• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNESCO ໄດ້ຮັບ​ຮອງ​ເອົາ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແມ່ນ​ສະ​ມາ​ຊິກ “ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ຮ່ຳ​ຮຽນ​ທົ່ວ​ໂລກ”

ນາມມະຍົດນີ້ແມ່ນການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ກັບບັນດາຄວາມມານະພະຍາຍາມທີ່ໝັ້ນໜຽວ, ມີຫົວຄິດປະດິດສ້າງຂອງນະຄອນຮ່າໂນ້ຍ ໃນການສ້າງສັງຄົມແຫ່ງການຮ່ຳຮຽນທີ່ຮອບດ້ານ ເຊິ່ງແມ່ນບ່ອນທີ່ປະຊາຊົນໝົດທຸກຄົນລ້ວນແຕ່ມີໂອກາດຮ່ຳຮຽນຕະຫຼອດຊີວິດ
ພາບປະກອບ: VOV
ວັນທີ 4 ທັນວາ, UNESCO ໄດ້ປະກາດເອົາ 72 ນະຄອນ ຂອງ 46 ປະເທດ ໄດ້ຮັບຮູ້ແມ່ນສະມາຊິກເຄືອຂ່າຍບັນດານະຄອນ ຮ່ຳຮຽນທົ່ວໂລກຂອງ UNESCO ເປັນທາງການ, ໃນນັ້ນມີນະຄອນຫຼວງຮ່າໂນ້ຍຂອງ ຫວຽດນາມ. ນາມມະຍົດນີ້ແມ່ນການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ກັບບັນດາຄວາມມານະພະຍາຍາມທີ່ໝັ້ນໜຽວ, ມີຫົວຄິດປະດິດສ້າງຂອງນະຄອນຮ່າໂນ້ຍ ໃນການສ້າງສັງຄົມແຫ່ງການຮ່ຳຮຽນທີ່ຮອບດ້ານ ເຊິ່ງແມ່ນບ່ອນທີ່ປະຊາຊົນໝົດທຸກຄົນລ້ວນແຕ່ມີໂອກາດຮ່ຳຮຽນຕະຫຼອດຊີວິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ. ການເຂົ້າຮ່ວມເຄືອຂ່າຍບັນດານະຄອນຮ່ຳຮຽນທົ່ວໂລກ ຈະຊ່ວຍໃຫ້ນະຄອນຫຼວງຮ່າໂນ້ຍ ມີໂອກາດແລກປ່ຽນແນວຄວາມຄິດ, ພູມປັນຍາ ແລະ ບົດຮຽນປະສົບການດ້ວຍບັນດານະຄອນຮ່ຳຮຽນອື່ນໆໃນທົ່ວໂລກແລະ ກັບບັນດານັກຊ່ຽວຊານແຖວໜ້າໂລກກ່ຽວກັບການສຶກສາຕື່ມອີກ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top