• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Thierry Vergon ພ້ອມກັບສະຖາບັນ ຝຣັ່ງ ຮ່າໂນ້ຍ ໄດ້ເຜີຍແຜ່ວັດທະນະທຳທີ່ມີຫົວຄິດປະດິດສ້າງໃຫ້ປະຊາຊົນ

ທ່ານ Thierry Vergon - ທູດ​ວັດທະນະທຳ - ສະຖານທູດ​ຝຣັ່ງ, ຜູ້ອຳນວຍການ​ສະ​ຖາ​ບັນ​ ຝຣັ່ງ ຢູ່ ຮ່າ​ໂນ້ຍ ​ແມ່ນ​ຜູ້​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ. ໃນ​ຖາ​ນະ​ເປັນ​ບຸກ​ຄົນ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ກະ​ຕື​ລື​ລົ້ນ, ທ່ານ Thierry Vergon ໄດ້​ເປັນ​ຂົວ​ຕໍ່​ຢືນ​ຢັນ​ການ​ພົວ​ພັນ​ທີ່​ດີ​ລະ​ຫວ່າງ ຝ​ຣັ່ງ ແລະ ຫວຽດນາມ. ທ່ານ Thierry Vergon ຍາມ​ໃດ​ກໍ່​ອຸທິດ​ສ່ວນ​ເພື່ອ​ພັດທະນາ​ຫຼາຍ​ໂຄງການ​ວັດທະນະທຳ ​ແລະ ບັນດາ​ສະຖານ​ທີ່​ປະດິດ​ສ້າງ ​ເພື່ອ​ນຳ​ເອົາ​ວັດທະນະທຳ ​ແລະ ສິລະ​ປະ​ສ້າງສັນ​ເຂົ້າ​ໃກ້​ປະຊາຊົນ​ຫວຽດນາມ.

ຢູ່ ຫວຽດນາມ, ສາທາລະນະຊົນບໍ່ແປກໜ້າກັບສະຖາບັນ ຝຣັ່ງ ຢູ່ ຮ່າໂນ້ຍ (L'Espace ປະຈຸບັນແມ່ນ I'Institut Français de Hanoi). ນີ້​ແມ່ນ​ສະຖານທີ່ວັດທະນະທຳ ​ແລະ ສິລະ​ປະ​ທີ່​ມີ​ຫຼາຍກິດຈະກຳ​ຄື: ສອນ​ພາສາ​ ຝຣັ່ງສະ​ແດງ​ຮູບ​ເງົາ, ວາງສະ​ແດງ​ສິລະ​ປະກຳ, ງານສຳ​ມະ​ນາ​ກ່ຽວ​ກັບ​ປຶ້ມ, ອາຊີບ, ​ໂອ້​ລົມ​ກັບ​ນັກ​ສິລະ​ປະ​ຮູບ​ເງົາ ແລະ ດົນຕີ​ທີ່​ມີ​ຊື່​ສຽງທ່ານ Thierry Vergon ​ເປັນ​ຜູ້ອຳນວຍການ​ສະ​ຖາ​ບັນ​ ຝຣັ່ງ ຢູ່ ຮ່າໂນ້ຍ (IF Hanoi). ທຸກ​ຄົນ​ຮັກ​ເພິ່ນ ຍ້ອນ​ຄວາມ​ເບີກບານ​ມ່ວນ​ຊື່ນ, ມີມາລະຍາດ​ ແລະ ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ. ຍາມ​ໃດ​ເພິ່ນກໍ່​ເປີດ​ເຜີຍ ​ແລະ ຕ້ອນຮັບ​ບັນດາ​ສະມາຊິກ​ຊາວ ຫວຽດນາມ ທີ່​ຮັກ​ແພງ​ວັດທະນະທຳ​ ຝຣັ່ງ ​ແລະ ມີ​ຈິດ​ໃຈ​ຮ່ຳຮຽນ​ເຮັດ​ວຽກຢູ່ IF Hanoi. ເພິ່ນແບ່ງປັນ​ວ່າ: ​ສະ​ຖາ​ບັນ​ ຝຣັ່ງ ​ແມ່ນ​ບ້ານ​ທີ່​ມີ​ຄວາມ​ຜາ​ສຸກ, ​ແມ່ນ​ບ່ອນ​ຫຼິ້ນ​ສຳລັບຊາວ​ໜຸ່ມ ຫວຽດນາມ ​ແລະ ສາກົນ. ທີ່ນີ້ມີຫຼາຍຫ້ອງຮຽນພາສາ ຝຣັ່ງ, ການສະແດງການລວບລວມຮູບເງົາ ຝຣັ່ງ, ການແນະນໍາປື້ມ, ຫໍສະໝຸດຂອງ ສະຖາບັນ ຝຣັ່ງ ແມ່ນເຕັມໄປດ້ວຍໜັງສື ແລະ workshop ທີ່ໜ້າສົນໃຈ. ປະຈຸ​ບັນ, ສະ​ຖາ​ບັນ​ ຝຣັ່ງ ປະຈຳ ຫວຽດນາມ ​ໄດ້​ມຸ່ງ​ໄປ​ເຖິງ​ບັນດາ​ຜູ້​ຊົມ​ທີ່​ຮັກ​ແພງ​ວັດທະນະທຳ ​ແລະ ມຸ່ງ​ໄປ​ເຖິງ​ຈິດ​ໃຈ​ໜຸ່ມ, ​ໃກ້ຊິດ​ສະໜິດສະໜົມກັບປະຊາຄົມ. ບັນດາ​ໂຄງການອະນຸລັກ​ຮັກສາ​ມໍລະດົກ​ວັດທະນະ​ທຳ​ໄດ້​ສົມທົບ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ປ່ຽນ​ໃໝ່, ​ເພື່ອ​ແນ​ໃສ່​ຊຸກຍູ້​ໃຫ້ ຫວຽດນາມ ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ແຜນ​ທີ່​ໂລກ.

ທ່ານ Thierry Vergon, ຜູ້ອຳນວຍການ​ສະ​ຖາ​ບັນ​ ຝຣັ່ງ ຢູ່ ຮ່າ​ໂນ້ຍ ກັບບັນດາ​ໂຄງການ​ປະດິດ​ສ້າງ​ເຜີຍ​ແຜ່​ມໍລະດົກ​ວັດທະນະທຳ ຫວຽດນາມ.
ທ່ານ Thierry Vergon ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ຫຼາຍ​ໂຄງ​ການ​ວັດ​ທະ​ນະ​ທໍາ​ ແລະ​ ສະ​ຖານ​ທີ່​ສ້າງ​ສັນ​ເພື່ອ​ນໍາ​ເອົາ​ວັດ​ທະ​ນະ​ທໍາ​, ສິ​ລະ​ປະ​ປະ​ດິດ​ສ້າງ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ​ ຫວຽດ​ນາມ.
ໃນ​ຖາ​ນະ​ເປັນ​ຜູ້​ຊາຍ​ທີ່​ມ່ວນ​ຊື່ນ, ທ່ານ Thierry Vergon ມີ​ການ​ສົນ​ທະ​ນາ​ທີ່​ດີ​ກັບ​ພະ​ນັກ​ງານ​ຢູ່​ສະ​ຖາ​ບັນ​ ຝຣັ່ງ.
ບັນດາ​ນັກ​ສຶກສາ​ຢູ່​ສະ​ຖາ​ບັນ​ ຝຣັ່ງ ​ໄດ້​ຮັບ​ຟັງ​ການ​ແບ່ງປັນ​ຂອງ​ທ່ານ Thierry Vergon ກ່ຽວ​ກັບ​ບັນຫາ​ວັດທະນະທຳ.
ຫໍສະໝຸດຢູ່ສະຖາບັນ ຝຣັ່ງ ແມ່ນບ່ອນທີ່ທ່ານ Thierry Vergon ມັກຈະມາພົບປະ ແລະ ໂອ້ລົມກ່ຽວກັບເລື່ອງລາວ ວັດທະນະທຳກັບໄວໜຸ່ມ.
ທ່ານ Thierry Vergon ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ: ອະ​ດີດ, ປະ​ຈຸ​ບັນ ແລະ ອະ​ນາ​ຄົດ”.

ທ່ານ Thierry Vergon ບໍ່ພຽງແຕ່ເປັນນັກຍຸດທະສາດ ຄຸ້ມຄອງບັນດາການເຄື່ອນໄຫວວັດທະນະທໍາຢູ່ສະຖາບັນ ຝຣັ່ງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງເຂົ້າຮ່ວມບັນດາເຫດການ ວັດທະນະທໍາໃຫຍ່ຂອງ ຫວຽດນາມ ອີກດ້ວຍ, ທ່ານ Thierry Vergon ເດີນທາງໄປແຂວງສ່ວນຫຼາຍຂອງ ຫວຽດນາມ ເພື່ອຮ່ວມມືກັບບັນດາທ້ອງຖິ່ນໃນບັນດາໂຄງການ ວັດທະນະທໍາ, ສົ່ງເສີມມໍລະດົກ ຫວຽດນາມ. ​ເພິ່ນໄດ້​ພົບ​ປະ​ກັບ​ບັນດາ​ນັກ​ສິລະ​ປິນ​ຮູບ​ເງົາ ​ຫວຽດນາມ ທີ່​ມີ​ພອນ​ສະຫວັນ, ​ເປັນ​ຜູ້​ກ່າວ​ປາ​ໄສ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ​ພັດທະນາ​ອຸດສາຫະກຳ​ສ້າງສັນ, ​ໂອ້​ລົມ​ກັບ​ໄວ​ໜຸ່ມ​ຢູ່​ຫໍສະໝຸດ ຫຼື ຫ້ອງ​ຮຽນ​ພາສາ​ ຝຣັ່ງ... ​ໃນ​ທຸກ​ຂົງ​ເຂດ​ທີ່​ປະຊາຊົນ​ສາມາດ​ເຫັນ​ໄດ້​ໃນ​ຄວາມ​ກະຕືລືລົ້ນ ​ແລະ ພະລັງ​ແຮງ.

ທ່ານ Thierry Vergon ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ຂະ​ແໜງ​ວັດທະນະທຳ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຄື: ຄວາມ​ຫຼາກ​ຫຼາຍ, ປະຫວັດສາດ​ອັນ​ຍາວ​ນານ​ຂອງ​ບັນດາ​ມໍລະດົກ​ສະຖາປັດຕະຍະ​ກຳ, ຜູ້ຄົນມີ​ຫົວຄິດ​ປະດິດ​ສ້າງ ​ແຕ່​ມີຄວາມຈິງໃຈ... ​ສະ​ຖາ​ບັນ ຝຣັ່ງ ​ໄດ້​ປັບປຸງ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ມໍລະດົກ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຂົວ​ເຊື່ອມຕໍ່ ລະຫວ່າງ ວັດທະນະທຳ ຫວຽດນາມ - ຝຣັ່ງ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ສະ​ຖາ​ບັນ ​ຝຣັ່ງ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ ເພື່ອ​ຂອບ​ອົກ​ຂອບ​ໃຈ​ບັນດາ​ນັກ​ສິລະ​ປິນທີ່​ໄດ້​ອຸທິດ​ຕົນ​ເພື່ອ​ສິລະ​ປະ, ຜ່ານ​ນັ້ນ​ໂຄສະນາ​ພາບ​ພົດ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ແຂກ​ທ່ອງ​ທ່ຽວ​ສາກົນ​ໄດ້​ສຳ​ຜັດ​ກັບ ​ຮ່າ​ໂນ້ຍ ຜ່ານ​ບັນດາ​ເລື່ອງ​ລາວ ​ແລະ ຮູບພາບຊີວິດການເປັນຢູ່ປະຈຳວັນ. ປີ 2023, ສະ​ຖາ​ບັນ​ ຝຣັ່ງ ຈະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ພາບ ​ຮ່າ​ໂນ້ຍ ເພື່ອ​ແນະ​ນຳ​ບັນ​ດາ​ຮູບ​ພາບ ແລະ ຄວາມ​ຮູ້​ສຶກ​ຂອງ​ນັກ​ສິ​ລະ​ປິນ​ກ່ຽວ​ກັບ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ​ ທີ່​ສະ​ຫງົບ​ສຸກ ແລະ ຮັກແຂກແພງຄົນ. ພ້ອມ​ກັນ​ນັ້ນ, ຍັງ​ມີ​ອີກ​ຫຼາຍ​ລາຍການ​ກ່ຽວ​ກັບ​ຮູບ​ເງົາ, ດົນຕີ​ທີ່​ສະ​ຖາ​ບັນ​ ຝຣັ່ງ ດຳ​ເນີນ​ເປັນ​ຊຸດ​ເພື່ອ​ແນ​ໃສ່​ສ້າງ​ຫວ່າງເວຫາສິລະ​ປະ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ຈຸດນັດພົບຂອງ​ຊາວ​ໜຸ່ມ​ທີ່​ຮັກ​ແພງ​ວັດທະນະທຳ ຫວຽດນາມ ​ໄດ້ເຂົ້າ​ຮ່ວມ.

 

ນັກ​ດົນ​ຕີ ດັ້ງ​ຖາຍເຊີນ ​ໂອ້ລົມກັບທ່ານ Thierry Vergon ຢູ່​ລາຍການ​ວັດ​ທະ​ນະ​ທຳ​ໜຶ່ງທີ່​ຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ.
ຕາມ​ທ່ານ Thierry Vergon ແລ້ວ, ວັດທະນະທຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ, ກວມຈຸດສຳຄັນ​ພິ​ເສດໃຫ້​ແກ່​ການ​ຮ່ວມ​ມື​ ຫວຽດ​ນາມ - ຝ​ລັ່ງ ໃນ​ອະດີດ, ປະ​ຈຸ​ບັນ ແລະ ອະ​ນາ​ຄົດ.
ທ່ານ Thierry Vergon - ທູດ​ວັດທະນະທຳ​ຂອງ​ສະຖານທູດ​ຝຣັ່ງ, ຜູ້ອຳນວຍການສະຖາບັນ ຝຣັ່ງ ຢູ່ ຮ່າໂນ້ຍ ​ໄດ້​ຕັ້ງ​ໃຈ​ພັດທະນາ​ຫຼາຍ​ໂຄງການ​ວັດທະນະທຳ ​ແລະ ຫວ່າງເວຫາ ສ້າງສັນ ​ເພື່ອ​ນຳ​ເອົາ​ວັດທະນະທຳ ​ແລະ ສິລະ​ປະ​ສ້າງສັນ​ ເຂົ້າ​ໃກ້​ປະຊາຊົນ​ກວ່າ​ອີກ.
ທ່ານ Thierry Vergon ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິລະ​ປະ​ຂອງ​ຈິດຕະກອນ ເລທຽດເກືອງ ທີ່​ຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ​ ຝຣັ່ງ.

ຮ່າໂນ້ຍ ແມ່ນສະຖານທີ່ທີ່ ທ່ານ Thierry Vergon ເຄີຍເຮັດ ວຽກ ແລະ ດຳລົງຊີວິດມາເປັນເວລາຫຼາຍປີ, ເພິ່ນຮູ້ຈັກກັບ ທຸກຖະໜົນຫົນທາງຂອງ ຮ່າໂນ້ຍ ແລະ ຍາມໃດກໍ່ມີຄວາມ ຮັກແພງພິເສດຕໍ່ ຮ່າໂນ້ຍ. ບັນດາ​ເຫດການ​ວັດທະນະທຳ​ທີ່ ເພິ່ນ ​ແລະ ສະ​ຖາ​ບັນ​ ຝຣັ່ງ ຈັດ​ຕັ້ງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃຫ້​ຮ່າ​ໂນ້ຍ. ທ່ານ Thierry Vergon ​ເນັ້ນ​ໜັກ​ວ່າ: ນະຄອນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ຕ້ອງ​ບຳລຸງ​ສ້າງ​ບັນດາ​ປະຊາ​ຄົມ​ນັກ​ສິລະ​ປິນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ໜູນ​ຊ່ວຍ​ບັນດາ​ອຸດສາຫະກຳ​ວັດທະນະທຳ, ສ້າງ​ເຄືອ​ຂ່າຍ​ບັນດາ​ສະຖານ​ທີ່ ​ແລະ ບັນດາ​ອົງການ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຕີບ​ໂຕ. ສະ​ຖາ​ບັນ ຝຣັ່ງ ຮ່າ​ໂນ້ຍ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ ​ຮ່າ​ໂນ້ຍ ​ເຮັດ​ໃຫ້​ວັດທະນະທຳ ​ແລະ ​ຫົວຄິດ​ປະດິດ​ສ້າງ​ກາຍເປັນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ພັດທະນາ​ ຫວຽດນາມ - ຝຣັ່ງ.

ບົດ: VNP/ບິກເວີນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

ນັກສິລະປິນຊາວ ແບນຊິກ ສະແດງການ ຂີ່ໄມ້ໂຢກເຢກ ຢູ່ ຫວຽດນາມ

ນັກສິລະປິນຊາວ ແບນຊິກ ສະແດງການ ຂີ່ໄມ້ໂຢກເຢກ ຢູ່ ຫວຽດນາມ

ບັນດານັກສິລະປິນ ຈາກຄະນະສິລະປະ ຂີ່ໄມ້ໂຢກເຢກ ແບນຊິກ ໄດ້ເດີນທາງມາ ຫວຽດນາມ ຫຼາຍຄັ້ງ, ນຳເອົາການສະແດງທີ່ເຕັມໄປດ້ວຍສີສັນ, ປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບລະ ຫວ່າງສອງປະເທດ.

Top