ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.
ກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 7 ທັນວາຢູ່ນະຄອນຫຼວງ New Delhi, ປະເທດອິນເດຍ. ໃນ 6 ວັນຈັດກອງປະຊຸມ, ຄະນະກຳມະການຈະພິຈາລະນາເພື່ອສະເໜີ 68 ມໍລະດົກໂດຍ 78 ປະເທດຍື່ນສະເໜີເພື່ອຈົດຊື່ ເຂົ້າບັນຊີລາຍຊື່ຂອງ ສົນທິສັນຍາ.
ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ. ສິ່ງສຳຄັນທີ່ສຸດແມ່ນສ່ອງແສງໄດ້ບັນດາຄວາມມານະພະຍາຍາມໃນການປະຕິບັດເພື່ອປົກປັກຮັກສາມໍລະດົກ. ປັດຈຸບັນ, ມີທັງໝົດ 788 ມໍລະດົກຢູ່ 150 ປະເທດໄດ້ຮັບການຢັ້ງຢືນເປັນມໍລະດົກໂລກ.
ຄາດວ່າ, ໃນກອງປະຊຸມຄັ້ງທີ 20ນີ້, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ ຈະພິຈາລະນາເອກະສານເພື່ອສະເໜີມໍລະດົກອາຊີບເຮັດພາບພື້ນເມືອງ ດົ່ງໂຮ່ຂອງ ຫວຽດນາມແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕ້ອງໄດ້ຮັບການປົກປ້ອງຢ່າງຮີບດ່ວນຂອງມວນມະນຸດ.