• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Viettel ແນະ​ນຳ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ຂອງ ຫວຽດ​ນາມ ໃນ​ງານ​ວາງ​ສະ​ແດງ ໂທ​ລະ​ສັບ​ມື​ຖື​ໃຫຍ່​ສຸດ​ໃນ​ໂລກ

Viettel ໄດ້ແນະນຳລະບົບນິເວດລວມມີ 24 ຜະລິດຕະພັນ ແລະ ການບໍລິການ ໂດຍຖັນແຖວນັກວິສະວະກອນ ຫວຽດນາມ ຄົ້ນຄວ້າ, ພັດທະນາ ແລະ ເປັນເຈົ້າຂອງທັງໝົດ.
ຮ້ານວາງສະແດງຂອງ Viettel (ພາບ: Viettel)

ໃນງານວາງສະແດງໂທລະສັບມືຖືໂລກ (Mobile World Congress - MWC) 2026  ພວມດຳເນີນຢູ່ Barcelona, ແອັດສະປາຍ (2 – 5 ມີນາ), ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ Viettel ແມ່ນຫົວໜ່ວຍໜຶ່ງດຽວຂອງ ຫວຽດນາມ ທີ່ມີງານຮ້ານວາງສະແດງເຕັກໂນໂລຢີ. ດ້ວຍຫົວຂໍ້ “The IQ Era - ສັງກາດພຸມປັນຍາ”, MWC Barcelona 2026 ເຕົ້າໂຮມບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າທີ່ມາຈາກກວ່າ 200 ປະເທດ ແລະ ເຂດແຄວ້ນ. ໃນເຫດການປີນີ້, Viettel ໄດ້ແນະນຳລະບົບນິເວດລວມມີ 24 ຜະລິດຕະພັນ ແລະ ການບໍລິການ ໂດຍຖັນແຖວນັກວິສະວະກອນ ຫວຽດນາມ ຄົ້ນຄວ້າ, ພັດທະນາ ແລະ ເປັນເຈົ້າຂອງທັງໝົດ.

 ຢູ່ນອກງານວາງສະແດງ, Viettel ຄາດຄະເນຈະລົງນາມໃນບັນດາຂໍ້ຕົກລົງຮ່ວມມືສຳຄັນກັບບັນດາກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ, ເຊັ່ນ: Qualcomm, Cisco, Nokia, ເປີດກວ້າງການຮ່ວມມືໃນຂົງເຂດ 5G Advanced, 6G, AI ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top