ຜູ້ຕາງໜ້າດ້ານການທູດຂອງສະຫະພາບ ເອີລົບ, ການາດາ, ເຢຍລະມັນ ແລະ ຫວຽດນາມ ໄດ້ຢືນຢັນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນໜ້າທີ່ລວມຂອງປະຊາຄົມສາກົນ.
(ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 17)
ເນື້ອໃນຫຼັກໃນມື້ເຮັດວຽກທີ່ 2 ຂອງກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 17, ຈັດຂຶ້ນໃນວັນທີ 04 ພະຈິກ, ຢູ່ ດ່ານັ້ງ ແມ່ນວາລະໂອ້ລົມແລກປ່ຽນຄຳຄິດຄຳເຫັນລະຫວ່າງບັນດາເອກອັກຄະລັດຖະທູດ ແລະ ເວທີປາໄສລຸ້ນໜຸ່ມ ເພື່ອແບ່ງປັນວິໄສທັດຫຼາຍແງ່ມູມສຳລັບສະພາບການ, ການຜັນແປຢູ່ເຂດທະເລຕາເວັນອອກ ແລະ ຊອກຫາແນວຄິດໃໝ່ເພື່ອປົກປັກຮັກສາສັນຕິພາບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍຢູ່ພາກພື້ນ.
ໃນວາລະສົນທະນາແລກປ່ຽນຄຳຄິດເຫັນ, ຜູ້ຕາງໜ້າດ້ານການທູດຂອງສະຫະພາບ ເອີລົບ, ການາດາ, ເຢຍລະມັນ ແລະ ຫວຽດນາມ ໄດ້ຢືນຢັນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນໜ້າທີ່ລວມຂອງປະຊາຄົມສາກົນ. ບັນດາຜູ້ແທນໄດ້ເຫັນດີນຳກັນໂດຍຖືວ່າ ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ແມ່ນເສັ້ນທາງເປັນໄປໜຶ່ງດຽວເພື່ອແກ້ໄຂບັນດາບັນຫາທາງທະເລ.
ເມື່ອເນັ້ນໜັກເຖິງບົດບາດຂອງກົນໄກໃຈກາງ, ບັນດານັກຮຽນຮູ້ສະເໜີໃຫ້ ອາຊຽນ ຄວນປັບປຸງຄວາມສາມັກຄີພາຍໃນກຸ່ມ ແລະ ເພີ່ມທະວີກຳລັງແຮງສັງລວມເພື່ອຮັບມືກັບບັນດາສິ່ງທ້າທາຍ; ເພີ່ມທະການການຮ່ວມມືກັບຄູ່ຮ່ວມມືພາຍນອກ ແລະ ບັນດາກົນໄກຫຼາຍຝ່າຍອື່ນ; ສ້າງບັນດາກົນໄກແຈ້ງເຕືອນໄວເພື່ອສະກັດກັ້ນຄວາມສ່ຽງເກີດການປະທະກັນ.
(ແຫຼ່ງຄັດຈາກ VOV)