ຜ່ານມາ. ກຸ່ມນິຄົມ ລ້ຽງງົວພັນນົມ Lao Jagro ໄດ້ໃກ້ຈະສຳເລັດໄລຍະໜ່ຶງ, ໄດ້ນຳເຂົ້າ ງົວພັນນົມ ຈາກ ສ ອາເມລິກາ ມາ ລາວ ກວ່າ 1000 ໂຕ. ​ນີ້ແມ່ນ ໂຄງການຮ່ວມມື “ຫວຽດນາມ - ລາວ - ຍີ່ປຸ່ນ” ມີ​ຄວາມ​ໝາຍທາງ​ດ້ານ​ເສດຖະກິດ, ການ​ເມືອງ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ພັດທະນາ​ກະສິກຳ ​ຢູ່​ທ້ອງ​ຖິ່ນ. ຢູ່ ກຳປູເຈຍ, Vinamilk ສືບຕໍ່ລົງທຶນ ຕື່ມອີກ 42 ລ້ານໂດລາສະຫະລັດ ໃຫ້ໂຮງງານ ແລະ ນິຄົມ ຢູ່ທີ່ນີ້, ພາຍຫຼັງ ໂຮງງານຜະລິດນົມ Angkor Milk ຂອງ Vinamilk ສະແດງ ໃຫ້ເຫັນປະສິດທິຜົນໃນການເຄື່ອນໄຫວ, ນຳມາເຊິ່ງ ຜົນປະໂຫຍດ ທາງດ້ານເສດຖະກິດຫຼາຍຢ່າງ.

Vinamilk ໄດ້ສ້າງຂີດໝາຍອັນມີຊື່ສຽງ ໃນຕະຫຼາດໂລກ ດ້ວຍບັນດາຜະລິດຕະພັນເອົາຊະນະຕະຫຼາດສາກົນ.

ນອກຈາກການລົງທຶນຢູ່ສາຂາຕ່າງປະເທດ, Vinamilk ຍັງມີການເຄື່ອນໄຫວ ໃນການສົ່ງອອກຢ່າງຕັ້ງໜ້າ. ນອກຈາກຕະຫຼາດດັ້ງເດີມ ໃນຕາເວັນອອກກາງ, Vinamilk ຍັງສົ່ງເສີມການ ເຄື່ອນໄຫວ ທຸລະກິດຢູ່ຕະຫຼາດໃຫຍ່ຫຼາຍແຫ່ງເຊັ່ນ: ຍີ່ປຸ່ນ, ການາດາ, ສ ເກົາຫຼີ, ອົດສະຕຣາລີ, ສປ ຈີນ…ແລະ ມີໜ້າຢູ່ເກືອບທຸກປະເທດ ອາຊີຕາເວັນອອກສ່ຽງໃຕ້... ປັດຈຸບັນ, ການສົ່ງອອກ ໄດ້ປະກອບສ່ວນເກືອບ 15% ລາຍຮັບ ຂອງ Vinamilk ແລະ ສືບຕໍ່ເພີ່ມຂຶ້ນທັງດ້ານຜົນຜະລິດ ແລະ ມູນຄ່າ.

ໃນຊຸມປີມໍ່ໆ ມານີ້, ນອກຈາກການເຂົ້າຮ່ວມການເຄື່ອນໄຫວ ສົ່ງເສີມການຄ້າຢ່າງຕັ້ງໜ້າ, Vinamilk ຍັງເປັນຕົວແທນໃຫ້ອຸດ ສາຫະກຳນົມ ຂອງ ຫວຽດນາມ ໄດ້ຖືກເຊີນໃຫ້ເຂົ້າຮ່ວມ ກອງປະຊຸມໃຫຍ່ ແລະ ເວທີປາໄສໃຫຍ່ ຂອງ ອຸດສາຫະກຳນົມໂລກ ຫຼາຍຄັ້ງ, ຜ່ານນັ້ນໄດ້ນຳ ເຄື່ອງໝາຍການຄ້າ Vinamilk ແລະ ພາບພົດ ຂອງ ອຸດສາຫະກຳນົມ ຫວຽດນາມ ມາສູ່ມະຫາຊົນ, ປະຊາຄົມ ວິສາຫະກິດສາກົນ.


ປີ 2023, ພາຍຫຼັງ 47 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, Vinamilk ພວມຫຍັບເຂົ້າໃກ້ເປົ້າໝາຍຍຸດທະສາດ, ຖືກຈັດເຂົ້າ ບັນຊີລາຍຊື່ 30 ບໍລິສັດນົມໃຫຍ່ທີ່ສຸດໂລກ ກ່ຽວກັບລາຍຮັບ ແລະ ຍົກສູງຄຸນຄ່າ ຂອງ ຍີ່ຫໍ້ Vinamilk ເວົ້າສະເພາະ, ຍີ່ຫໍ້ ແຫ່ງຊາດ ເວົ້າລວມ ຕາມທ່າອ່ຽງທີ່ກ້າວໜ້າຂອງໂລກ.

ໃນ​ຍຸດ​ທະ​ສາດ​ພັດທະນາ, Vinamilk ຍາມ​ໃດ​ກໍ່​ກຳນົດ​ທິດ​ໄປ​ຄຽງ​ຄູ່​ກັບ​ການ​ສົ່ງເສີມພັດທະນາ​ ເສດຖະກິດທ້ອງ​ຖິ່ນ​ ແລະ ຜົນ​ປະ​ໂຫຍ​ດ ຂອງ ​ປະຊາ​ຄົມ ​ຜ່ານ​ຫຼາຍ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ມະນຸດສູງ. ພົ້ນເດັ່ນຄື ໂຄງການກອງທຶນນ້ຳນົມ “ຫວຽດນາມ-ບືນ ຂຶ້ນສູງ” ຂອງ Vinamilk ໄດ້ດຳເນີນມາເປັນ ເວລາ 16 ປີ ແລ້ວ ແລະ ພວມສືບຕໍ່ຊ່ວຍເຫຼືອເດັກນ້ອຍ ຜູ້ດ້ອຍໂອກາດເກືອບ 17.000 ຄົນ ໄດ້ດື່ມນົມ ກວ່າ 1,5 ລ້ານ ກະປ໋ອງ ລວມມູນຄ່າ ປະມານ 10 ຕື້ດົ່ງ.  ພາບ: ກີມເຟືອງ/VNP

ບົດ: ດັ້ງກີມເຟືອງ - ພາບ: ເລມິນ, ດັ້ງກີມເຟືອງ ແລະ ເອກະສານ Vinamilk - ແປໂດຍ: ບິກລຽນ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ເມື່ອ 70 ປີກ່ອນ, ຊື່ ດ້ຽນບຽນ ໄດ້ປະກົດຂຶ້ນ ຢ່າງສະຫວ່າງສະໄຫວ ໃນແຜນທີ່ໂລກ ດ້ວຍໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” (ວັນທີ 07/5/1954 – ວັນທີ 07/5/2024). ປັດຈຸບັນ, ດ້ຽນບຽນ ເປັນທ່ີຮູ້ວ່າ ແມ່ນສູນການທ່ອງທ່ຽວ ທີ່ພົ້ນເດັ່ນແຫ່ງໃໝ່ ຂອງ ພາກຕາເວັນຕົກສ່ຽງເໜືອ ດ້ວຍທ່າແຮງ ດ້ານການທ່ອງທ່ຽວ ປະຫວັດສາດ-ວັດທະນະທຳທາງໃຈ, ທ່ອງທ່ຽວຊີວະພາບ, ສຳຫຼວດທິວທັດທຳມະຊາດ ແລະ ທ່ອງທ່ຽວ ພັກຜ່ອນເພື່ອ ສຸຂະພາບ, ບັນເທິີງ ແລະ ການດູແລສຸຂະພາບ.

Top