• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ວັນທີ 17 ພຶດສະພາ, ເມື່ອຕອບສຳພາດນັກຂ່າວຂອງ “TV BRICS”, ທ່ານ ນາຍົກລັດຖະມົນຕີ ມາເລເຊຍ Datuk Seri Anwar Ibrahim ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກ ອາຊຽນ ພວມປະຕິບັດບັນດາບາດກ້າວຟື້ນຕົວແນວຄວາມຄິດສ້າງຕັ້ງກອງທຶນເງິນຕາສະເພາະ, ໃນສະພາບການຄວນຍູ້ແຮງການຫັນປ່ຽນ, ພິເສດໃນຂົງເຂດການເງິນ.
ພາບ: malaymail.com
ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ທ່ານ Anwar Ibrahim ໃຫ້ຮູ້ວ່າ: ອາຊຽນ ອາດຈະພິຈາລະນາປະຕິບັດບາງມາດຕະການເພື່ອຫລຸດຜ່ອນຄວາມສ່ຽງ ແລະ ປົກປ້ອງຜົນປະໂຫຍດຂອງບັນດາປະເທດສະມາຊິກ ແລະ ມາເລເຊຍ ຈະຈັດຕັ້ງກອງປະຊຸມຂັ້ນສູງ ອາຊຽນ ໃນວັນທີ 26 – 27 ພຶດສະພາຈະມາເຖິງ ສ່ວນຫລາຍແມ່ນສຸມໃສ່ເຂົ້າບັນດາບັນຫາເສດຖະກິດ. ກອງປະຊຸມແມ່ນໂອກາດເພື່ອດຶງດູດບັນດາຄູ່ຮ່ວມມືດ້ານການຄ້າຫລັກຂອງ ອາຊຽນ ແລະ ປັບປຸງໃຫ້ຄຳໝັ້ນສັນຍາຂອງກຸ່ມກ່ຽວກັບການຮ່ວມມືໂດຍອີງໃສ່ກົດໝາຍ.

 ວັນທີ 17 ພຶດສະພາ, ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Tengku Datuk Seri Zafrul Abdul Aziz, ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍໃຫ້ຮູ້ວ່າ: ອາຊຽນ ພວມຊອກຫາວິທີການເປີດກວ້າງຖານະສະມາຊິກໃນສອງສັນຍາການຄ້າໃຫຍ່ຂອງພາກພື້ນ ນັ້ນແມ່ນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ (CPTPP) ຄືດັ່ງສ່ວນຫນຶ່ງຂອງຄວາມມານະພະຍາຍາມເຊື່ອມໂຍງເສດຖະກິດ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົ​ນ ລາວ​ເຊີດ​ຊູ​ນັກ​ຮົບ​ກອ​ມ​ມູ​ນິດ​ດີ​ເລີດ​ຂອງ ຊາດ ຫວຽດ​ນາມ

ສື່ມວນ​ຊົ​ນ ລາວ​ເຊີດ​ຊູ​ນັກ​ຮົບ​ກອ​ມ​ມູ​ນິດ​ດີ​ເລີດ​ຂອງ ຊາດ ຫວຽດ​ນາມ

ປະທານໂຮ່ຈີມິນ, ນັກຮົບວິທະຊົນປົດປ່ອຍຊາດ ແມ່ນສັນຍາລັກອັນພົ້ນເດັ່ນກ່ຽວກັບຄວາມຕັດສິນໃຈຂອງທົ່ວຊາດ, ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາຊົນຊາດຖືກກົດຂີ່ຂຸດຮີດໃນໂລກ

Top