ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.
ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ
ຕອນບ່າຍວັນທີ 12 ກໍລະກົດ (ຕາມເວລາທ້ອງຖິ່ນ) ໃນກອງປະຊຸມສະໄໝສາມັນເທື່ອທີ 47 ຂອງຄະນະກຳມະການມໍລະດົກໂລກ (UNESCO) ເຊິ່ງໄດ້ດຳເນີນຢູ່ ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ແຕ່ວັນທີ 06 – 16 ກໍລະກົດ, ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນມໍລະດົກວັດທະນະທຳໂລກ ຢ່າງເປັນທາງການ.
ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ. ບັນດາເຂດອະນຸສອນສະຖານດັ່ງກ່າວ, ສວມບົດບາດເປັນສູນສາສະໜາ, ວັດທະນະທຳທາງດ້ານຈິດວິນຍານ, ເປັນສະຖານທີ່ນະມັດສະການຂອງແຂກທ່ອງທ່ຽວນັບລ້ານຄົນຕໍ່ປີ... ນີ້ແມ່ນມໍລະດົກໂລກແຫ່ງທີ 9 ຂອງ ຫວຽດນາມ ໂດຍອົງການ UNESCO ຮັບຮອງເອົາ ແລະ ເປັນມໍລະດົນໂລກລະຫວ່າງແຂວງແຫ່ງທີ 2 ຢູ່ ຫວຽດນາມ, ພ້ອມກັບມໍລະດົກໂລກ ອ່າວຮະລອງ - ໝູ່ເກາະ ກາດບ່າ (ຂຶ້ນກັບບໍລິເວນແຂວງ ກວ໋າງນິງ ແລະ ນະຄອນ ຫາຍຟ່ອງ).
(ແຫຼ່ງຄັດຈາກ VOV)