ໂຄງການບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານດົນຕີເທົ່ານັ້ນ, ຫາກຍັງໄດ້ແຜ່ຂະຫຍາຍສານກ່ຽວກັບການເຊື່ອມຕໍ່ດ້ານວັດທະນະທຳຜ່ານພາສາລວມຂອງສຽງດົນຕີອີກດ້ວຍ.
(ນັກສິລະປິນ ກວາງຮຸຍ ແລະ ວັດຊະຣີນ ສຸກສັບສີ ມີຄວາມເມົາມົວສະແດງບົດດົນຕີ)
ເປັນຄັ້ງທຳອິດ, ນັກສິລະປິນກີຕ້າ 2 ຄົນທີ່ມີຄວາມເກັ່ງກ້າສາມາດ ເຈິ່ນກວາງຮຸຍ (ຫວຽດນາມ) ແລະ ວັດຊະຣີນ ສຸກສັບສີ (ໄທ) ໄດ້ພ້ອມກັນປະຕິບັດ Tour ການສະແດງດົນຕີຂ້າມປະເທດມີຊື່ວ່າ SagoBako, ດ້ວຍການສະແດງ 15 ຄ່ຳຄືນຢູ່ 8 ນະຄອນໃຫຍ່ໃນພາກພື້ນຕາເວັນອອກສ່ຽງໃຕ້. ລາຍການສະແດງ SagoBako 2025 ໄດ້ສ້າງຂີດໝາຍສຳຄັນໃນວິວັດການຮ່ວມມືດ້ານສິລະປະລະຫວ່າງນັກສິລະປິນ 2 ຄົນທີ່ມາຈາກ 2 ປະເທດ. ໂຄງການບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານດົນຕີເທົ່ານັ້ນ, ຫາກຍັງໄດ້ແຜ່ຂະຫຍາຍສານກ່ຽວກັບການເຊື່ອມຕໍ່ດ້ານວັດທະນະທຳຜ່ານພາສາລວມຂອງສຽງດົນຕີອີກດ້ວຍ.
ຢູ່ເວທີສະແດງ CLEFS Stage, ຕອນຄ່ຳວັນອາທິດຕົ້ນເດືອນພຶດສະພາ, ນັກສິລະປິນ ກວາງຮຸຍ ແລະ ວັດຊະຣີນ ສຸກສັບສີ ມີຄວາມເມົາມົວສະແດງບົດດົນຕີ Milonga Argentina – Justo Tomás Morales, ເປັນການເປີດສາກໃຫ້ລາຍການສະແດງຂອງນັກສິລະປິນ 2 ຄົນຢູ່ ຮ່າໂນ້ຍ, ແມ່ນຄ່ຳຄືນການສະແດງທີ 8 ໃນ tour ການສະແດງ 15 ຄ່ຳຄືນ SagoBako. ດ້ວຍວິທີການສະແດງທີ່ເປັນມືອາຊີບຂອງນັກສິລະປິນ 2 ຄົນໄດ້ພິຊິດໃຈບັນດາຜູ້ຊົມ.
“ນັກສິລະປິນ 2 ຄົນມີແບບວິທີທີ່ແຕກຕ່າງກັນ. ຖ້າຫາກວ່າ ນັກສິລະປິນ ກວາງຮຸຍ ມີແບບແຜນເຂັ້ມງວດ, ນັກສິລະປິນ ໄທ ພັດມີແບບແຜນສ້າງສັນມ່ວນຊື່ນ. ກໍ່ຍ້ອນຄວາມແຕກຕ່າງກັນນັ້ນ ເມື່ອສົມທົບກັນ, 2 ຄົນໄດ້ສ້າງແບບການສະແດງທີ່ມີສີສັນຫຼາກຫຼາຍ”.
“ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮັບຊົມກຸ່ມ SagoBako ສະແດງ, ແມ່ນສ້າງຄວາມດຶງດູດໃຈທີ່ສຸດ. ໃນການສະແດງໃນມື້ນີ້, ນັກສິລະປິນ 2 ຄົນໄດ້ສະເໜີບັນດາບົດດົນຕີໃໝ່, ຮຽກຮ້ອງຕ້ອງມີເຕັກນິກສູງ, ເຖິງວ່າຂ້າພະເຈົ້າກໍ່ດີດກີຕ້າ ແຕ່ກໍ່ບໍ່ເຄີຍໄດ້ຮັບຟັງຈັກເທື່ອ”.
ເປັນຄັ້ງທຳອິດໄດ້ພົບປະກັນຢູ່ພິທີມອບລາງວັນ ແລະ ງານມະໂຫລານກີຕ້າ ອາຊີຕາເວັນອອກສ່ຽງໃຕ້ ປີ 2018 ຈັດຂຶ້ນຢູ່ ບາງກອກ, ຄວາມຮັກຕໍ່ກີຕ້າ ຄຼາດຊິກ ໄດ້ກາຍເປັນສາຍເຊື່ອມຕໍ່ເພື່ອໃຫ້ເຂົາເຈົ້າຜ່ານຜ່າຮົ້ວກີດຂວາງດ້ານພູມສາດ ເພື່ອສ້າງເປັນຄູ່ສະແດງທີ່ເຂົ້າກັນ. ກວາງຮຸຍ ແລະ ວັດຊະຣີນ ສຸກສັກສີ ໄດ້ນຳໃຊ້ການພົບປະໃນງານບຸນກີຕ້າທີ່ຈັດຂຶ້ນຢູ່ພາກພື້ນແຕ່ລະຄັ້ງ ເພື່ອພ້ອມກັນຝຶກແອບໂດຍກົງ, ຊ້ຳບໍ່ໜຳແມ່ນໄປເຖິງປະເທດທີ 3 ເພື່ອພ້ອມກັນຝຶກແອບ. ພ້ອມກັນນັ້ນ, ນັກສິລະປິນ 2 ຄົນຍັງແລກປ່ຽນຜ່ານບັນດາເທບອັດສຽງ. ນັກສິລະປິນ ເຈິ່ນກວາງຮຸຍ. ແບ່ງປັນວ່າ:
“1 ໃນ 2 ຄົນຈະຖ່າຍວິດີໂອການຝຶກແອບຂອງຕົນກ່ອນ, ອາດຈະບໍ່ຕ້ອງຈົບບົດດົນຕີ ຫາກຝຶກແອບຕາມແຕ່ລະຕອນ ແລ້ວສົ່ງວີດີໂອໃຫ້ແກ່ກັນ. ຕົວຢ່າງຄື ວັດຊະຣີນ ສຸກສັກສີ ຝຶກກ່ອນແລ້ວສົ່ງວີດິໂອໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າເປີດມາຊົມ ແລ້ວກໍ່ດີດກີຕ້າໄປພ້ອມກັບວີດີໂອນັ້ນ. ຂ້າພະເຈົ້າໄດ້ອັດຕອນນັ້ນໄວ້ດ້ວຍໂທລະສັບມືຖື ແລ້ວສົ່ງໃຫ້ ວັດຊະຣີນ ສຸກສັກສີ ເພື່ອກວດຄືນຕອນນັ້ນແມ່ນໄດ້ແລ້ວຫຼືບໍ່ ແລະ ເຮັດຄືແນວນັ້ນຈົນຈົບບົດດົນຕີ”.
ແນວຄິດຈັດການສະແດງຂ້າມປະເທດ SagoBako ໄດ້ຂຶ້ນແຜນນັບແຕ່ທ້າຍປີ 2024. SagoBako ກໍ່ແມ່ນຊື່ຂອງກຸ່ມ, ດ້ວຍຄວາມໝາຍ “Sago” ແມ່ນ ໄຊງ່ອນ - ແຫ່ງທີ່ ເຈິ່ນກວາງຮຸຍ ພວມດຳລົງຊີວິດ ແລະ “Bako” ແມ່ນ ບາງກອກ - ແຫ່ງທີ່ ວັດຊະຣີນ ສຸກສັກສີ ດຳລົງຊີວິດ. ດ້ວຍລາຍການສະແດງ SagoBako 2025, ນັກສິລະປິນ 2 ຄົນໄດ້ຈັດການສະແດງຢູ່ນະຄອນ ໂຮ່ຈີມິນ, ເກີນເທີ, ລອງຊວຽນ, ດ່າລາດ, ຫາຍຟ່ອງ, ຮ່າໂນ້ຍ (ຫວຽດນາມ), ສິງກະໂປ, ບາງກອກ (ໄທ).
(ວາຈີຣີນ ສຸກສາຣີ)
“ຜ່ານ tour ການສະແດງດົນຕີຄັ້ງນີ້, ຂ້າພະເຈົ້າປາດຖະໜາວ່າ ຈະໄດ້ນຳເອົາຄວາມງາມຂອງສຽງດົນຕີມາໃຫ້ທຸກໆຄົນ. ສ້າງແຫຼ່ງບັນດານໃຈໃຫ້ທຸກຄົນດີດກາຕ້າໄປພ້ອມກັນ. ຄືຂ້າພະເຈົ້າ ແລະ ວັດຊະຣີນ ສຸກສັກສີ ທີ່ພວມດຳລົງຊີວິດຢູ່ 2 ປະເທດແຕກຕ່າງກັນ, ແຕ່ພວກຂ້າພະເຈົ້າຍັງຫຼີ້ນນຳກັນໄດ້, ທຸກຄົນທີ່ຢູ່ນະຄອນດຽວກັນແມ່ນສາມາດເຊື່ອມຕໍ່ເພື່ອດີດກີຕ້ານຳກັນໄດ້”.
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ tour ການສະແດງດົນຕີຄັ້ງນີ້ແມ່ນການສະແດງດ່ຽວບົດດົນຕີ “ແບ່ວຢາດໄມໂຈຍ” ຂອງນັກສິລະປິນ ວັດຊະຣີນ ສຸກສັກສີ.
ຫຼັງຈາກການສະແດງຢູ່ ຮ່າໂນ້ຍ, ນັກສິລະປິນ 2 ຄົນຈະສືບຕໍ່ໄປສະແດງຢູ່ ຫາຍຟ່ອງ, ສິງກະໂປ ແລະ ໄທ. ພາຍຫຼັງ tour ການສະແດງນີ້, ນັກສິລະປິນ 2 ຄົນພວມສ້າງແຜນການຈັດລາຍການແດງຢູ່ປະເທດອື່ນອີກ, ຕົວຢ່າງຄື ອິນໂດເນເຊຍ - ເຊິ່ງແມ່ນປະເທດທີ່ເຊື້ອເຊີນກຸ່ມໄປສະແດງ.