• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Natalia Valerievna Shafinskaia ແລະ ສາຍແນນ ກັບ ຫວຽດນາມ

ເປັນເວລາ 10 ປີ ດໍາລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງ Natalia Valerievna Shafinskaia, ຜູ້ອຳນວຍການສູນ ວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ, ໄດ້ຮັບຫຼຽນກາ ທ່ີລະນຶກ ຈາກສະຫະພັນບັນດາ ອົງການຈັດຕັ້ງ ມິດຕະພາບ ຫວຽດນາມ ຍ້ອນການປະກອບສ່ວນຂອງ ທ່ານນາງ ໃນການຊຸກຍູ້ ສາຍພົວພັນລະຫວ່າງ ສສ ຫວຽດນາມ ແລະ ສ ຣັດເຊຍ. 
ປີ 2005, ເປັນຄັ້ງທໍາອິດທ່ີທ່ານນາງ Natalia Valerievna Shainskaya ໄດ້ທາງໂຮງຮຽນສົ່ງມາຝຶກອົບຮົມພາສາ ຫວຽດ ທີ່ມະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດສາດ ຮ່າໂນ້ຍ ເປັນເວລາ 10 ເດືອນ. ປີ 2010, ທ່ານນາງ Natalia Valerievna Shainskaya ໄດ້ມາເຮັດວຽກທີ່ສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ ປະຈຳ ຫວຽດນາມ. ຜ່ານຄວາມຮັບຜິດຊອບທີ່ ແຕກຕ່າງກັນ, ປີ 2016, ທ່ານນາງ Natalia Valerievna Shainskaya ໄດ້ເປັນຜູ້ອໍານວຍການສູນ ວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ ປະຈຳ ຫວຽດນາມ ຢ່າງເປັນ ທາງການ.

ສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ ປະຈໍາຮ່າໂນ້ຍ ເປັນອົງການຈັດຕັ້ງຮັບຜິດຊອບ ສາຍພົວພັນຮ່ວມມືລະຫວ່າງ ສອງປະເທດ ສສ ຫວຽດນາມ-ສ ຣັດເຊຍ ໃນຫຼາຍຂົງເຂດຄື: ວັດທະນະທຳ, ການສຶກສາ, ວຽກງານຊາວໜຸ່ມ, ຊຸກຍູ້ການສອນພາສາ ຮັດເຊຍ ຢູ່ ຫວຽດນາມ ແລະ ອື່ນໆ. 


ທ່ານນາງ Natalia Valerievna Shainskaya, ຜູ້ອຳນວຍການ ສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ ປະຈຳຮ່າໂນ້ຍ. ພາບ: ແຄ໋ງລອງ


ທ່ານນາງ Natalia Valerievna Shainskaya ໃນງານພົບປະ ແລະ ສົນທະນາກ່ຽວກັບບັນດາບົດປະພັນຂອງທ່ານ A.Puskin
ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງເພິ່ນ.​ ພາບ: ເອກະສານ



ທ່ານນາງ Natalia Valerievna Shainskaya ຖ່າຍຮູບຮ່ວມ
ກັບແຂກ ທີ່ເຂົ້າຮ່ວມໃນງານສະເຫຼີມສະຫຼອງວັນເກີດ ທ່ານ A.Puskin ຄົບຮອບ 220 ປີ. ພາບ: ເອກະສານ



ພິທີມອບຫຼຽນກາ ທີ່ລະລຶກຂອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ແກ່ທ່ານນາງ Natalia Valerievna Shainskaya, ຜູ້ອຳນວຍການສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ ປະຈຳ ຮ່າໂນ້ຍ. ພາບ: ເອກະສານ


ງານແຂ່ງຂັນ Olympic ສາພາ ຣັດເຊຍ ໂດຍສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ ປະຈຳ ຫວຽດນາມ ຈັດຂຶ້ນ ໄດ້ ດຶງດູດການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາ ຫຼາຍຮ້ອຍຄົນ ທີ່ ມາຈາກບັນດາມະຫາວິທະຍາໄລ, ສະຖາບັນ ຢູ່ ຫວຽດນາມ. ພາບ: ເອກະສານ


 ທ່ານນາງ Natalia Valerievna Shainskaya ຖ່າຍຮູບຮ່ວມກັບ ບັນດາ ກຳລັງປະກອບອາວຸດ ແຫ່ງສະຫະພັນ ຣັດເຊຍ ໃນງານ ພົບປະແລກປ່ຽນ ແລະ ສະແດງ “ທຳນອງ ມິດຕະພາບ” ເຊິ່ງ ໄດ້ ຈັດຂຶ້ນຢູ່ ສະຖາບັນ ດົນຕີ ແຫ່ງຊາດ ຫວຽດນາມ ເມື່ອເດືອນ ທັນວາ 2019. ພາບ: ເອກະສານ


ທ່ານນາງ Natalia Valerievna Shainskaya ກ່າວປາໄສໃນ ເຫດການ  “ສະບາຍດີ ປີໃໝ່ 2018” ຈັດໂດຍສະມາຄົມບັນດາ ອົງການຈັດຕັ້ງມິດຕະພາບ ນະຄອນ ຮ່າໂນ້ຍ.​ ພາບ: ເອກະສານ


ທ່ານນາງ Natalia Valerievna Shainskaya ເປັນພິທີກອນໃນ ການ ເຄື່ອນໄຫວສະເຫຼີມສະຫຼອງວັນທີ 9/5 ແລະ 30/4. ພາບ: ເອກະສານ


ທ່ານນາງ Natalia Valerievna Shainskaya ກ່າວປາໄສໃນ
ງານວາງສະແດງ “ພິທີຈັດງານດອງຂອງບັນດາເຜົ່າຢູ່ ສ ຣັດ ເຊຍ”. ພາບ: ເອກະສານ



ທ່ານນາງ Natalia Valerievna Shainskaya ເຂົ້າຮ່ວມ “ງານ ເທດສະການ ອາຫານ ນາໆ ຊາດ”. ພາບ: ເອກະສານ

ໃນຂົງເຂດການສຶກສາ, ທ່ານນາງ Natalia Valerievna Shainskaya ໄດ້ຈັດຕັ້ງບັນດາງານປະກວດ Olympic ພາສາ ຣັດເຊຍ, ວິຊາຟີຊິກ, ວິຊາຄອມຜິວເຕີ ແລະ ວິຊາເລກ ໃຫ້ແກ່ບັນ ດານັກຮຽນຊັ້ນ ປ3 ເພື່ອໃຫ້ເຂົາເຈົ້າຫາທຶນການສຶກສາ ໄປຮຽນຢູ່ ສ ຣັດເຊຍ. ກ່ຽວກັບວຽກງານຍູ້ແຮງການສອນພາສາ ຣັດເຊຍ ຢູ່ ຫວຽດນາມ, ທ່ານນາງ ພ້ອມກັບເພື່ອນຮ່ວມງານຂອງຕົນ ໄດ້ຈັດ ຫຼາຍຊົ່ວໂມງສອນໃຫ້ບັນດານັກຮຽນ ຫວຽດນາມ ທີ່ຢາກຮຽນພາ ສາ ຣັດເຊຍ, ກໍ່ຄືຫຼາຍແຜນການສົ່ງນັກສຶກສາ ຫວຽດນາມ ໄປຝຶກ ອົບຮົມພາສາ ຢູ່ ສ ຣັດເຊຍ ໃນໄລຍະສັ້ນ. 

“ຂ້າພະເຈົ້າຮູ້ສຶກປະທັບໃຈ ເມື່ອ ຫວຽດນາມ ໄດ້ຮັບຮອງບັນດາ ຜົນງານການປະກອບສ່ວນຂອງຕົນ ໃນການຊຸກຍູ້ສາຍພົວພັນ ຂອງ ສອງປະເທດ. ສຳລັບຂ້າພະເຈົ້າ, ນີ້ແມ່ນຂອງຂວັນອັນສູງສົ່ງ ແລະ ຂີດໝາຍສຳຄັນໃນພາລະກິດຂອງຕົນ. ເຖິງວ່າ ນີ້ແມ່ນລາງ ວັນຂອງຂ້າພະເຈົ້າພຽງຜູ້ດຽວ, ແຕ່ນັ້ນກໍ່ແມ່ນເຫື່ອແຮງຂອງບັນ ດາ ພະນັກງານທີ່ພວມເຮັດວຽກໃນສູນວິທະຍາ ສາດ ແລະ ວັດທະນະທຳ ສ ຣັດເຊຍ ອີກດ້ວຍ”.
(ທ່ານນາງ Natalia Valerievna Shainskaya)
ຍ້ອນຈຳນວນນັກສຶກສາ ສ ຣັດເຊຍ ມາຮຽນພາສາຫວຽດ ຢູ່ ຫວຽດນາມ ບໍ່ຫຼາຍ, ສະນັ້ນ ໃນຖານະທີ່ເປັນຂົວ ເຊື່ອມຕໍ່ລະຫວ່າງສອງປະເທດ, ທ່ານນາງ Natalia Valerievna Shainskaya ມີຄວາມພະຍາຍາມໃນການຊຸກຍູ້ຫຼາຍໂຮງຮຽນຢູ່ ສ ຣັດເຊຍ ນຳພາສາ ຫວຽດນ ເຂົ້າໃນຫຼັກສູດການສຶກສາ. ແຕ່ປີ 2017, ຢູ່ ສ ຣັດເຊຍ ມີມະຫາວິທະຍາໄລ ອີກ 3 ແຫ່ງ ໄດ້ນຳ ພາສາ ຫວຽດ ເຂົ້າໃນຫຼັກສູດການສຶກສາໃຫ້ແກ່ນັກສຶກສາ.
 
ກ່ຽວກັບຂົງເຂດວັດທະນະທຳ ແລະ ສິລະປະ, ທ່ານນາງ Natalia Valerievna Shainskaya ໄດ້ພ້ອມກັບພະນັກງານຂອງສູນ ຈັດຕັ້ງການສາຍຮູບເງົາ ຣັດເຊຍ, ການສະແດງສິລະປະ ໂດຍບັນດາ ນັກສະແດງມາຈາກ ສ ຣັດເຊຍ. ເດືອນ ທັນວາ 2019, ສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ ປະຈໍາ ຮ່າໂນ້ຍ ໄດ້ສົມທົບ ກັບສະມາຄົມນັກດົນຕີ ຫວຽດນາມ ຈັດຕັ້ງລາຍການປະສານ ດົນຕີ ຂອງ ຄະນະດົນຕີ ກຳລັງທະຫານ ພິທັກຮັກສາແຫ່ງຊາດ ສ ຣັດເຊຍ ຢູ່ ຮ່າໂນ້ຍ ແລະ ແຂວງ ກວາງນິງ.
 
ທ່ານນາງ Natalia Valerievna Shainskaya ໃຫ້ຮູ້ວ່າ: “ ຮ່່າໂນ້ຍ ໃນປັດຈຸບັນ ຕ່າງກັບໄລຍະຂ້າພະເຈົ້າຫາກໍ່ມາຫຼາຍ, ຮ່າ ໂນ້ຍ ໄດ້ເປີດກວ້າງເສັ້ນທາງຫຼາຍສາຍ, ມີຕຶກອາຄານສູງຫຼາຍຫຼັງ ແລະ ພື້ນຖານໂຄງລ່າງຂົນສົ່ງ ໄດ້ປົວແປງໃຫ້ດີຂຶ້ນ. ແຕ່ມີສິ່ງໜຶ່ງ ທີ່ບໍ່ປ່ຽນແປງ, ນັ້ນແມ່ນນຳ້ໃຈຮັກແຂກແພງຄົນຂອງຊາວ ຫວຽດນາມ ທຸກຄົນ ແລະ ເຖິງວ່າ ໄດ້ໄປຫຼາຍບ່ອນ, ແຕ່ ຮ່າໂຮ້ຍ ຍັງຄົງ ຮັກສາທີ່ຕັ້ງພິເສດ ໃນຫົວໃຈຂອງຂ້າພະເຈົ້າ”.

 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ

ທົ່ງນາໄດ້ກໍ່ດ້ວຍຫີນແລ່ນໄປຕາມເສັ້ນທາງໄປສູ່ ມັດເທິ່ນໜຸຍ. ພາບ: ກົງດາດ/VNP

ທົ່ງນາໄດ້ກໍ່ດ້ວຍຫີນແລ່ນໄປຕາມເສັ້ນທາງໄປສູ່ ມັດເທິ່ນໜຸຍ. ພາບ: ກົງດາດ/VNP

ຍິງສາວຊາວ ຍີ່ປຸ່ນ Haruna Ishimaru ເດີນທາງໄປຍັງເຂດ ຫ່າງໄກສອກຫຼີກ ຂອງແຂວງ ຮ່າຢາງ ແລະ ລາຍເຈົາ ເປັນປະ ຈຳ ເພື່ອສະໜັບສະໜູນການ ພັດທະນາເສດຖະກິດ ໂດຍກົງ ໃຫ້ແກ່ ໄວໜຸ່ມ ຊາວເຜົ່າສ່ວນໜ້ອຍ.

Top